ຄະນະອະນຸກຳມະການກວດກາ ຊຸກຍູ້ຂະບວນການ ກອງພົນທີ 4 ເຄື່ອນໄຫວເຮັດວຽກງານຢູ່ບັນດາກົມກອງ
ເວລາອອກຂ່າວ: 2026-10-02 08:54:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 23-24 ກັນຍາ 2026, ຄະນະອະນຸກຳມະການກວດກາ, ຊຸກຍູ້ຂະບວນການຂັ້ນ ກອງພົນທີ 4 ນຳໂດຍ ສະຫາຍ ພັນໂທ ເພັດສີລາ ພົມມະເສນ ຫົວໜ້າພະແນກໂຄສະນາ-ອົບຮົມ ກອງພົນທີ 4 ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວກວດກາ, ຊຸກຍູ້ຂະບວນການແຂ່ງຂັນໄລຍະສັ້ນຂອງແຕ່ລະກົມກອງທົ່ວກອງພົນທີ 4 ໃຫ້ມີການເຄື່ອນໄຫວຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນ 2 ວັນປະຫວັດສາດ ປະຈຳປີ 2026, ຢູ່ທີ່ ສູນເຝິກອົບຮົມ, ກອງພັນ 426, ກອງພັນ 465, ກອງພັນ 564, ກອງພັນ 634, ກອງພັນ 227, ກອງພັນ 617, ກອງຮ້ອຍ 154, ກອງຮ້ອຍ 186, ກອງຮ້ອຍ 176, ກອງ ຮ້ອຍ 278, ກອງຮ້ອຍ 305, ກອງຮ້ອຍ 173, ກອງຮ້ອຍກໍ່ ສ້າງ ແລະ ກອງຮ້ອຍຜະລິດ, ເຊິ່ງຈັດຂຶ້ນຢູ່ 4 ຈຸດຄື: ຈຸດທີ 1 ກອງຮ້ອຍກໍ່ສ້າງເປັນເຈົ້າພາບ, ຈຸດທີ 2 ກອງພັນ 465 ເປັນເຈົ້າ ພາບ, ຈຸດທີ 3 ກອງພັນ 426 ແລະ ຈຸດທີ 4 ກອງຮ້ອຍ 154 ເປັນເຈົ້າ ພາບ; ໂດຍມີ ຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ, ຄະນະໜ່ວຍສະຫະພັນແມ່ຍິງຕະ ຫຼອດຮອດບັນດາສະມາຊິກຊາວໜຸ່ມ-ສະຫະພັນແມ່ຍິງ ເຂົ້າຮ່ວມ.
ຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ ແລະ ຄະນະໜ່ວຍສະຫະພັນແມ່ຍິງ ແຕ່ລະກົມກອງ ໄດ້ຜັດປ່ຽນກັນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂະບວນການໄລຍະສັ້ນ ປະຈຳປີ 2026, ຍົກໃຫ້ເຫັນ ດ້ານດີ, ດ້ານ
ອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະທີ່ຜ່ານມາ, ເປັນຕົ້ນ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໄດ້ນຳເອົາ
ບັນດາມະຕິ, ຄຳສັ່ງ, ແຈ້ງການ ແລະ ບັນດາຂໍ້ກຳນົດກົດລະບຽບຕ່າງໆ ຂອງຂັ້ນເທິງ ມາເຜີຍແຜ່ໃຫ້ພະນັກງານ-ນັກຮົບ ແຕ່ລະກົມກອງ ໄດ້ເຊື່ອມຊຶມ ແລະ ກຳແໜ້ນ ແນວທາງແຜນນະໂຍບາຍຂອງພັກ-ລັດ, ຊຸກຍູ້ຂະບວນການເຝິກແອບການທະຫານ, ຮ່ຳຮຽນການເມືອງ, ພະລາທິການ-ເຕັກ ນິກ ແລະ ເຫຼົ່າຮົບວິຊາສະເພາະຂອງແຕ່ລະກົມກອງ, ການປັບ ປຸງສະຖານສະຖານທີ່ຄ້າຍຄູ, ຊຸກ ຍູ້ຂະບວນການແຂ່ງຂັນກິລາ, ສິ ລະປະວັນນະຄະດີໃນກົມກອງ, ຂະບວນການອອກແຮງງານເພີ່ມພູນຜະລິດຜົນ, ຂະບວນການແຂ່ງຂັນຂອງແມ່ຍິງ 3 ດີ, ຂະບວນ
ການແຂ່ງຂັນຊາວໜຸ່ມ 4 ບຸກ, ຂະບວນການເພີ່ມພູນຜະລິດຜົນຕິດພັນກັບ ຂະບວນການດ້ານຕ່າງໆ ຂອງແຕ່ລະກົມກອງ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ .
ໃນໂອກາດດຽວກັນ, ສະຫາຍ ພັນໂທ ບຸນທະວີ ສີນາພອນ ຮອງ
ຫົວໜ້າພະແນກໂຄສະນາ- ອົບ ຮົມ, ສະຫາຍ ພັນໂທ ທິບພະວົງ ສຸກແສງອາລຸນ ຫົວໜ້າພະແນກຊາວໜຸ່ມ ແລະ ສະຫາຍ ພັນໂທ ນາງ ລຳເງິນ ຫຼວງສະລາດ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກອງພົນທີ 4 ໄດ້ຜັດປ່ຽນກັນແນະນຳບັນດາໜ້າວຽກຂະບວນການທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ; ໃນນີ້, ວຽກງານໂຄສະນາ: ໄດ້ລົງກວດກາແຜນການການເປີດຂະບວນການໄລຍະສັ້ນຂອງແຕ່ລະກົມກອງ ປະຈຳ 6 ເດືອນຕົ້ນປີ 2026, ກວດກາແຜນການອົບຮົມວຽກງານການເມືອງ-ແນວຄິດ ແລະ ການຈັດຕັ້ງປະຕິ ບັດປະຈຳ 6 ເດືອນຕົ້ນປີ 2026,
ກວດກາການ ສ້າງນັກຮົບວັດ ທະນະທຳ-ກອງວັດທະນະທຳ ປະຈຳປີ 2026, ວຽກງານສະຫະພັນແມ່ຍິງ: ກວດກາແຜນການການພັດທະນາແມ່ຍິງຂອງກົມກອງ ປະຈຳ ປີ 2026, ກວດກາ ແລະ ຊຸກຍູ້ແຜນການສ້າງຂະບວນການແມ່ຍິງ 3 ດີ,
ວຽກງານຊາວໜຸ່ມ: ກວດກາແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ແລະຊຸກຍູ້ຂະບວນການໃນດ້ານຕ່າງໆ ຂອງ ຊາວໜຸ່ມແຕ່ລະກົມກອງໃຫ້ມີຂະບວນການຟົດຟື້ນຢ່າງຕໍ່ເນື່ອງ.
ໂດຍ : ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















