ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກົມໃຫຍ່ພະລາທິການ ປະກາດການປະດັບຊັ້ນ ໃຫ້ນັກຮຽນ ທີ່ຮຽນຈົບຈາກ ສ ຣັດເຊຍ ປີ 2026
ເວລາອອກຂ່າວ: 2026-09-30 14:19:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ວັນທີ 30 ກັນຍາ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການປະດັບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບ ຈາກ ສ ຣັດເຊຍ ປີ 2026 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະ ພັກ-ຄະນະບັນຊາ ກົມເສນາພະລາ, ກົມນໍ້າມັນເຊື້ອໄຟ, ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ວຽງແກ້ວ ວົງວຽງຄໍາ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບຈາກ ສ ຣັດເຊຍ ປີ 2026 ໃນນີ້, ປະດັບຊັ້ນ ຮ້ອຍໂທ ໃຫ້ນັກຮຽນ ທີ່ຮຽນຈົບປະລິນຍາຕີ ວິຊາສະເພາະນໍ້າມັນເຊື້ອໄຟ 5 ສະຫາຍ ແລະ ຮຽນຈົບປະລິນຍາຕີ ອຸປະໂພກ-ບໍລິໂພກ ຈາກວິທະຍາຄານພະລາທິການ-ເຕັກນິກ ສ ຣັດເຊຍ 10 ສະຫາຍ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ