ກະກຽມການເຝິກຊ້ອມຮ່ວມປ້ອງກັນພົນລະເຮືອນ ສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ
ເວລາອອກຂ່າວ: 2026-10-01 09:22:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ: ![]()
ຕາມແຫຼ່ງຂ່າວ ກປ.ອອນໄລ ວັນທີ 28 ກັນຍາ ຜ່ານມາ, ທີ່ຮ່າໂນ້ຍ, ທ່ານ ພົນຈັດຕະວາ ຮວິ່ງເຕີນຮຸ່ງ ຮອງຫົວໜ້າກົມໃຫຍ່ພະລາທິການ-ເຕັກນິກ ເປັນປະທານກອງປະຊຸມລາຍງານວຽກງານກະກຽມການເຝິກຊ້ອມຮ່ວມກ່ຽວກັບປ້ອງກັນພົນລະເຮືອນ ລະຫວ່າງກອງທັບສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ.
ໂດຍປະຕິບັດຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງຝຶກຊ້ອມຮ່ວມກ່ຽວກັບປ້ອງກັນພົນລະເຮືອນ ລະຫວ່າງກອງທັບສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ, ບັນດາກົມກອງ, ກົມ ວິຊາການຂອງກົມໃຫຍ່ພະລາທິ ການ-ເຕັກນິກ ໄດ້ປະກາດໃຊ້ເອ ກະສານແນະນຳ, ສ້າງແຜນການຮັບປະກັນໃຫ້ແກ່ບັນດາກົມກອງເຂົ້າຮ່ວມການເຝິກຊ້ອມຢ່າງຮີບດ່ວນ. ກົມເສນາຮັກສົມທົບກັບບັນດາອົງການທີ່ກ່ຽວຂ້ອງສ້າງເອກະສານເຝິກຊ້ອມສະບັບຕ່າງໆ, ເປັນເຈົ້າການກະກຽມກຳລັງ, ພາຫະນະ ແລະ ເປັນເສນາທິການກໍ່ສ້າງແຜນການເຝິກຊ້ອມກຳລັງແພດທະນາໃນການຝຶກຊ້ອມ.
ທີ່ກອງປະຊຸມ, ຜູ້ແທນບັນດາອົງການ, ກົມວິຊາການລາຍງານໝາກຜົນການກະກຽມ ແລະ ນຳສະເໜີເນື້ອໃນຕ້ອງສຸມໃສ່ຊີ້ນຳ, ແນະນຳວຽກງານພະລາທິການ, ເຕັກນິກໃຫ້ແກ່ກົມກອງໃນການເຝິກຊ້ອມ. ສະຫຼຸບກອງປະຊຸມ, ທ່ານ ພົນຈັດຕະວາ ຮວິ່ງເຕີນຮຸ່ງ ຮຽກຮ້ອງໃຫ້ກົມເສນາທິການ, ບັນດາກົມວິຊາການ, ໂຮງໝໍສືບ ຕໍ່ຄົ້ນ ຄວ້າ, ເຊື່ອມຊຶມຄຳສັ່ງຂອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ສ້າງແຜນການຢ່າງລະອຽດ, ກຳແໜ້ນເວລາ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















