ອະນຸກຳມະການກວດກາຂະບວນການ ກອງພົນທີ 4 ເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 401
ເວລາອອກຂ່າວ: 2026-10-02 09:43:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ອະນຸກຳມະການກວດກາຂະບວນການ ກອງພົນທີ 4 ໄດ້ເຄື່ອນໄຫວກວດກາ, ຊຸກຍູ້ຂະບວນການແຂ່ງຂັນ ໄລຍະສັ້ນ ຢູ່ກອງພັນໃຫຍ່ 401, ເຊິ່ງນໍາພາໂດຍ ສະຫາຍ ພັນໂທ ເພັດສີລາ ພົມມະເສນ ກຳມະການຄະນະພັກຮາກຖານ ຫ້ອງການເມືອງ, ຫົວໜ້າພະແນກໂຄສະນາ-ອົບຮົມ ກອງພົນທີ 4, ມີສະຫາຍ ພັນໂທ ຖະໜອມສັກ ຈະເລີນລັດ ຮອງຫົວໜ້າພະແນກການເມືອງກອງພັນໃຫຍ່ 401, ມີອະນຸກຳມະການກວດກາ, ຂະແໜງຊາວໜຸ່ມ-ແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ຄະນະຮັບຜິດຊອບ ແຕ່ລະກົມກອງ ໄດ້ຜັດປ່ຽນກັນສະຫຼຸບການເຄື່ອນໄຫວວຽກງານຂະບວນການໄລຍະສັ້ນ ປະຈຳປີ 2026, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະທີ່ຜ່ານມາ ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໄດ້ເຊື່ອມຊຶມ ແລະ ກຳແໜ້ນ ແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຊຸກຍູ້ຂະບວນການອົບຮົມ-ຫັດແອບ, ປັບປຸງສະຖານສະຖານທີ່ຄ້າຍຄູ, ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ, ອອກແຮງງານ, ເພີ່ມພູນຜະລິດຜົນ, ແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ຕິດພັນກັບ ຂະບວນການດ້ານຕ່າງໆ ຂອງແຕ່ລະກົມກອງ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ.
ຈາກນັ້ນ, ອະນຸກຳມະການກວດກາ ຂະບວນການ ກອງພົນທີ 4 ໄດ້ຜັດປ່ຽນກັນມີຄໍາເຫັນແນະນຳບັນດາໜ້າວຽກງານຂະບວນການດ້ານຕ່າງໆ ເພື່ອເປັນການຊຸກຍູ້ ໃຫ້ການເຄື່ອນໄຫວຂະບວນການດ້ານຕ່າງໆ ມີຂະບວນການຟົດຟື້ນ ແລະ ມ່ວນຊື່ນຢ່່າງຕໍ່ເນື່ອງ ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ຢ່າງເລິກເຊິ່ງ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















