ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງພະບາງ ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານເມືອງພູຄູນ ແລະ ກອງພັນ 413
ເວລາອອກຂ່າວ: 2026-10-02 10:36:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ວັນທີ 29 ກັນຍາ 2026 ນີ້, ສະຫາຍ ພັນໂທ ພັນມະຫາ ສຸວັນນະຈັກ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາ ແລະ ຊຸກຍູ້ ວຽກງານພະລາທິການ ຢູ່ກອງບັນຊາການທະຫານເມືອງພູຄູນ ແລະ ກອງພັນ 413, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ແຕ່ລະກົມກອງ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການ ຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງໄດ້ຍົກໃຫ້ເຫັນວຽກງານຫຼາຍດ້ານ ທີ່ມີຜົນສໍາເລັດອັນພົ້ນເດັ່ນ ຂອງວຽກງານພະລາທິການ ໃນການຮັບປະກັນແກ້ໄຂຊີວິດການເປັນ ຂອງກົມກອງ ໃນນີ້, ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ທີ່ແໜ້ນໜາຖາວອນ ກວມເອົາ 95%, ສາມາດຮັບປະກັນດ້ານເຂົ້າກິນ ກວມເອົາ 100%, ດ້ານຊີ້ນ-ປາ ກວມເອົາ 35-50%, ດ້ານຜັກກິນ ກວມເອົາ 70-80%, ສາມາດຮັກສາໄດ້ອັດສ່ວນຄວາມແຂງແຮງ ຂອງນາຍ ແລະ ພົນທະຫານ ກວມເອົາ 90%, ນອກນີ້ ຍັງສາມາດຮັບປະກັນດ້ານເຄື່ອງນຸ່ງຫົມ, ການອຸປະໂພກ-ບໍລິໂພກ, ນໍ້າມັນເຊຶ້ອໄຟ, ງົບປະມານ, ພາຫະນະ ແລະ ອື່ນໆ ເຊິ່ງສາມາດຮັບປະກັນ ໃຫ້ແກ່ການອົບຮົມ-ຫັດແອບ, ການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດທໍາມະຊາດ. ໂອກາດນີ້, ສະຫາຍ ພັນໂທ ພັນມະຫາ ສຸວັນນະຈັກ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ແລະ ເຄື່ອນໄຫວກວດກາເບິ່ງສະຖານທີ່ປູກຝັງ-ລ້ຽງສັດ, ສໍານັກງານຫ້ອງການ, ເຮືອນນອນ, ເຮືອນຄົວ ແລະ ສະຖານທີ່ສໍາຄັນຕ່າງໆ ຂອງບັນດາກົມກອງຮັບຜິດຊອບ ຕື່ມອີກ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ