ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫ້ອງການເມືອງ ກອງພົນທີ 3 ເປີດຊຸດອົບຮົມວຽກງານການເມືອງ ປະຈໍາປີ 2026
ເວລາອອກຂ່າວ: 2026-10-02 10:30:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ວັນທີ 1 ຕຸລາ 2026 ນີ້, ຫ້ອງການເມືອງ ກອງພົນທີ 3 ໄດ້ເປີດຊຸດອົບຮົມວຽກງານການເມືອງປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສົມລິດ ບົວໄຂຄໍາ ກໍາມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມລິດ ບົວໄຂຄໍາ ກໍາມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 3 ໄດ້ຜ່ານເນື້ອໃນອົບຮົມວຽກງານພັກ-ວຽກງານການເມືອງ ໃນການກະກຽມພ້ອມສູ້ຮົບ, ໃນການປັບປຸງລະບຽບວິໄນ ຢູ່ໃນກົມກອງ ແລະ ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ. ຈາກນັ້ນ, ບັນດາຄະນະພັກ-ຄະນະບັນຊາ ໄດ້ຜັດປ່ຽນກັນຜ່ານເນື້ອໃນອົບຮົມ ຂໍ້ກໍານົດ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເຄື່ອນໄຫວ ຂອງຄະນະວຽກງານການເມືອງກອງຮ້ອຍ, ກໍ່ສ້າງສະພາບແວດລ້ອມວັດທະນະທໍາ ຢູ່ໃນກອງທັບປະຊາຊົນລາວ, ວຽກງານວັດທະນະທໍາມະຫາຊົນ ຢູ່ໃນກອງທັບ ແລະ ເພີ່ມທະວີການປະຍັດ ແລະ ຕ້ານການຟູມເຟືອຍ. ທັງນີ້, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ເຂົ້າໃຈ ເນື້ອໃນສໍາຄັນບັນດາວຽກງານຕ່າງໆ ເວົ້າລວມ, ເວົ້າສະເພາະ ວຽກງານການເມືອງ, ເປັນການຍົກສູງຄຸນສົມບັດ ສິນທໍາປະຕິວັດ, ມີທາດແທ້ແນວຄິດການເມືອງ ທີ່ໜັກແໜ້ນ ເຂັ້ມແຂງ, ມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ໂດຍ: ຄໍາຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ