ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຫຼວງ​ພະ​ບາງ ກຳນົດ 8 ເມືອງ ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ
ເວລາອອກຂ່າວ: 2026-10-01 09:43:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ວັນ​ທີ 28 ກັນຍາ 2026 ຜ່ານ​ມາ​ນີ້, ຢູ່​ທີ່​ສະໂມສອນ​ນະຄອນ-ຫຼວງ​ພະ​ບາງ ແຂວງຫຼວງ​ ພະ​ບາງ ໄດ້​ຈັດ​ກອງ​ປະຊຸມ​ຄົ້ນ ຄວ້າໂຄງການ​ບຸລິມະສິດ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ພັດທະນາ​ຊົນນະ​ບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກພາຍ​ໃນ​ແຂວງ​ຫຼວງ​ພະ​ບາງ, ມີ​ ທ່ານ ຄຳ​ເພັດ ສີ​ລາ​ທອງ​ນິດ ຫົວໜ້າ​ພະແນກການ​ເງິນ​ແຂວງ, ທ່ານ ຢີ່ ຢ່າງ ຮອງ​ຫົວໜ້າ​ພະ​ແນກ​ ກະ ສິກຳ ແລະ ສິ່ງແວດລ້ອມ​ແຂວງ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ຄຳ​ເພັດ ສີ​ລາ​ທອງ​ນິດ ໄດ້​ຍົກ​ໃຫ້​ເຫັນ​ວຽກ​ງານ​ຈຸດ​ສຸມ ແລະ ແຜນ​ງານ​ທີ່​ສຳຄັນ ໃນ​ການ​ຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ເຊິ່ງ​ປະກອບ​ມີ 5 ວຽກ​ຈຸດ​ສຸມ ແລະ 12 ແຜນ​ງານ, ໂດຍ​ມອບ​ໃຫ້​ພະແນກການ, ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ ແລະ ບັນດາ​ເມືອງ ຄົ້ນຄວ້າ​ກຳນົດ​ໂຄງການ​ບຸລິມະສິດ ໃສ່​ແຕ່​ລະ​ແຜນ​ງານ ແລະ ວຽກ​ຈຸດ​ສຸມໃຫ້​ ມີ​ຄວາມ​ເປັນ​ເອກະ​ພາບ ໃນ​ການ ຈັດຕັ້ງ​ປະຕິບັດ​ຢູ່ 8 ເມືອງ​ເປົ້າ​ໝາຍ ຄື: ເມືອງ​ໂພນ​ທອງ, ເມືອງ​ວຽງ​ຄຳ, ເມືອງ​ງອຍ, ເມືອງ ​ໂພນ​ໄຊ, ເມືອງ​ປາກແຊງ, ເມືອງ​ປາກ​ອູ, ເມືອງ​ຈອມ​ເພັດ ແລະ ເມືອງ​ພູ​ຄູນ ລວມ​ມີ 111 ບ້ານ​ເປົ້າ​ໝາຍ, ຄອບຄົວ​ເປົ້າ​ໝາຍ 10.927 ຄອບຄົວ, ເຊິ່ງ​ໜ້າ​ວຽກ​ຈຸດ​ສຸມ ແລະ ແຜນ​ງານ​ໂຄງການ ຈະ​ເລັ່ງ​ໃສ່​ສ້າງ​ອາຊີບ ແລະ ແຫຼ່ງ​ລາຍ​ຮັບ, ຈັດ​ສັນພູມລຳເນົາ​ຂອງ​ປະຊາຊົນ​ໃຫ້​ມີ​ຄວາມ​ໝັ້ນຄົງ ແລະ ຍືນ​ຍົງ, ພັດ ທະນາ​ພື້ນຖານ​ໂຄງ​ລ່າງ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຢູ່​ເຂດ​ຊົນນະບົດ, ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຄະນະ​ກຳມະການ​ປົກຄອງ​ຕາແສງ, ການຈັດຕັ້ງ​ບ້ານ ແລະ ຊາວ​ຊົນນະບົດ, ຂົນຂວາຍ ແລະ ຍາດ​ແຍ່ງ​ການ​ລົງທຶນ​ເຂົ້າ​ໃສ່​ການ​ພັດທະນາ​ຢູ່​ຊົນນະບົດ, ສ້າງ ແລະ ປັບປຸງ​ນິຕິ​ກຳ, ກົນ​ໄກ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ໃຫ້​ມີ​ປະ​ສິດທິ​ຜົນ. ຈາກ​ນັ້ນ ໄດ້​ຈັດ​ແບ່ງ​ກຸ່ມ​ເພື່ອ​ພ້ອມ​ກັນ​ຄົ້ນຄວ້າ, ປະກອບ​ຄຳ​ເຫັນ​ໃສ່​ແຜນ​ງານ​ໂຄງການ. ທ່ານ ຢີ່ ຢ່າງ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ພະແນກການ​ຂັ້ນ​ແຂວງ ແລະ ຫ້ອງການ​ທີ່​ກ່ຽວຂ້ອງ​ຂັ້ນ​ເມືອງ ສືບຕໍ່​ຄົ້ນຄວ້າ​ບັນດາ​ໂຄງການ​ບຸລິມະສິດ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ພັດ​ທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກແຕ່​ປີ 2027-2030 ໃຫ້​ລະອຽດ​ຊັດ​ເຈນ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້. ໂດຍ: ທອງ​ດາ ທີບ​ພະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ