ກອງພັນໃຫຍ່ 11 ຕ້ອນຮັບການຢ້ຽມຢາມ ຂອງຄະນະນັກສຶກສາປະລິນຍາໂທ ເສນາເຕັກນິກ ຮຸ່ນທີ I ວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2026-09-30 15:39:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ກອງພັນໃຫຍ່ 11 ໄດ້ຕ້ອນຮັບການຢ້ຽມຢາມຖອດຖອນບົດຮຽນ ຂອງຄະນະນັກສຶກສາປະລິນຍາໂທ ເສນາເຕັກນິກ ຮຸ່ນທີ I ວິທະຍາຄານເຕັກນິກການທະຫານ ເຊິ່ງນໍາພາໂດຍສະຫາຍ ພັນໂທ ບຸນທະວີ ສີວິໄລ ຮອງອຳນວຍການ, ຫົວໜ້າຫ້ອງອົບຮົມ ວິທະຍາຄານເຕັກນິກການທະຫານ ໂດຍໃຫ້ການຕ້ອນຮັບ ຂອງສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ໄດ້ລາຍງານຫຍໍ້ປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງກົມກອງ ເຊິ່ງກອງພັນໃຫຍ່ 11 ເປັນກອງພັນໃຫຍ່ເອກະລາດຂຶ້ນກັບກະຊວງ ເຊິ່ງພາຍໃຕ້ການຊີ້ນຳ ຂອງກະຊວງປ້ອງກັນປະເທດ ໂດຍກົງຮອບດ້ານ ແລະ ເຮັດໜ້າທີ່ປ້ອງກັນນະຄອງຫຼວງວຽງຈັນ ແລະ ອົງການພັກ-ລັດ, ເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບໃນຂອບເຂດທົ່ວປະເທດ, ເຮັດໜ້າທີ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ, ເປັນກົມກອງຕົວແບບ ຂອງກະຊວງປ້ອງກັນປະເທດ.
ຈາກນັ້ນ, ຄະນະນັກສຶກສາປະລິນຍາໂທ ເສນາເຕັກນິກ ຮຸ່ນທີ I ວິທະຍາຄານເຕັກນິກການທະຫານ ໄດ້ຜັດປ່ຽນກັນມີຄຳເຫັນ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານເຕັກນິກ ຂອງກອງພັນໃຫຍ່ 11 ພ້ອມທັງ ຢ້ຽມຢາມເຂດເຕັກນິກ ຂອງກອງພັນໃຫຍ່ ຕື່ມອີກ.
ໂດຍ: ໄລບອຍ ຈັນທະມາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















