ສປປ ລາວ ເປັນເຈົ້າພາບກອງປະຊຸມ ອະນຸກຳມະການຖະແຫຼງຂ່າວ ອາຊຽນ ຄັ້ງທີ 27
ເວລາອອກຂ່າວ: 2026-10-01 09:41:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ: ![]()
ສປປ ລາວ ເປັນເຈົ້າພາບ ກອງປະຊຸມອະນຸກຳມະການຖະ ແຫຼງຂ່າວອາຊຽນ (ASEAN-COCI Sub-Committee onInformation-SCI) ຄັ້ງທີ 27 ໃນລະຫວ່າງວັນທີ 28-29 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍຜູ້ເຂົ້າຮ່ວມຈະໄດ້ທົບທວນຄືນການຮ່ວມມືໃນຊຸມປີທີ່ຜ່ານມາ, ແລກປ່ຽນຄຳຄິດຄຳເຫັນ ແລະ ກຳນົດທິດທາງຍຸດທະສາດຂອງການຮ່ວມມືໃນພາກພື້ນດ້ານຖະແຫຼງຂ່າວ ແລະ ສື່ມວນຊົນ.
ທ່ານ ວັນສີ ກົວມົວ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ ເນັ້ນໜັກເຖິງບົດບາດສຳຄັນຂອງອະນຸກຳມະການຖະແຫຼງຂ່າວອາຊຽນ ໃນການປັບປຸງວຽກງານການສື່ສານໃນພາກພື້ນ, ສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຊາດອາຊຽນ ແລະ ຊຸກ ຍູ້ເອກະລັກລວມຂອງປະຊາຄົມ ອາຊຽນ. ເປັນຄັ້ງທຳອິດຂອງ ສປປ ລາວ ຫຼັງຈາກທີ່ມີການປັບປຸງໂຄງສ້າງອົງກອນສື່ມວນຊົນຂອງລັດຢ່າງເປັນລະບົບ ໂດຍໄດ້ຍ້າຍສື່ຫຼັກຂອງຊາດ ເຊິ່ງລວມມີ: ສຳນັກຂ່າວສານປະເທດລາວ (KPL), ໂທລະພາບແຫ່ງ ຊາດລາວ (LNTV), ວິທະຍຸແຫ່ງຊາດລາວ (LNR) ສື່ສິ່ງພິມ ຕ່າງໆ ແລະ ສື່ສິ່ງພິມພາສາຕ່າງ ປະເທດມາຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະໂຄສະນາອົບຮົມສູນກາງພັກ. ການປະຕິຮູບອົງກອນຄັ້ງສຳຄັນນີ້, ມີຈຸດປະສົງເພື່ອຍົກລະດັບປະສິດທິພາບການດຳເນີນງານ, ປັບໂຕເຂົ້າສູ່ຍຸກດີຈິຕອນຢ່າງຍືນຍົງ ແລະ ສ້າງສັນເນື້ອຫາທີ່ມີຄຸນນະພາບສູງເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດໃຫ້ດີຍິ່ງຂຶ້ນ.
ນອກຈາກນີ້, ທ່ານຍັງໄດ້ເນັ້ນຢ້ຳເຖິງບົດບາດອັນສຳຄັນ ຂອງອະນຸກຳມະການ ASEAN-COCI ດ້ານຖະແຫຼງຂ່າວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສື່ສານໃນລະ ດັບພາກພື້ນ, ສົ່ງເສີມຄວາມເຂົ້າ ໃຈອັນດີລະຫວ່າງປະເທດສະ ມາຊິກ ແລະ ຮ່ວມກັນພັດທະນາອັດຕະລັກຂອງປະຊາຄົມອາຊຽນໃຫ້ແໜ້ນແຟ້ນ.
ທ່ານນາງ ມາໄລວຽງ ວົງຈັນດີ ຫົວໜ້າອະນຸກຳມະການວຽກງານຖະແຫຼງຂ່າວ ສປປ ລາວ ຮອງອຳນວຍການໃຫຍ່ ໂທ ລະພາບແຫ່ງຊາດລາວ ໄດ້ກ່າວໃນນາມເປັນປະທານກອງປະຊຸມ ໂດຍໄດ້ກ່າວເຖິງທິດທາງ ແລະ ຄວາມຮ່ວມມືດ້ານສື່ມວນຊົນໃນຍຸກໃໝ່ວ່າ: “ໃນຍຸກແຫ່ງການຫັນເປັນດີຈິຕອນຢ່າງໄວວາ, ຄະນະອະນຸກຳມະການດ້ານຖະ ແຫຼ່ງຂ່າວໄດ້ກາຍເປັນເວທີຍຸດທະສາດສຳຄັນ ສຳລັບປະເທດສະມາຊິກອາຊຽນ ໃນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ເລິກເຊິ່ງ, ເສີມສ້າງພະລັງສຽງຂອງພາກພື້ນໃຫ້ເຂັ້ມແຂງ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໆ ໂດຍສະເພາະການແກ້ໄຂບັນຫາຂໍ້ມູນຂ່າວປອມ (Fake News) ແລະ ສື່ສັງເຄາະ (Synthetic Media). ການຫາຂໍ້ມູນແບບສ້າງສັນ ແລະ ຄວາມຮ່ວມມືທີ່ເປັນຮູບປະທຳ, ພວກເຮົາຈະສາມາດຮ່ວມກັນສ້າງປະຊາຄົມອາຊຽນທີ່ມີຂໍ້ມູນຂ່າວສານຄົບຖ້ວນ, ເຊື່ອມໂຍງເຊິ່ງກັນ ແລະ ກັນ ແລະ ພ້ອມຮັບມືກັບທຸກຄວາມປ່ຽນແປງຢ່າງຍືນຍົງ.
ການຈັດກອງປະຊຸມຄັ້ງນີ້, ຖືເປັນກົນໄກສຳຄັນໃນການຂັບເຄື່ອນແຜນງານອາຊຽນ ວ່າດ້ວຍຂໍ້ມູນຂ່າວສານ ແລະ ສື່ມວນຊົນ ປີ 2026-2035 (ASEAN Work Plan for Information and Media 2026–2035) ໂດຍມຸ່ງເນັ້ນການເຊື່ອມໂຍງລະ ບົບສື່ມວນຊົນໃນພາກພື້ນ, ເພີ່ມພູນທັກສະຄວາມຮູ້ເທົ່າທັນດີຈະຕອນ (Digital Literacy) ແລະ ວາງຮາກຖານດ້ານສື່ອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ມີວິໄສທັດຍາວໄກ.
ໃນວາລະການປະຊຸມ, ຄະນະຜູ້ແທນຈະໄດ້ຮ່ວມກັນທົບທວນຄວາມຄືບໜ້າຂອງໂຄງການຕ່າງໆ, ພິຈາລະນາຂໍ້ສະເໜີໂຄງ ການໃໝ່ທີ່ຈະຂໍຮັບການສະໜັບ ສະໜູນຈາກ ກອງທຶນວັດທະນະ ທຳອາຊຽນ (ACF) ສຳລັບປີງົບປະມານ 2027 ລວມເຖິງການຫາລືຄວາມຮ່ວມມືກັບປະ ເທດຄູ່ເຈລະຈາ (ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ຣັດເຊຍ ແລະ ນອກແວ).
ນອກຈາກນີ້, ກອງປະຊຸມ ຈະຮ່ວມກັນກຽມຄວາມພ້ອມສຳລັບການ ຈັດສຳມະນາຫຼາຍພາກສ່ວນຂອງອາຊຽນ ວ່າດ້ວຍການແກ້ໄຂບັນຫາຂໍ້ມູນຂ່າວ ປອມ ແລະ ການຄຸ້ມຄອງສື່ ສັງ ຄົມ ໃນວັນທີ 4-5 ພະຈິກ 2026 ທີ່ນະຄອນຫຼວງພະນົມເປັນປະ ເທດກຳປູເຈຍ, ພ້ອມທັງຫາລືການກຽມງານປະຊຸມ SCI ຄັ້ງທີ 28 ເຊິ່ງປະເທດມາເລເຊຍ ຈະເປັນເຈົ້າພາບໃນລຳດັບຕໍ່ໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















