ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ສົ່ງເສີມ​ສິດທິ​ດ້ານ​ແຮງ​ງານ​ໃນ​ຂະແໜງ ກາເຟ-ຊາ ແລະ ປ່າໄມ້ ໃນ ​ສປປ ລາວ
ເວລາອອກຂ່າວ: 2026-10-02 09:07:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ພິທີ​ນຳ​ສະເໜີ​ໂຄງ​ສ້າງ ​ຄວາມ​ກ້າວໜ້າ​ໃຫ້​ແກ່​ລະບົບ​ປົກ​ປ້ອງ​ສັງຄົມ ແລະ ສິດທິ​ດ້ານ​ແຮງ​ງານ​ໃນ​ຂະແໜງ​ກາເຟ, ຊາ ແລະ ປ່າໄມ້ ໄລຍະ II (SOLAR II), ໃນ​ວັນ​ທີ 29 ກັນຍາ 2026 ໂດຍ​ໄດ້​ຮັບ​ທຶນ​ສະໜັບສະໜູນ​ຈາກ​ສະຫະພາບ​ເອີ​ຣົບ (EU) ແລະ ນຳພາ​ໂດຍ​ອົງການ​ແຮງ​ງານ​ສາກົນ (ILO) ເພື່ອ​ສ້າງ​ຄວາມເຂັ້ມ ແຂງ​ດ້ານ​ສິດທິ​ດ້ານ​ແຮງ​ງານ, ການ​ປົກ​ປ້ອງ​ສັງຄົມ ແລະ ສະ ພາບ​ການ​ເຮັດ​ວຽກ​ທີ່​ດີ​ໃນ​ຂະ ແໜງ​ ກາເຟ, ຊາ ແລະ ປ່າໄມ້ຂອງ ສປປ ລາວ. ໂຄງການ​ນີ້, ຈະ​ຈັດ​ຕັ້ງປະຕິ ບັດ​ໄລຍະ​ປີ 2026-2030 ດ້ວຍ​ ງົບປະມານ 3,5 ລ້ານ​ເອີໂຣໂດຍ​ຕໍ່​ຍອດ​ຈາກ​ຜົນສຳເລັດ ແລະ ບົດ ຮຽນ​ຂອງ​ໂຄງການ SOLAR ໄລຍະ​ທີ I ເຊິ່ງ ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຊາວ​ກະສິກຳ ແລະ ຄູ່​ຮ່ວມ​ງານ​ທ້ອງຖິ່ນ​ໃນ​ພາກ​ໃຕ້ ຂອງ ​ສປປ ລາວ ລະຫວ່າງ​ປີ 2021 ແລະ 2024. ໂຄງການ​ໄລຍະ​ທຳ​ອິດ​ໄດ້​ເຂົ້າ​ເຖິງ​ກະສິກຳ ຫຼາຍ​ກວ່າ 12.600 ຄົນ ແລະ ໄດ້​ເພີ່ມ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ປະກັນ​ສັງຄົມ, ຄວາມ​ປອດ​ໄພ ແລະ ສຸຂະພາບ​ແຮງ​ງານ, ຄວາມ​ສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ແຮງ​ງານ​ຈຳນວນ 806 ຄົນ ໃນ​ການ​ລົງທະບຽນ​ເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ. ໂຄງການ SOLAR II ຈະ​ນຳ​ໃຊ້ ແລະ ຜັນ​ຂະຫຍາຍ​ວິທີ​ການ​ເຫຼົ່າ​ນີ້​ຢູ່ 16 ເມືອງ ໃນ 7 ແຂວງ​ພາກ​ເໜືອ ແລະ ພາກ​ກາງ ເພື່ອ​ເຂົ້າ​ເຖິງ​ແຮງ​ງານ ແລະ ຜູ້​ຜະລິດ​ຂະໜາດ​ນ້ອຍ ປະມານ 32.000 ຄົນ. ຄາດ​ວ່າ​ຜູ້​ໄດ້​ຮັບ​ຜົນ​ປະໂຫຍດ​ຢ່າງ​ໜ້ອຍ 50% ເປັນ​ເພດ​ຍິງ ແລະ ເປັນ​ຊົນເຜົ່າ 25%. ໂຄງການ​ດັ່ງກ່າວ, ຈັດ​ຕັ້ງ​ປະຕິບັດ​ໂດຍ​ອົງການ​ແຮງ​ງານ​ສາກົນ ແລະ ອົງການ Oxfam ຮ່ວມ​ກັບ​ລັດຖະບານ, ອົງການ​ຕາງໜ້າ​ຜູ້​ອອກແຮງ​ງານ, ອົງ ການ​ຕາງໜ້າ​ຜູ້​ໃຊ້​ແຮງ​ງານ ແລະ ອົງ​ການຈັດຕັ້ງ​ທາງ​ສັງຄົມ ໂດຍ​ຈະ​ສຸມ​ໃສ່ 4 ຂົງເຂດ​ວຽກ ຄື: ການ​ເຂົ້າ​ເຖິງ​ປະກັນ​ສັງຄົມ, ສະຖານທີ່​ເຮັດ​ວຽກ​ທີ່​ປອດ​ໄພ ແລະ ມີ​ສຸຂະພາບ​ດີ, ການ​ເປັນ​ຕົວ​ແທນ​ຮ່ວມ​ກັນ, ການ​ປຶກສາ​ຫາລື​ທາງ​ສັງຄົມ ແລະ ຄວາມ​ສະເໝີ​ພາບ​ລະຫວ່າງ ຍິງ-ຊາຍ ແລະ ການ​ມີ​ສ່ວນ​ຮ່ວມ. ໂຄງ ການ SOLAR II ຈະ​ສ້າງຄວາມ ​ກ້າວໜ້າ​ໃຫ້​ແກ່​ສິດທິຂອງ​ຜູ້​ ອອກ ແຮງ​ງານ ໂດຍ​ການ​ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ການ​ໃຫ້​ບໍລິການ​ຂັ້ນ​ທ້ອງ​ຖິ່ນ, ການ​ສ້າງ​ຄວາມ​ອາດ​ສາມາດ​ຂອງ​ຜູ້​ມີ​ສ່ວນ​ຮ່ວມ​ທີ່​ສຳຄັນ ແລະ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຊຸມ​ຊົນທ້ອງຖິ່ນ. ທ່ານ ນາງ ແກ້ວ ຈັນທະ​ວິ​ໄຊ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ໄດ້​ກ່າວ​ວ່າ: ສິດທິ​ແຮງ​ງານ ແລະ ການ​ປົກ​ປ້ອງ​ທາງ​ສັງຄົມ ແມ່ນ​ພື້ນຖານ​ທີ່​ສຳຄັນ​ສຳລັບ​ວຽກ​ງານ​ທີ່​ມີ​ຄຸນຄ່າ ແລະ ເປັນ​ທຳ ກໍ​ຄື ການ​ພັດທະນາ​ແບບ​ຍືນ​ຍົງ. ຜ່ານ​ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​ກັບ​ຄູ່​ຮ່ວມ​ພັດທະນາ ແລະ ຜູ້​ມີ​ສ່ວນ​ຮ່ວມ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ, ພວກ​ເຮົາ​ມີ​ຈຸດປະສົງ​ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ໃນ​ການ​ໃຫ້​ບໍລິ ການ ແລະ ຂະຫຍາຍ​ການ​ເຂົ້າ​ເຖິງ​ການ​ປົກ​ປ້ອງ​ສັງຄົມ ໂດຍ​ສະເພາະ​ແມ່ນ​ຜູ້​ອອກແຮງ​ງານ​ໃນ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ກະສິກຳ ແລະ ປ່າໄມ້. SOLAR II ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນ​ງານ​ການ​ຮ່ວມ​ມື​ລະຫວ່າງ​ທີມ​ເອີ​ຣົບ ແລະ ​ສປປ ລາວ ເພື່ອ​ເພີ່ມ​ທະວີ​ການ​ຄ້າ, ການ​ລົງທຶນ ແລະ ການ​ເຊື່ອມ​ໂຍງ​ແບບ​ຍືນ​ຍົງ ແລະ ຮອບດ້ານ​ໃນ​ຂະແໜງ​ກະສິກຳ ແລະ ປ່າໄມ້ (TICAF) ແລະ ຍຸດທະ​ສາດ Global Gateway ຂອງ​ສະຫະພາບ​ເອີ​ຣົບ. ທ່ານ ມາກ ກາ​ລາ​ເຮີ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະພາບ​ເອີ​ຣົບ ປະຈຳ ​ສປປ ລາວ ໄດ້​ກ່າວ​ວ່າ: ຜ່ານ​ຍຸດ​ທະ​ສາດ Global Gateway ແລະ ແຜນ​ງານ​ຫຼັກ​ຂອງ​ພວກ​ເຮົາ TICAF, ສະຫະພາບ​ເອີ​ຣົບ ກຳລັງ​ສະໜັບສະໜູນ ​ສປປ ລາວ ເພື່ອ​ສ້າງ​ໂອກາດ​ໃຫ້​ຫຼາຍ​ຂຶ້ນ​ສຳລັບ​ຜູ້​ທີ່​ເຮັດ​ວຽກ​ໃນ​ຂະແໜງ​ກາເຟ, ຊາ ແລະ ປ່າໄມ້. SOLAR II ຈະ​ເສີມ​ສ້າງ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ການ​ລົງທຶນ​ໂດຍ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ທີ່​ຍືນ​ຍົງ, ຊ່ວຍ​ໃຫ້​ຜູ້​ອອກ ແຮງ​ງານ ມີ​ຄວາມ​ປອດ​ໄພ​ຂຶ້ນ, ໄດ້​ຮັບ​ການ​ປົກ​ປ້ອງ ແລະ ມີ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໄດ້​ດີ​ກວ່າ. ທ່ານ ລາ​​ສ ໂຢ​ຮັນ​ເຊນ ຮອງ​ຜູ້ອຳນວຍການ​ອົງການ​ແຮງ​ງານ​ສາກົນ​ປະຈຳ ລາວ ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນຂອງການຜັນ​ ຂະຫຍາຍ​ຜົນສຳເລັດ​ຂອງ​ໂຄງ ການ​ໃນ​ໄລຍະ​ທຳ​ອິດ ຄື: SOLAR I ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຮັດ​ວຽກ​ຢ່າງ​ໃກ້ຊິດຕິດແທດ​ກັບ​ສະ​ຖາ​ບັນ​ຂັ້ນ​ທ້ອງຖິ່ນ ແລະ ການ​ສ້າງ​ຄວາມ​ອາດ​ສາມາດ​ໃນ​ຂັ້ນ​ຮາກ​ຖານ. ສ່ວນ SOLAR II ຈະ​ສືບຕໍ່​ຈາກ​ບົດຮຽນ​ເຫຼົ່າ​ນີ້ ເພື່ອ​ປັບປຸງ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ-ການ​ບໍລິການ ແລະ ເຮັດ​ໃຫ້​ຜູ້​ອອກແຮງ​ງານ​ຫຼາຍ​ຄົນ​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ສິດທິ​ຂອງ​ເຂົາ ເຈົ້າ ໃນ​ບ່ອນ​ເຮັດ​ວຽກ ແລະ ຈາກ​ລະບົບ​ການ​ປົກ​ປ້ອງ​ສັງຄົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ