ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ
ເວລາອອກຂ່າວ: 2026-10-01 11:02:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 347 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີ ສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນທະຈັນ ວົງຫາເທບ ຮອງຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ແກ່ ພະນັກງານປະຈໍາການ ແລະ ພະນັກງານບໍານານ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ຢູ່ກອງບັນຊາການທະຫານແຂວງສາລະວັນ ທັງໝົດ 663 ສະຫາຍ, ຍິງ 110 ສະຫາຍ ໃນນັ້ນ, ພະນັກງານບໍານານ 77 ສະຫາຍ, ຍິງ 15 ສະຫາຍ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















