ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ກອງ​ປະຊຸມ​ຄົບ​ຄະນະ ຂອງ​ກຳມາ​ທິ​ການ​ກົດໝາຍ ແລະ ຍຸຕິ​ທຳ ປະຈຳ​ປີ 2026
ເວລາອອກຂ່າວ: 2026-09-30 09:40:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ໃນ​ວັນ​ທີ 24-25 ກັນຍາ ນີ້້, ທີ່ນະຄອນຫຼວງ​ວຽງ​ຈັນ, ໄດ້​ມີ​ກອງ​ປະຊຸມ​ຄົບ​ຄະນະ​ປະຈຳ​ປີ 2026 ຂອງ​ກຳມາທິການກົດ ໝາຍ ແລະ ຍຸຕິ​ທຳ (​ກໝຍທ), ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ນາງ ທຸມມາ​ລີ ວົງ​ພະຈັນ ປະທານ​ກຳ ມາ​ທິ​ການ​ກົດໝາຍ ແລະ ຍຸຕິ​ທຳ, ມີ​ ທ່ານ ກອງແກ້ວ ໄຊ​ສົງຄາມ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຜູ້​ຊີ້​ນຳ​ວຽກ​ງານ​ກຳມາ​ທິ​ການ, ມີ​ບັນດາ​ທ່ານ​ສະ ມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ສັງກັດ ​ກໝຍທ ຈາກ 18 ເຂດ​ເລືອກ​ຕັ້ງ, ຮອງ​ປະທານ​ກຳມາ​ທິ​ການ ແລະ ຮອງຫົວໜ້າຫ້ອງ ​ວ່າການ​ສະພາແຫ່ງ​ຊາດ, ຮອງ ​ປະທານ​ສານ​ປະຊາຊົນສູງສຸດ, ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ, ຮອງ​ລັດຖະ ມົນຕີ, ຮອງ​ຫົວ ໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ຮອງ​ປະທານ​ອົງການ​ກວດກາ​ແຫ່ງ​ລັດ ແລະ ຜູ້ຕາງໜ້າ​ຈາກ​ກະ ຊວງ, ອົງການ​ອ້ອມ​ຂ້າງ​ສູນ​ກາງ ເຂົ້າ​ຮ່ວມ. ກອງ​ປະຊຸມ​ຄັ້ງ​ນີ້, ເປັນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ​ຂອງ​ກຳມາ​ທິ​ການ​ກົດໝາຍ ແລະ ຍຸຕິ​ທຳ ເພື່ອ​ຮັບ​ຟັງ​ຮ່າງ​ບົດ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ປະຈຳ​ປີ 2026 ແລະ ກຳນົດ​ທິດ​ທາງ​ແຜນການ​ປະຈຳ​ປີ 2027 ຂອງ ​ກໝຍທ; ບົດ​ລາຍ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ກ່ຽວ​ ກັບການຈັດຕັ້ງປະຕິບັດມະຕິ​ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ຂອງ​ສານ​ປະຊາຊົນ​ສູງ​ສຸດ ແລະ ມະຕິ ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ; ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ສືບສວນ-ສອບ​ສວນ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ການ​ດຳເນີນ​ຄະດີ​ຕາມ​ຂະ​ບວນ​ຍຸຕິ​ທຳ ແລະ ການ​ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ໂດຍ​ສະເພາະ​ກັບ​ສະພາ​ແຫ່ງ​ຊາດ ໃນ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ; ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ແກ້​ໄຂ​ຄຳ​ສະເໜີ​ຂອງ​ລັດຖະບານ ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ ສະບັບ​ປີ 2022; ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດ ລະຫວ່າງ​ສະພາ​ແຫ່ງ​ຊາດ ກັບ ກະຊວງ​ຍຸຕິ​ທຳ ໂດຍ​ສະເພາະ​ການຈັດຕັ້ງ​ປະຕິບັດ​ມາດຕາ 327 ຂອງ​ກົດໝາຍ​ວ່າ ​ດ້ວຍ​ການ​ດຳເນີນ​ຄະດີ​ແພ່ງສະ ບັບ​ປີ 2024; ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ພິຈາລະນາ​ແກ້​ໄຂ​ຄຳ​ສະເໜີ, ການ​ປະສານ​ງານ​ກັບ​ສະພາ​ແຫ່ງ​ຊາດ ໃນ​ການ​ພິຈາລະນາ​ແກ້​ໄຂ​ຄຳ​ຮ້ອງທຸກ ໂດຍ​ສະເພາະ​ການ​ກວດກາ​ການ​ປະຕິບັດ​ໜ້າທີ່​ຂອງ​ຜູ້​ພິພາກສາ, ພະນັກງານ​ໄອ​ຍະ​ການ, ພະນັກ ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ແລະ ພະນັກງານ-ລັດຖະກອນ ທີ່​ຮັບຜິດຊອບ​ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງທຸກ; ການ​ສະເໜີ ແລະ ທາບ​ທາມ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍ​ຈຳນວນ 08 ສະບັບ ທີ່​ຈະ​ນຳ​ເຂົ້າ​ພິຈາລະນາ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ X ເຊິ່ງ​ຕິດ​ພັນ​ກັບ 7 ພາກສ່ວນ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະກັດ​ກັ້ນ​ອາ​ຊະ​ຍາ​ກຳ​ໄຊ​ເບີ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຈະລາຈອນ​ທາງ​​ບົກ, ຮ່າງ​ກົດໝາຍ​ວ່າ​ດ້ວຍນາຍ​ ທະຫານ​ກອງທັບ​ປະຊາຊົນລາວ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ກຳລັງ​ປ້ອງ​ ກັນ​ຄວາມ​ສະຫງົບ​ປະຊາຊົນ​ລາວ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນ​ລະ​ເຮືອນ (ສ້າງ​ໃໝ່) ແລະ ຮ່າງ​ກົດໝາຍວ່າດ້ວຍ​ ລັດຖະບານ. ຈາກ​ນັ້ນ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ, ປະ ກອບ​ຄຳ​ເຫັນ​ຢ່າງ​ມີ​ຈຸດ​ສຸມ ແລະ ເລິກເຊິ່ງ, ຍົກ​ໃຫ້​ເຫັນ​ຜົນສຳເລັດ​ໃນ 1 ປີຜ່ານມາ ແລະ ບາງ​ຂໍ້ ຄົງຄ້າງ​ທີ່​ຈະ​ຕ້ອງ​ສືບຕໍ່​ປັບປຸງໃນ​ ປີ​ຕໍ່​ໄປ ພ້ອມ​ທັງ​ສະເໜີ​ມາດ​ຕະ ການ ແລະ ວິທີ​ການ​ແກ້​ໄຂບັນ ດາ​ຈຸດ​ອ່ອນ​ຂໍ້ຄົງຄ້າງ​ຜ່ານ​ມາ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ກຳມາ​ທິ​ການ​ນຳໄປ​ຄົ້ນຄວ້າ, ປັບປຸງໃຫ້​ ມີ​ຄວາມ​ຄົບ​ຖ້ວນ, ຮັດກຸມ, ໜັກ​ແໜ້ນ, ຖືກຕ້ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ແນໃສ່​ປັບປຸງ, ແກ້​ໄຂ​ແບບແຜນ, ວິທີ​ເຮັດ​ວຽກ​ງານ​ຂອງ​ກຳມາ​ທິ​ການ ໃຫ້​ນັບ​ມື້​ມີ​ການ​ຫັນປ່ຽນ​ດີ​ຂຶ້ນ​ເປັນ​ກ້າວໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ