ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫຼາຍ​ພາກສ່ວນ​ມອບ​ເຄື່ອງ​ບໍລິໂພກ ພະນັກງານ-ນັກຮົບ ທີ່​ອອກ​ປະຕິບັດ​ໜ້າທີ່​ປ້ອງ​ກັນ-ເວນຍາມ
ເວລາອອກຂ່າວ: 2026-10-02 08:55:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 15-17 ກັນຍາ 2026, ຫຼາຍ​ພາກສ່ວນ ໄດ້​ລົງ​ເຄື່ອນ​ໄຫວ​ມອບ​ເຄື່ອງ​ບໍລິໂພກ​ໃຫ້​ພະນັກງານ-ນັກຮົບ ຂອງ​ກອງພັນ​ໃຫຍ່ 11 ທີ່​ອອກ​ປະຕິບັດ​ໜ້າທີ່​ປ້ອງ​ກັນ-ເວນຍາມ ກອງ​ປະຊຸມ​ທົບ​ທວນ​ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ​ຮອບ​ວຽນ​ທີ 3 ທີ່​ລາວ​ເປັນ​ເຈົ້າພາບ, ໂດຍ​ມີ ຄະນະ​ພັກ-ຄະນະ​ບັນຊາ ​ກອງພັນ​ໃຫຍ່ 11, ສອງ​ອົງ​ການຈັດຕັ້ງ​ມະຫາຊົນ, ກອງພັນ​ເຄື່ອນ​ທີ່​ໄວ 586, ຄອບຄົວ ສະຫາຍ ນາງ ວາດ​ສະໜາ ຈັນ​ດາລາ ແລະ ຄອບຄົວ ສະຫາຍ ປາ​ຈິດ ຄຳ​ວຽງ​ງາມ, ເຊິ່ງ​ເຄື່ອງ​ບໍລິໂພກ​ທີ່​ນຳ​ມາ​ມອບ​ປະກອບ​ມີ ນ້ຳ​ດື່ມ 84 ແພັກ, ກາເຟ 20 ຖົງ, ໝີ່​ສຳເລັດ​ຮູບ 4 ແກັດ, ເຄື່ອງ​ດື່ມ​ຊູ່​ກຳລັງ (M150) 2 ແພັກ, ເຂົ້າຈີ່ 100 ກ້ອນ. ລວມ​ເປັນ​ເງິນ​ທັງ​ໝົດ 5.960.000 ກີບ. ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ທີ່​ເຮັດ​ວຽກ​ຢູ່​ພາກ​ສະໜາມ, ມີ​ກຳລັງ​ໃຈ, ມີ​ຄວາມ​ຫ້າວຫັນ, ກະ​ຕື​ລື​ລົ້ນ​ໃນ​ການ​ປະຕິບັດ​ໜ້າ ທີ່​ວຽກ​ງານ ແລະ ຍັງ​ເປັນ​ການ ສະແດງ​ເຖິງ​ນ້ຳໃຈ​ສາມັກຄີ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ, ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ ຕາມ​ຂັ້ນ​ເທິງ​ມອບ​ໜາຍ​ໃຫ້ ແລະ ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ໂດຍ: ປິ່ນ ຂຸນ​ພົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ