ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ແຂວງ​ຈຳປາ​ສັກ ປະກາດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ດ່ານ​ສາກົນ​ວັງ​ເຕົ່າ
ເວລາອອກຂ່າວ: 2026-09-30 09:42:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ແຫຼ່ງຂ່າວຈຳປາສັກໃຫ້ຮູ້ ວ່າ: ວັນ​ທີ 28 ກັນຍາ 2026, ທີ່​ ດ່ານ​ສາກົນ​ວັງ​ເຕົ່າ ແຂວງ​ຈຳປາ​ສັກ ໄດ້​ຈັດ​ພິທີ​ປະກາດ​ແຕ່ງຕັ້ງ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ດ່ານ​ສາກົນ​ວັງ​ເຕົ່າ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ສົມ​ສີ ມະນີ​ນິນ ກໍາມະການຄະນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ​ຈຳ ປາ​ສັກ, ມີ​ ສະຫາຍ ຄຳ​ປະຈັກ ແກ້ວ​ພູ​ວົງ ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ດ່ານ​ສາກົນ​ວັງ​ເຕົ່າ ພ້ອມ ​ດ້ວຍຄະນະປັບປຸງກົງຈັກການ ຈັດຕັ້ງ​ພັກ-ລັດ​ຂັ້ນ​ແຂວງ, ຄະນະ ​ພັກ-ຄະນະ​ຄຸ້ມ​ຄອງ​ດ່ານ ແລະ ແຂກ​ຖືກ​ເຊີ​ນກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ນາງ ສົມບູນ ແກ້ວ​ພະນາ​ໄພ ຮອງ​ຫົວໜ້າ​ຄະ ນະ​ຈັດ​ຕັ້ງ​ແຂວງ ໄດ້​ຜ່ານຂໍ້ຕົກ ລົງ​ຂອງ​ຄະນະ​ກຳມະການ​ປົກ ຄອງ​ແຂວງ, ຜ່ານ​ຂໍ້​ຕົກລົງຄະ ນະ​ກຳມະການ​ປົກຄອງ​ແຂວງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຮອງ​ຫົວ ໜ້າ​ຄະນະ​ຄຸ້ມ​ຄອງ​ດ່ານ​ສາກົນ​ວັງ​ເຕົ່າ ໂດຍ​ຕົກລົງ​ແຕ່ງຕັ້ງ​ ສະຫາຍ ສຸກ​ສັນ ເທບ​ວົງສາ ແລະ ສະຫາຍ ສົມ​ພອນ ສີ​ລິກຸນ ເປັນ​ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ດ່ານ​ສາກົນ​ວັງ​ເຕົ່າ. ພ້ອມ​ນີ້, ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຄະນະ​ກຳມະການ​ປົກຄອງ​ແຂວງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຫົວໜ້າ​ຂະແໜງ ແລະ ຮອງ​ຫົວໜ້າ​ຂະແໜງ ຂອງຄະ ນະ​ຄຸ້ມ​ຄອງ​ດ່ານ​ສາກົນ​ວັງເຕົ່າ ໂດຍ​ແຕ່ງ​ ສະຫາຍ ເດດ​ອຸດົມ ສະ​ຫວັດ​ທະ​ສິນ ເປັນ​ຫົວໜ້າ​ຫ້ອງ​ບໍລິຫານ​ດ່ານ​ສາກົນ​ວັງ​ເຕົ່າ, ສະຫາຍ ວິລັດ ໝັ້ນຄົງ ເປັນ​ຫົວໜ້າ​ຂະແໜງ​ກັກ​ກັນ, ແຕ່ງຕັ້ງ​ສະຫາຍ ນາງ ໄຂ່​ແກ້ວ ແກ້ວ​ໂກ​ມິນ ແລະ ສະຫາຍ ບຸນ​ທະວີ ລາດ​ຊະ​ພົນ ເປັນ​ຮອງ​ຫົວໜ້າ​ຫ້ອງ​ບໍລິຫານ​ດ່ານ​ສາກົນ​ວັງ​ເຕົ່າ, ສະ ຫາຍ ເພັດ​ສະໝອນ ພົມ​ມີ ແລະ ສະຫາຍ ໂພ​ໄຊ ຈັນທະ​ວົງ ເປັນ​ຮອງ​ຫົວໜ້າ​ຂະແໜງ​ກັກ​ກັນ. ຕອນ​ທ້າຍ​ພິທີ, ທ່ານ ສົມສີ ມະນີ​ນິນ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ ຕັ້ງ​ໃໝ່ ເພື່ອ​ເປັນ​ບ່ອນອີງໃນ ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນຕໍ່ໜ້າ ໃຫ້​ມີ​ຜົນສຳ ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ. ໂດຍ: ທູນ​ທອງ​ໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ