ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ປະກາດການແຕ່ງຕັ້ງ ພະນັກງານ ຂັ້ນນຳພາ-ບັນຊາ ອົງການໄອຍະການທະຫານພາກໃຕ້
ເວລາອອກຂ່າວ: 2026-09-30 14:43:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ພະນັກງານ ຂັ້ນນໍາພາ-ບັນຊາ ອົງການໄອຍະການທະຫານພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ອໍາພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີກົມພະນັກງານ, ພະແນກການທີ່ກ່ຽວຂ້ອງຈາກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ແຂກທີ່ຖືກເຊີນ ຈາກກົມກອງອ້ອມຂ້າງ, ຄະນະພັກ-ຄະນະບັນຊາ ອົງການໄອຍະການທະຫານພາກໃຕ້ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ອົງການໄອຍະການທະຫານພາກໃຕ້ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ທອງສ່ຽນ ວົງໄຊ ເປັນຫົວໜ້າອົງການໄອຍະການທະຫານພາກໃຕ້, ສະຫາຍ ພັນໂທ ສຸກທະວີທອງ ບຸດຕາເສີດ ເປັນຮອງຫົວໜ້າອົງການໄອຍະການທະຫານພາກໃຕ້. ຈາກນັ້ນ, ສະຫາຍ ພັນໂທ ຄອນສະຫວັນ ແກ້ວຈັນທອນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນຕີ ສູນທອນ ມີໄຊໂຊກ ເປັນຫົວໜ້າພະແນກຕິດຕາມກວດກາທົ່ວໄປ ອົງການໄອຍະການທະຫານພາກໃຕ້. ພ້ອມດຽວກັນນັ້ນ, ສະຫາຍ ພັນໂທ ມະນີແສງ ກົມບຸດຕະວົງ ຫົວໜ້າພະແນກຈັດຕັ້ງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ປ່ຽນແທນກໍາມະການຄະນະພັກຮາກຖານ ອົງການໄອຍະການທະຫານຂັ້ນສູງ ແລະ ເລຂາໜ່ວຍພັກ ອົງການໄອຍະການທະຫານພາກໃຕ້ ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ທອງສ່ຽນ ວົງໄຊ ເປັນກຳມະການຄະນະພັກຮາກຖານ ອົງການໄອຍະການທະຫານຂັ້ນສູງ, ທັງເປັນເລຂາໜ່ວຍພັກ ອົງການໄອຍະການທະຫານພາກໃຕ້. ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ເພື່ອເປັນທິດທາງໃນການນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານຕົວຈິງ ຂອງກົມກອງໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສູງ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ