ກອງປະຊຸມ ຮັບສ່ອງແສງ ວຽກງານກວດກາພັກ-ລັດ ທົ່ວກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຂດພາກກາງ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-10-01 11:05:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ: ![]()
ກອງປະຊຸມຮັບສ່ອງແສງ ວຽກງານກວດກາພັກ-ລັດ ທົ່ວກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຂດພາກກາງ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ໄດ້ຈັດຂຶ້ນ ໃນວັນທີ 29 ກັນຍາ 2026 ນີ້, ທີ່ ສູນບັນຊາກອງພົນທີ 4, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະຮັບຜິດຊອບ, ຄະນະພັກ-ຄະນະບັນຊາ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຂດພາກກາງ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ໄດ້ສະເໜີຈຸດປະສົງ ໃນການລົງມາເຄື່ອນໄຫວຮັບສ່ອງແສງຄັ້ງນີ້, ແມ່ນອີງໃສ່ແຜນການຈັດຕັ້ງປະຕິບັດ ວຽກງານກວດກາພັກ-ລັດ ຢູ່ບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ເຂດພາກເໜືອ, ພາກກາງ ແລະ ພາກໃຕ້ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເພື່ອກວດກາຄືນວຽກງານກວດກາພັກ-ລັດ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ແຕ່ລະກົມກອງ. ຈາກນັ້ນ, ຕາງໜ້າແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານຫຍໍ້ກ່ຽວກັບວຽກງານກວດກາພັກ-ລັດ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ, ໜ້າທີ່, ແບບແຜນນຳພາ ແລະ ວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ຈັດຕັ້ງພະນັກງານ ລົງກໍ່ສ້າງຮາກຖານການເມືອງ ບ່ອນທີ່ກົມກອງຕັ້ງທັບ ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງ ປກຊ-ປກສ ເພື່ອຕິດຕາມສະພາບຂອບເຂດຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ຈັດຕັ້ງກຳລັງປະຈຳ 3 ຂັ້ນ, ດຳເນີນຊີວິດການເມືອງພາຍໃນເປັນກະຕິ, ຊີ້ນຳອົງການຈັດຕັ້ງມະຫາຊົນ ສຸ່ມໃສ່ຂະບວນການລວມ ຂອງກົມກອງ ຕິດພັນກັບວຽກງານວິຊາສະເພາະ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ສຸມໃສ່ວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງວັດທະນະທໍາ ນັກຮົບວັດທະນະທໍາ ແລະ ກົມກອງ 3 ປອດ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ຈາກສະຫາຍ ປະທານ ຕື່ມອີກ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















