ກອງພັນໃຫຍ່ 605 ສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ປະຈໍາປີ 2025
ເວລາອອກຂ່າວ: 2026-10-01 10:35:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ກອງພັນໃຫຍ່ 605 ໄດ້ສະຫຼຸບການຈັດຕັງປະຕິບັດຂະບວນການຂໍ້ແຂ່ງຂັນ ຊາວໜຸ່ມ 4 ບຸກ ແລະ ມອບໃບຢັ້ງຢືນນາມມະຍົດ 4 ບຸກ ໃຫ້ການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມ ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກົມກອງ, ຂະແໜງຊາວໜຸ່ມ-ແມ່ຍິງ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາພອນ ທ່ຽງທໍາມາ ຫົວໜ້າຂະແໜງຊາວໜຸ່ມ ກອງພັນໃຫຍ່ 605 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງຂະແໜງຊາວໜຸ່ມ ກອງພັນໃຫຍ່ 605 ໃນໄລຍະຜ່ານມາ, ສາມາດຕີລາຄາໄດ້ການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມ ປະເພດນໍາໜ້າ 4 ບຸກ ຄື: ຂະແໜງຊາວໜຸ່ມ ນຳໜ້າ 4 ບຸກ 1 ຂະແໜງ, ຄະນະບໍລິຫານງານຊາວໜຸ່ມນໍາໜ້າ 4 ບຸກ 4 ຄະນະ, ປະເພດແຂງ 2 ຄະນະ, ກາງ 1 ຄະນະ, ໜ່ວຍນໍາໜ້າ 4 ບຸກ 12 ໜ່ວຍ, ປະເພດແຂງ 13 ໜ່ວຍ, ສະມາຊິກຊາວໜຸ່ມນໍາໜ້າ 4 ບຸກ 78 ສະຫາຍ, ປະເພດແຂງ 269 ສະຫາຍ, ກາງ 25 ສະຫາຍ ແລະ ບໍ່ໄດ້ແບ່ງປະເພດ 29 ສະຫາຍ.
ຈາກນັ້ນ, ສະຫາຍ ພັນໂທ ສີທົນ ມີໄຊຜົນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ແລະ ມອບໃບຢັ້ນຢືນນາມມະຍົດ 4 ບຸກ ໃຫ້ການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຢູ່ກອງພັນໃຫຍ່ 605 ທີ່ມີຜົນງານດີເດັ່ນ, ເປັນແບບຢ່າງນໍາໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ໃນສົກປີ 2022-2025 ຢ່າງສົມກຽດ.
ຂ່າວ: ນ. ໜູແດງ ລາດສະແກ້ວ
ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















