ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຕະຫຼາດ​ໂນນ​ຄໍ້ ເຂັ້ມ​ງວດ​ການ​ກວດກາ​ຊີ້ນ​ໝູ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ບໍລິໂພກ
ເວລາອອກຂ່າວ: 2026-10-01 09:42:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ພາຍຫຼັງ​ມີ​ການ​ລະບາດ​ຂອງ​ພະຍາດ​ອະຫິ​ວາ​ໝູ​ອາ​ຟຣິ​ກາ, ລັດຖະບານ​ໄດ້​ອອກ​ແຈ້ງ​ການ​ປິດ​ການ​ເຄື່ອນ​ຍ້າຍ​ໝູ ແລະ ຊີ້ນ​ໝູ​ລະຫວ່າງແຂວງສູ່ແຂວງ, ເມືອງ ສູ່ ເມືອງ ລວມ​ເຖິງ​ການ ຫ້າມ​ນຳ​ເຂົ້າ​ປະເພດ​ໝູ ແລະ ຊີ້ນ​ໝູ ຈາກ​ຕ່າງປະເທດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງພະຍາດ​ອະຫິ​ວາ​ໝູ​ອາ​ຟຣິ​ກາ ໂດຍ​ເດັດຂາດ ເພື່ອ​ສະກັດ​ກັ້ນ​ພະຍາດ. ຈາກ​ມາດ​ຕະ ການ​ດັ່ງກ່າວ, ຕະຫຼາດ​ຫຼາຍແຫ່ງ ​ໃນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຢຸດ​ຈຳໜ່າຍ​ຊີ້ນ​ໝູ​ຊົ່ວຄາວ. ຫຼ້າ​ສຸດ​ພາຍຫຼັງ​ສະຖານະ​ການ​ດັ່ງກ່າວ​ດີ​ຂຶ້ນ​ຕະຫຼາດ​ແຫ່ງ​ຕ່າງໆ ໃນ​ນະ ຄອນຫຼວງ​ວຽງ​ຈັນ ໄດ້​ກັບ​ຄືນ​ມາ​ຈຳໜ່າຍ​ຊີ້ນ​ໝູ​ປົກກະຕິ ເຮັດ​ໃຫ້​ບັນຍາກາດ​ການ​ຊື້-ຂາຍ ກັບ​ມາ​ຄຶກຄື້ນ​ຫຼາຍ​ຂຶ້ນ ໂດຍ​ສະເພາະ​ແມ່ນ​ຕະຫຼາດ​ໂນນ​ຄໍ້ ກໍ​ເປັນ​ອີກ ​ຕະຫຼາດ​ໜຶ່ງ​ທີ່​ສ້າງ​ຄວາມເຊື່ອ​ ໝັ້ນ​ໃຫ້​ປະຊາຊົນ ໂດຍ​ໝູ​ທຸກໂຕ ​ຕ້ອງ​ຜ່ານ​ການ​ກວດກາຈາກ​ສັດ ຕະວະແພດ​ຢ່າງ​ເຂັ້ມ​ງວດ ກ່ອນ​ນຳ​ເຂົ້າ​ມາ​ຂາຍ​ຢູ່​ໃນ​ຕະຫຼາດ ເພື່ອ​ສ້າງ​ຄວາມ​ເຊື່ອໝັ້ນແກ່ຜູ້ບໍ ລິໂພກ. ທ່ານ ນາງ ແສງ​ແກ້ວ ວົງ​ພະຈັນ ເຈົ້າ​ຂອງ​ຕະຫຼາດ​ໂນນ ​ຄໍ້​ໃຫ້​ຮູ້​ວ່າ: ພາຍຫຼັງ​ທີ່ມີການລະ ບາດ​ຂອງ​ພະຍາດ​ອະຫິ​ວາ​ໝູ​ອາ ​ຟຣິ​ກາ ຕະຫຼາດໂນນ​ຄໍ້ ກໍໄດ້ເອົາ ໃຈໃສ່​ປະຕິບັດ​ຕາມ​ຄຳ​ສັ່ງ​ທີ່​ລັດຖະບານ​ວາງ​ອອກ ເພື່ອ​ບໍ່​ໃຫ້​ພະຍາດ​ດັ່ງກ່າວ​ແຜ່​ກະຈາຍ​ເປັນ​ວົງ​ກວ້າງ ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ. ແຕ່​ພາຍຫຼັງ​ທີ່​ສະຖານະ​ການ​ດີ​ຂຶ້ນ​ຕະຫຼາດ​ໂນນ​ຄໍ້ ໄດ້​ກັບ​ມາ​ຂາຍ​ຊີ້ນ​ໝູ​ຄືນໃໝ່​ແລ້ວ. ສະນັ້ນ, ຈຶ່ງ​ຢາກ​ເຊີນຊວນ​ປະຊາຊົນ​ທີ່​ໄດ້​ກາຍ ໄປ, ກາຍມາສາມາດ​ເຂົ້າ​ມາແວ່ ​ຊື້​ຊີ້ນ​ໝູ​ທີ່​ສົດ​ໃໝ່​ຢູ່​ຕະຫຼາດ​ຂອງ​ພວກ​ເຮົາ​ໄດ້, ຮັບຮອງ​ວ່າ​ປອດ​ໄພ ເພາະ​ກ່ອນ​ຈະນຳ​ເອົາຊີ້ນໝູ​ ເຂົ້າ​ມາ​ຂາຍ​ຕ້ອງ​ຜ່ານ​ການ​ກວດ ກາ​ຈາກ​ສັດຕະວະແພດ​ຢ່າງ​ເຂັ້ນ​ງວດ ແລະ ຊາວ​ຄ້າຂາຍ​ກໍ​ຕ້ອງ​ມີ​ໃບຢັ້ງຢືນ ກ່ອນ​ນຳ​ເອົາ​ຊີ້ນ​ໝູ​ເຂົ້າ​ມາ​ຂາຍ. ທ່ານ ວຽງ​ຄຳ ລໍ​ວັນ​ໄຊ ຫົວໜ້າ​ຈັດ​ສັນ​ຕະຫຼາດ​ໂນນ​ຄໍ້ ໃຫ້​ສຳພາດ​ວ່າ: ພາຍຫຼັງ​ທີ່​ມີ​ການ​ຕິດຕາມ ແລະ ເຝົ້າ​ລະວັງ​ການ​ລະບາດ​ຂອງ​ພະຍາດ​ອະຫິ​ວາ​ໝູ (African Swine Fever) ໃນ​ຫຼາຍ​ແຂວງ​ທົ່ວ​ປະເທດ, ໂດຍ​ສະເພາະ 7 ແຂວງ​ທາງພາກເໜືອ ເປັນຕົ້ນ​ແມ່ນແຂວງໄຊ​ຍະບູລີ, ກະຊວງ​ສາ​ທາລະນະ​ສຸກ ຮ່ວມ​ກັບກະຊວງ​ກະສິກຳ ແລະ ປ່າໄມ້, ກົມ​ອາຫານ ແລະ ຢາໄດ້​ມີ​ຄຳ​ສັ່ງ​ ບໍ່​ໃຫ້​ມີ​ການ​ເຄື່ອນ​ຍ້າຍ ແລະ ຂາຍ ​ໝູ​ຊົ່ວຄາວ ເພື່ອ​ຕິດຕາມ ແລະ ເຝົ້າ​ລະວັງ​ຢ່າງ​ເຂັ້ມ​ງວດ ຈົນ​ ຮອດ​ວັນ​ທີ 26 ກັນຍາເຫັນ ​ວ່າບໍ່​ພົບ​ໝູ​ທີ່ ເປັນໄຂ້ ຫຼື ຕິດເຊື້ອ​ເພີ່ມ​ອີກ. ບັນດາ​ບໍລິສັດ ແລະ ຜູ້​ປະກອບ​ການ​ລ້ຽງ ໝູ​ຂະໜາດ​ໃຫຍ່ ເຊັ່ນ: CP, 3F, ນາຍຮ້ອຍ​ເລ່ ແລະ ຜູ້​ສະໜອງ​ອື່ນໆ ໄດ້​ຜ່ານ​ການ​ກວດກາ ແລະ ຢັ້ງຢືນ​ວ່າ​ໝູ​ມີ​ສຸຂະພາບ​ແຂງແຮງ​ດີ, ບໍ່​ມີ​ພະຍາດ, ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ນຳ​ໝູ ສົ່ງ​ມາ​ຈຳໜ່າຍ​ຢູ່​ຕະຫຼາດ ຕາມ​ປົກກະຕິ. ພ້ອມດຽວ​ກັນ​ນີ້, ຄະນະ​ຈັດ​ສັນ​ຕະຫຼາດ ໄດ້​ສົມທົບ​ກັບ​ພາກສ່ວນ​ສັດຕະວະແພດ ແລະ ເຈົ້າ​ໜ້າທີ່​ທີ່​ກ່ຽວຂ້ອງ ເພື່ອ​ສະກັດ​ກັ້ນ ແລະ ປ້ອງ​ກັນ​ຢ່າງ ​ເຂັ້ມ​ງວດ. ສະນັ້ນ, ຈຶ່ງຂໍເຊີນຊວນ ປະຊາຊົນຊາວນະຄອນຫຼວງ​ວຽງ​ຈັນ ເຊື່ອ​ໝັ້ນ ແລະ ເຂົ້າ​ມາ​ ເລືອກ​ຊື້​ຊີ້ນ​ສົດ, ອາຫານ​ທີ່​ມີ​ມາດ ຕະຖານ, ປອດ​ໄພ ຢູ່​ຕະຫຼາດ​ໂນນ​ຄໍ້​ຢ່າງ​ສະບາຍ​ໃຈ. ສຳລັບ​ລາຄາ​ຊື້​ຂາຍ​ຊີ້ນ​ໝູ ແລະ ປະເພດ​ຜັກ​ຕ່າງໆ​ແມ່ນ​ປົກກະຕິ​ບໍ່​ມີ​ການ​ເໜັງ​ຕີງ​ຫຼາຍ, ສ່ວນ​ລາຄາ​ຊີ້ນ​ງົວ​ແມ່ນ​ມີ​ການ​ປັບ​ລົງ. ທ່ານ ນາງ ແດງ ແມ່​ຄ້າຂາຍ​ຊີ້ນ​ໝູ ເວົ້າ​ວ່າ: ພາຍຫຼັງ​ກັບມາ ​ເປີດ​ຂາຍ​ຄືນໃໝ່, ເຫັນ​ວ່າ​ບັນຍາ ກາດ​ການ​ຊື້-ຂາຍ ມີ​ຄວາມ​ຄຶກ ຄື້ນ​ດີ ແລະ ລູກ​ຄ້າ​ກໍ​ມາ​ອຸດ​ໜູນ​ເປັນ​ຈຳນວນ​ຫຼາຍ ທຳ​ອິດ​ຄິດ​ວ່າ​ບັນຍາກາດ​ຈະ​ງຽບ​ເຫງົາ, ແຕ່​ຜົນ​ຕອບ​ຮັບ​ແມ່ນ​ດີ​ກວ່າ​ທີ່​ຄິດ, ລູກ​ຄ້າ​ປະຈຳ ແລະ ປະຊາຊົນທົ່ວ​ ໄປ​ມາ​ຊື້​ຫຼາຍ ເຮັດ​ໃຫ້ຂາຍດີ. ສຳ ລັບ​ລາຄາ​ຈຳໜ່າຍ​ໃນ​ປັດຈຸບັນ​ແມ່ນ​ປົກກະຕິ 80.000 ກີບຕໍ່ກິ​ໂລ, ຂາ​ຕັ້ງ ລາຄາ​ປະມານ 75.000 ກີບຕໍ່ກິ​ໂລ, ເຄື່ອງ​ໃນ ລາຄາ 60.000-65.000 ກີບຕໍ່ກິ​ໂລ. ສະນັ້ນ, ຈຶ່ງ​ຢາກ​ເຊີນຊວນ ພໍ່​ແມ່​ພີ່ນ້ອງ ແລະ ປະຊາຊົນ​ທັງ ຫຼາຍ ເຂົ້າ​ມາ​ເລືອກ​ຊື້​ຊີ້ນ​ໝູ​ຢູ່​ຕະ ຫຼາດ​ໂນນ​ຄໍ້ ຮັບຮອງ​ວ່າ​ປອດໄພ ເພາະ​ຜ່ານ​ການ​ກວດກາ​ຢ່າງ​ຮຽບ​ຮ້ອຍ ແລະ ເຂັ້ມ​ງວດ​ຈາກ ເຈົ້າ​ໜ້າທີ່, ຮັບປະກັນ​ຄວາມ​ສະ ອາດ, ຄວາມ​ປອດ​ໄພ ແລະ ຊີ້ນ​ໝູ​ສົດ ໃໝ່​ທຸກ​ມື້. ໂດຍ: ມາລີ​ດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ