ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພັນໃຫຍ່ 642 ເຜີຍແຜ່ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII
ເວລາອອກຂ່າວ: 2026-10-02 10:08:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ວັນທີ 30 ກັນຍາ 2026 ນີ້, ກອງພັນໃຫຍ່ 642 ໄດ້ເຜີຍແຜ່ ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳປິ່ງ ຄູນສົມເຮືອງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ໜ່ວຍພັກພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳປິ່ງ ຄູນສົມເຮືອງ ຍັງເຜີຍແຜ່ ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງ, ແນະນຳວິທີຈັດຕັ້ງປະຕິບັດ. ໂອກາດນີ້, ສະຫາຍ ພັນໂທ ສໍສິນໄຊ ຈັນທະແສງ ກໍາມະການຄະນະປະຈຳພັກ, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 642 ໄດ້ເຜີຍແຜ່ເອກະສານ ຄຳແນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນຳໃຊ້ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າມາເປັນສະມາຊິກພັກ ເຊິ່ງປະກອບມີ XV ໝວດ ແລະ 64 ມາດຕາ. ຈຸດປະສົງ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ, ວັດຖຸປະສົງ ແລະ ທາດແທ້ ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ນໄຂ ຂອງມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມືອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີ ຂອງພັກ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມາຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກ ນັບມື້ຫຼາຍຂຶ້ນ. ໂດຍ: ແສນສຸລິຍະ ແທງພຸດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ