ຫ້ອງການເມືອງ ກອງພົນທີ 3 ສ້າງຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2026-10-01 10:44:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 314 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ຫ້ອງການເມືອງ ກອງພົນທີ 3 ໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ (25 ຕຸລາ 1981-25 ຕຸລາ 2026), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄໍາຕັນ ແສງມາລາພອນ ຫົວໜ້າຫ້ອງການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມີ ແສງພະຈັນ ຮອງຫົວໜ້າພະແນກປະກັນສັງຄົມ ໄດ້ຂຶ້ຜ່ານແຜນການ ແລະ ຂໍ້ຕົກລົງ ການແຂ່ງຂັນກິລາ ເຊິ່ງປະກອບມີ 1 ປະເພດ ຄື: ກິລາບານສົ່ງ, ລວມມີ 4 ທີມ ແລະ ການແຂ່ງຂັນແມ່ນຈະໄດ້ດຳເນີນໄປຈົນຮອດວັນທີ 20 ຕຸລາ 2026 ຈຶ່ງສໍາເລັດຕາມແຜນການ.
ໂອກາດນີ້, ສະຫາຍ ພັນເອກ ຄໍາຕັນ ແສງມາລາພອນ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຕະຫຼອດຮອດບັນດານັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນ ຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມແຜນການ-ການແຂ່ງຂັນ, ປະຕິບັດຕາມໂມງເວລາ, ກະຕິກາຂອງການແຂ່ງຂັນ ໃຫ້ມີໝາກຜົນສຳເລັດອັນຈົບງາມ, ນັກກິລາທຸກຄົນ ຕ້ອງມີຄວາມສາມັກຄີແໜ້ນແຟ້ນ, ມີນໍ້າໃຈນັກກິລາ ເພຶ່ອເຮັດໃຫ້ການແຂ່ງຂັນ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມປອດໄພ 100%.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















