ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ສ້າງ​ຄວາມ​ເຂັ້ມແຂງ ດ້ານ​ວຽກ​ງານ​ກວດກາ​ການ​ຄ້າ ໃຫ້​ພະນັກງານ​ຢູ່​ແຂວງ​ສະຫວັນ​ນະ​ເຂດ
ເວລາອອກຂ່າວ: 2026-09-30 09:41:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ​ແຂວງ​ສະຫວັນ​ນະເຂດ ຮ່ວມ​ກັບ​ກົມ​ການ​ຄ້າ​ພາຍ​ໃນ, ກະຊວງ​ອຸດສາຫະກຳ ແລະ ການຄ້າຈັດເ​ຝິກ​ອົບຮົມໄລ ຍະສັ້ນ ເພື່ອ​ສ້າງ​ຄວາມ​ເຂັ້ມ ແຂງໃຫ້​ພະນັກງານ​ກວດກາ​ການ​ຄ້າແຂວງສະຫວັນ​ນະເຂດ ໃນ​ທ້າຍ​ອາທິດ​ຜ່ານມາ ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ ສະຫາຍ ສີ​ທັດ​ຖະ ພອນ​ສະຫວັນ ວ່າການ​ຫົວໜ້າພະແນກອຸດສາຫະກຳ ແລະ ການ​ຄ້າແຂວງສະຫວັນ​ນະ​ເຂດ, ສະຫາຍ ໄຊ​ທິ​ເດດ ອິນ​ທະ​ສອນ ຮອງຫົວໜ້າກົມ​ການ​ຄ້າ​ພາຍໃນ, ພ້ອມດ້ວຍ​ ວິ ທະຍາກອນ, ຂະແໜງ, ຫ້ອງການ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ​ແຂວງ​ສະຫວັນ​ນະ​ເຂດ ແລະ ນັກ​ສຳ​ມະ​ນາ​ກອນ ເຂົ້າ​ຮ່ວມ. ສະຫາຍ ສີ​ທັດ​ຖະ ພອນ​ສະຫວັນ ໄດ້​ຍົກ​ໃຫ້​ເຫັນ ຄວາມ​ສຳຄັນ ຂອງ​ວຽກ​ງານ​ກວດກາ​ການ​ຄ້າ ເຊິ່ງ​ແມ່ນ​ພາລະ​ ບົດບາດ​ໜຶ່ງ ທີ່​ມີ​ລັກສະນະ​ຍຸດ​ທະ​ ສາດ ໃນ​ການ​ຄຸ້ມ​ຄອງ​ມະຫາ​ພາກ, ແນ່​ໃສ່​ຮັບປະກັນ​ໃຫ້​ການ ເຄື່ອນໄຫວ​ທຸລະ​ກິດ, ການ​ຊື້-ຂາຍ ແລະ ການ​ບໍລິການ​ພາຍໃນ ​ປະເທດ, ດຳເນີນ​ໄປ​ຢ່າງຖືກ ຕ້ອງ​ຕາມ​ລະບຽບ​ກົດໝາຍ, ລະ ບຽບ​ການຂົງເຂດ​ການ​ຄ້າ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ເພື່ອ​ປົກ​ປ້ອງ​ຜົນ ​ປະໂຫຍດ​ຂອງ​ຜູ້​ຊົມໃຊ້, ຜູ້​ປະ ກອບ​ການ​ທີ່​ດຳເນີນ​ທຸລະ​ກິດ​ຢ່າງ​ຖືກຕ້ອງ​ໂປ່ງ​ໃສ ແລະ ຮັກສາສະ ຖຽນ​ລະ​ພາບ ທາງ​ດ້ານ​ເສດຖະ ກິດ-ສັງຄົມ ໃຫ້​ມີ​ຄວາມ​ສະຫງົບ ແລະ ເຕີບ​ໃຫຍ່​ຢ່າງ​ຕໍ່​ເນື່ອງ. ຕະ ຫຼອດ​ໄລຍະ 2 ວັນ ຜູ້​ເຂົ້າ​ຮ່ວມ​ໄດ້​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາ ມາດທາງ​ດ້ານ​ທິດ​ສະ​ດີ, ນິຕິ​ກຳ, ກົດໝາຍ ແລະ ບົດຮຽນ​ຕົວ​ຈິງ ໂດຍ​ສະເພາະ ພະນັກງານ​ທີ່​ເຮັດ​ວຽກກວດກາການ​ຄ້າ​ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ທັງ​ເປັນ​ການ​ສ້າງ​ຄວາມ​ເປັນ​ເອກະ​ພາບ ໃນ​ການຈັດຕັ້ງປະຕິບັດໜ້າ ທີ່ວິຊາ​ສະເພາະ ໃຫ້​ມີ​ຄວາມເຂັ້ມ ແຂງ, ເດັດຂາດ, ໂປ່ງ​ໃສ ແລະ ຍຸດຕິ​ທຳ. ພ້ອມ​ນີ້, ຍັງ​ໄດ້​ແລກ ປ່ຽນ​ບົດຮຽນ ກ່ຽວກັບວິທີການ ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ່ງ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ໃນ​ທ້ອງ ​ຕະຫຼາດ ທີ່​ນັບ​ມື້​ນັບມີຄວາມສະ ຫຼັບຊັບຊ້ອນ. ວຽກ​ງານ​ກວດກາ​ການ​ຄ້າ ໃນ​ລະດັບ​ທ້ອງຖິ່ນ ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ໃນ​ການ​ຕິດຕາມ, ກວດກາ, ຊຸກຍູ້ ແລະ ຄຸ້ມ​ຄອງ​ການເຄື່ອນໄຫວ​ທຸລະ​ກິດ, ຫ້າງ​ຮ້ານ ແລະ ຕະ ຫຼາດ ພາຍ​ໃນ​ແຂວງ ໃຫ້ດຳເນີນ ​ຖືກຕ້ອງ​ຕາມ​ລະບຽບ ກົດໝາຍ. ການ​ເຝິກ​ອົບຮົມ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ ຍົກ​ລະດັບ​ຄວາມ​ຮູ້ດ້ານ​ກົດໝາຍ, ນິຕິ​ກຳ ແລະ ທັກ​ສະການ​ລົງ​ກວດກາ​ຕົວ​ຈິງ ໃຫ້​ແກ່​ເຈົ້າ​ໜ້າທີ່​ການ​ຄ້າ ໃນ​ລະດັບ​ແຂວງ ແລະ ເມືອງ, ນະຄອນ, ແກ້​ໄຂ​ບັນຫາ​ຕົວ​ຈິງ ເປັນຕົ້ນການ​ຄຸ້ມ​ຄອງລາ ຄາ​ສິນຄ້າ, ການ​ສະກັດ​ກັ້ນ​ສິນຄ້າ​ຜິດ​ກົດໝາຍ, ສິນຄ້າ​ປອມ​ແປງ​ລອກ​ຮຽນ​ແບບ ແລະ ສິນຄ້າ​ໝົດ​ອາຍຸ ທີ່​ກະທົບ​ຕໍ່​ຜູ້​ຊົມໃຊ້​ພາຍ​ໃນ​ແຂວງ, ເມືອງ, ນະຄອນ. ສ້າງ​ຄວາມ​ເປັນ​ເອກະ​ພາບ ແລະ ຮັດ​ ແໜ້ນ​ການ​ປະສານ​ງານ​ກັບພາກ ສ່ວນ​ກ່ຽວຂ້ອງ​ອ້ອມຂ້າງ​ແຂວງ, ເມືອງ, ນະຄອນ ໃຫ້​ມີ​ຄວາມ​ວ່ອງ ໄວ ແລະ ມີ​ປະສິດທິພາບສູງ​ ຂຶ້ນ. ໂອກາດ​ນີ້, ສະຫາຍ ໄຊ​ທິ​ເດດ ອິນ​ທະ​ສອນ ກ່າວ​ວ່າ: ການ​ເຝິກ​ ອົບຮົມ​ໃນ​ຄັ້ງ​ນີ້, ຈັດ​ຂຶ້ນ​ ເພື່ອ​ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈຢ່າງ​ ເລິກເຊິ່ງກ່ຽວກັບບັນດາກົດ ໝາຍ, ນິຕິ​ກຳ​ລຸ່ມ​ກົດໝາຍ ແລະ ຂໍ້​ກຳນົດ​ໃໝ່ໆ ທີ່​ພົວພັນ​ເຖິງ​ການ​ກວດກາ​ການ​ຄ້າ, ແລກປ່ຽນ​ບົດຮຽນ, ປະສົບ​ການ​ຕົວ​ຈິງ ແລະ ວິທີ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢູ່​ໜ້າ​ວຽກລະຫວ່າງ​ເຈົ້າ​ໜ້າທີ່​ດ້ວຍ​ກັນ, ຍົກ​ສູງ​ຈັນ​ຍາ​ບັນ, ຄຸນສົມບັດ​ສິນ​ທຳ​ປະຕິວັດ ຂອງ​ເຈົ້າ​ໜ້າທີ່ ເພື່ອ​ປະຕິບັດໜ້າ ທີ່​ດ້ວຍ​ຄວາມ​ໂປ່ງ​ໃສ ແລະ ຍຸຕິ​ ທຳ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າ​ ຮ່ວມ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ ໂດຍ​ເອົາໃຈໃສ່​ຕິດຕາມ, ​ຮັບ​ຟັງ​ການ​ບັນຍາຍ​ຈາກ​ວິທະ ຍາກອນ ຢ່າງ​ຕັ້ງໜ້າ, ກ້າ​ຄິດ, ກ້າ​ຖາມ ແລະ ແລກປ່ຽນນຳ​ ເອົາ​ບັນຫາ, ຂໍ້​ຂ້ອງ​ໃຈ ຫຼື ອຸປະສັກ​ທີ່​ໄດ້​ພົບພໍ້ ໃນ​ການ​ລົງ​ປະຕິບັດ​ງານ​ຕົວ​ຈິງ ຂຶ້ນ​ມາ​ສົນທະນາ ເພື່ອ​ ຊອກ​ຫາ​ທາງ​ອອກ​ຮ່ວມກັນ, ຫັນ ປ່ຽນ​ຄວາມ​ຮູ້​ເປັນ​ການປະຕິບັດ: ພາຍຫຼັງ​ສຳເລັດ​ການເ​ຝິກ​ອົບຮົມ, ໃຫ້​ນຳ​ເອົາ​ບົດຮຽນ​ເຫຼົ່າ​ນີ້ ໄປ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ທ້ອງ ຖິ່ນ​ຂອງ​ຕົນ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ກວ່າ​ເກົ່າ. ໂດຍ: ແຫຼ່ງ​ຂ່າວ​ຈາກ​ແຂວງ​ສະຫວັນ​ນະ​ເຂດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ