ກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 2
ເວລາອອກຂ່າວ: 2026-10-02 09:08:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ: ![]()
ວັນທີ 29 ກັນຍາ 2026, ຄະນະຜູ້ແທນ ແຫ່ງ ສປປ ລາວ, ນຳໂດຍ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງ ທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 ຢູ່ນະຄອນຫຼວງມະນີລາ ປະເທດຟີລິບປິນ ເຊິ່ງເປັນເວທີສຳຄັນໃນການປຶກສາຫາລືທາງດ້ານຍຸດທະສາດ ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ສາມາດຕອບສະໜອງ ແລະ ຮັບມືກັບສິ່ງທ້າທາຍກໍຄື: ກາລະໂອກາດໃໝ່ໆ ທີ່ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວຂອງພາກພື້ນໄດ້ຢ່າງທັນການ.
ໃນກອງປະຊຸມ, ບັນດາລັດຖະ ມົນຕີທ່ອງທ່ຽວອາຊຽນ ໄດ້ຮັບ ຮູ້ເຖິງຄວາມສຳຄັນຂອງຂະແໜງ ການທ່ອງທ່ຽວ ໃນຖານະເປັນກຳລັງຂັບເຄື່ອນ ທີ່ສຳຄັນຕໍ່ການເຕີບໂຕທາງເສດຖະກິດ, ການສ້າງວຽກເຮັດງານທຳ ແລະ ການ ເຊື່ອມໂຍງລະຫວ່າງປະຊາຊົນ ໃນພາກພື້ນ. ພ້ອມນີ້, ກອງປະ ຊຸມຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບຜົນກະທົບຈາກປັດໄຈພາຍນອກ ເຊັ່ນ: ຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ຄວາມຜັນຜວນຂອງຕະຫຼາດພະລັງງານໂລກ ເຊິ່ງສົ່ງຜົນກະ ທົບໂດຍກົງຕໍ່ຄ່າຂົນສົ່ງ, ລາຄານ້ຳມັນເຊື້ອໄຟການບິນ ແລະ ຄວາມສາມາດໃນການແຂ່ງຂັນ ຂອງຈຸດໝາຍປາຍທາງການ ທ່ອງທ່ຽວ. ເພື່ອແກ້ໄຂບັນຫານີ້, ກອງປະຊຸມໄດ້ຕົກລົງທີ່ຈະເພີ່ມທະວີການຮ່ວມມືເພື່ອຊຸກຍູ້ການ ເດີນທາງພາຍໃນພາກພື້ນອາຊຽນໃຫ້ຫຼາຍຂຶ້ນ ແລະ ສຸມໃສ່ການລົງທຶນດ້ານການຕະຫຼາດໄປສູ່ຈຸດໝາຍປາຍທາງການ ທ່ອງທ່ຽວ ເພື່ອຫຼຸດຜ່ອນຜົນກະ ທົບຈາກການຫຼຸດລົງຂອງນັກທ່ອງທ່ຽວໄລຍະໄກ.
ກອງປະຊຸມ ຍັງໄດ້ເຫັນດີໃຫ້ມີການທົບທວນ ແລະ ປັບປຸງຂໍ້ຕົກລົງການທ່ອງທ່ຽວອາຊຽນ ທີ່ເຄີຍຮັບຮອງມາແຕ່ປີ 2002 ໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່, ລວມທັງຄວາມກ້າວໜ້າດ້ານດີຈິຕອນ, ຄວາມຍືນຍົງ, ການເຊື່ອມໂຍງ ແລະ ຄວາມຕ້ອງການໃໝ່ໆຂອງນັກທ່ອງທ່ຽວ ໂດຍໄດ້ມອບໝາຍໃຫ້ອົງການທ່ອງທ່ຽວແຫ່ງຊາດອາຊຽນ (NTOs) ສືບຕໍ່ຈັດຕັ້ງປະຕິບັດວຽກງານນີ້. ພ້ອມນີ້ ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການສ້າງເອກະສານການລົງທຶນດ້ານການທ່ອງທ່ຽວແບບຍືນຍົງ ແລະ ທົນທານຂອງ ອາຊຽນ ໂດຍໄດ້ຮັບການສະໜັບ ສະໜູນຈາກທະນາຄານພັດທະ ນາອາຊີ (ADB) ເພື່ອສ້າງເອ ກະສານດັ່ງກ່າວນີ້ເປັນເຄື່ອງມື ດຶງດູດການລົງທຶນດ້ານການ ທ່ອງທ່ຽວອາຊຽນ.
ກອງປະຊຸມ ໄດ້ຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມຂອງປະເທດຟີລິບປິນ ໃນການສ້າງລະບົບຖານຂໍ້ມູນ ແລະ ການວິ ເຄາະການທ່ອງທ່ຽວລະດັບພາກ ພື້ນ. ໂຄງການນີ້ຈະຊ່ວຍສ້າງກະ ດານສະແດງຂໍ້ມູນ Dashboard ເພື່ອຕິດຕາມຕົວຊີ້ວັດການທ່ອງທ່ຽວ, ພ້ອມທັງສ້າງບົດລາຍງານການວິເຄາະທີ່ຊ່ວຍໃຫ້ການວາງນະໂຍບາຍຕ່າງໆອີງໃສ່ຂໍ້ມູນຕົວຈິງ ແລະ ມີຄວາມຊັດເຈນຫຼາຍຂຶ້ນ. ຄຽງຄູ່ກັບກອງ ປະຊຸມວົງແຄບດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມສຳມະນາການລົງທຶນດ້ານການທ່ອງທ່ຽວອາຊຽນ ເຊິ່ງຈັດໂດຍປະເທດເຈົ້າພາບ ຮ່ວມກັບ ADB ເພື່ອເປັນເວທີຈັບຄູ່ການ ລົງທຶນ ແລະ ນຳສະເໜີໂຄງ ການ ທ່ອງທ່ຽວທີ່ມີຄວາມພ້ອມ ສຳລັບການລົງທຶນໃຫ້ແກ່ພາກສ່ວນຕ່າງໆ.
ໃນໂອກາດນີ້, ທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມຄຸ້ມ ຄອງການທ່ອງທ່ຽວກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ ໄດ້ຂຶ້ນສະເໜີທ່າແຮງ ແລະ ໂຄງການພັດທະນາສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ໃຫ້ນັກລົງ ທຶນ, ອົງການຈັດຕັ້ງສາກົນໄດ້ ຮັບຊາບ, ເຊິ່ງໄດ້ນຳສະເໜີ 2 ຈຸດ ໝາຍປາຍທາງການທ່ອງທ່ຽວ ທີ່ມີທ່າແຮງໃນການຊຸກຍູ້ສົ່ງເສີມການລົງທຶນຂອງພາກລັດ, ທຸລະກິດ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນທ້ອງຖິ່ນ ເຊັ່ນ: ເມືອງເຟືອງ ແຂວງວຽງຈັນ ແລະ ເມືອງປະທູມພອນ ແຂວງຈຳປາສັກ.
ໃນຕອນທ້າຍຂອງກອງປະ ຊຸມ, ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ໄດ້ຮ່ວມກັນຮັບ ຮອງເອົາຖະແຫຼງການຮ່ວມ ໂດຍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງທ່ຽວອາຊຽນ 2026-2030 ໃຫ້ເກີດຜົນເປັນຮູບປະທຳ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















