ກອງພົນທີ 5 ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການ ແລະ ຂັ້ນພະແນກການ
ເວລາອອກຂ່າວ: 2026-10-02 09:59:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026 ນີ້, ກອງພົນທີ 5 ໄດ້ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ສູນເຝິກອົບຮົມ ແລະ ໂຮງໝໍກອງພົນ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາໄພ ປະທຸມທອງ ຫົວໜ້າພະແນກພະນັກງານ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 5 ໃນນີ້, ແຕ່ງຕັ້ງ ສະຫາຍ ພັນເອກ ບຸນນໍາ ສີຈັນທອນ ເປັນຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 5, ສະຫາຍ ພັນໂທ ພົມມາ ສີສຸພັນ ເປັນຫົວໜ້າການທະຫານ ກອງພັນໃຫຍ່ 501, ສະຫາຍ ພັນໂທ ສັນຕິ ເມກສະຫວັນ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 501, ສະຫາຍ ພັນໂທ ຈັນພອນ ສຸວັນນະຈັກຄຳ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາ-ອົບຮົມ ສູນເຝິກອົບຮົມ ກອງພົນທີ 5, ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນຕີ ຈັນທະວີ ກັນຫາພັນ ເປັນຮອງຫົວໜ້າພະແນກເສນາ-ອົບຮົມ ສູນເຝິກອົບຮົມ ກອງພົນທີ 5, ສະຫາຍ ພັນໂທ ໄຊນະລົງ ຄຳເທພາ ເປັນຫົວໜ້າການທະຫານ ກອງພັນ 13 ກອງພັນໃຫຍ່ 501, ສະຫາຍ ພັນຕີ ຄຳສະຫວັນ ສໍພາບພູມີໄຊ ເປັນຮອງຫົວໜ້າການທະຫານກອງພັນ 13 ກອງພັນໃຫຍ່ 501, ສະຫາຍ ພັນຕີ ຄໍາໝັ້ນ ແກ້ວອຸ່ນຫຼ້າ ເປັນຫົວໜ້າການທະຫານກອງພັນ 23 ກອງພັນໃຫຍ່ 501, ສະຫາຍ ຮ້ອຍເອກ ພຸດວັນໄຊ ນາມມະໂນສັກ ເປັນຮອງຫົວໜ້າການທະຫານ ກອງພັນ 23 ກອງພັນໃຫຍ່ 501 ແລະ ຜ່ານຂໍ້ຕົກລົງ ຂອງກອງພົນທີ 5 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ກໍລະກັນ ແກ້ວເມກ ເປັນຮັກສາການ ຫົວໜ້າພະແນກເສນາຮັກ ຫ້ອງພະລາທິການ, ສະຫາຍ ພັນໂທ ກອງສີ ບາໂທນັນ ເປັນຮັກສາການ ຫົວໜ້າວິຊາສະເພາະ ໂຮງໝໍກອງພົນ ແລະ ສະຫາຍ ພັນໂທ ສິນປະເສີດ ວັນນະດີ ເປັນຮັກສາການ ຮອງຫົວໜ້າວິຊາສະເພາະ ໂຮງໝໍກອງພົນ.
ໂອກາດນີ້, ສະຫາຍປະທານ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ນ. ຄຳ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















