ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

​ສປ ຈີນ ແລະ ອາ​ເມ​ຣິ​ກາ ບັນລຸ​ຄວາມ​ຮັບ​ຮູ້​ ທີ່​ເປັນ​ເອກະ​ພາບ​ນຳ​ກັນ 8 ຂໍ້
ເວລາອອກຂ່າວ: 2026-09-30 09:38:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ການ​ຢ້ຽມຢາມ​ຄັ້ງ​ປະຫວັດ ສາດ ໃນ​ລະຫວ່າງ​ວັນ​ທີ 23-25 ກັນຍາ ຜ່ານ​ມາ, ໄດ້​ນຳພາ​ການ​ພົວພັນ​ທີ່​ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ​ທີ່​ສ້າງສັນ ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ ໄປ​ສູ່​ການ​ຂະຫຍາຍຕົວ​ໃໝ່, ໄດ້​ສົ່ງ​ສັນຍານ​ທາງ​ບວກ​ວ່າ ຈີນ-ອາ​ເມ​ຣິ​ກາ ກຳລັງ​ຈະ​ກ້າວ​ເດີນ​ຕາມ​ທິດ​ທາງ​ດຽວ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ. ໄດ້​ເສີມ​ສ້າງ​ເນື້ອ​ໃນ​ໃໝ່​ຕື່ມ​ອີກ​ໃຫ້​ແກ່​ຕຳແໜ່ງ​ໃໝ່​ຂອງ​ການ​ພົວພັນ​ລະຫວ່າງ ​ຈີນ-ອາ​ເມ​ຣິ​ກາ, ສອງ​ຝ່າຍ​ຕົກລົງ​ທີ່​ຈະ​ສ້າງ “ການ​ພົວພັນ​ທີ່​ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ​ທີ່​ສ້າງສັນ​ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ ບົນ​ພື້ນຖານ​ຄວາມ​ເຄົາລົບ​ເຊິ່ງ​ກັນ ແລະ ກັນ, ຍຸຕິ​ທຳ ແລະ ສະເໝີພາບ​ກັນ”, ໄດ້​ໃຫ້ການ​ຊີ້​ນຳ​ດ້ານ​ຍຸດ​ທະ​ສາດ​ທີ່​ຊັດ​ເຈນ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ຫາລື​ກ່ຽວ​ກັບ​ວິທີ​ຢູ່​ຮ່ວມ​ກັນ​ຂອງ​ສອງ​ປະເທດ​ໃຫຍ່​ຈີນ-ອາ​ເມ​ຣິ​ກາ; ໄດ້​ສ້າງ​ພື້ນ​ທີ່​ໃໝ່​ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ; ໄດ້​ສ້າງ​ຂົວ​ມິດ ຕະພາບ​ໃໝ່​ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ; ແລະ ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​ໃໝ່​ໃນ​ຖານະ​ປະເທດ​ໃຫຍ່. ຕອນ​ເຊົ້າ​ວັນ​ທີ 25 ກັນຍາ​ ຜ່ານມາ, ຕາມ​ເວລາ​ທ້ອງຖິ່ນ, ທ່ານ ສີ​ ຈິ້ນ​ຜິງ ປະທານ​ປະເທດ​ຈີນ ພ້ອມ​ດ້ວຍ ທ່ານ ນາງ​ເຜີງ​ລີ້​ຢວນ ພັນ​ລະ​ຍາ ແລະ ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ອາ​ເມ​ຣິ​ກາ ພ້ອມ​ດ້ວຍ ທ່ານ ນາງ ເມ​ລາ​ເນຍ ພັນ​ລະ​ຍາ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ນ້ຳ​ຊາ ພ້ອມ​ສົນທະນາ​ກັນ​ລະຫວ່າງ​ຄອບຄົວ​ສອງ​ການ​ນຳ​ແບບ​ສ່ວນ​ຕົວ​ເປັນ​ກັນ​ເອງ ຢູ່​ທຳ​ນຽບ​ຂາວ. ໃນ​ນັ້ນ, ປະມຸກ​ລັດ​ສອງ​ປະເທດ​ເຫັນ​ດີ​ຮ່ວມ​ກັນ​ວ່າ ຈະ​ເພີ່ມ​ເນື້ອ​ໃນ​ຂອງ​ຕຳແໜ່ງ​ສາຍ​ພົວພັນ​ຈີນ-ອາ​ເມ​ຣິ​ກາ ໃຫ້​ອຸດົມສົມບູນ​ຂຶ້ນ​ຕື່ມ​ອີກ, ຮ່ວມ​ກັນ​ສ້າງ“ສາຍ​ພົວພັນ​ທີ່ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ ທີ່​ສ້າງສັນ​ບົນ​ພື້ນຖານ​ແຫ່ງ​ຄວາມ​ເຄົາລົບ​ເຊິ່ງ​ກັນ ແລະ ກັນ, ຍຸຕິ​ທຳ ແລະ ສະ ເໝີພາບ​ກັນ”. ທ່ານ ສີ​ ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ນີ້​ແມ່ນ​ການ​ເດີນທາງ​ມາ​ຢ້ຽມ ຢາມ​ນະຄອນຫຼວງ​ວໍ​ຊິງ​ຕັນ ແລະ ຢ້ຽມຢາມ​ອາ​ເມ​ຣິ​ກາ ທາງ​ລັດ​ຖະ​ກິດ ອີກ​ຄັ້ງ​ຂອງ​ຂ້າພະເຈົ້າ​ໃນ​ຮອບ 11 ປີຜ່ານມາ. ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ພວກ​ເຮົາ​ໄດ້ ເພີ່ມ​ເນື້ອ​ໃນ​ຂອງ​ຕຳແໜ່ງ​ສາຍ​ພົວພັນ​ຈີນ-ອາ​ເມ​ຣິ​ກາ ໃຫ້​ອຸດົມສົມບູນ​ຂຶ້ນ​ຕື່ມ​ອີກ, ເຫັນ​ດີ​ຮ່ວມ​ກັນ​ສ້າງ “ສາຍ​ພົວພັນ​ທີ່​ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ​ທີ່​ສ້າງສັນ ບົນ​ພື້ນຖານ​ແຫ່ງ​ຄວາມ​ເຄົາລົບ​ເຊິ່ງ​ກັນ​ແລະ​ກັນ, ຍຸຕິ​ທຳ ແລະ ສະເໝີພາບ​ກັນ”, ໃນ​ຂົງເຂດ​ເສດຖະກິດ​ການ​ຄ້າ​ກໍ​ໄດ້​ຮັບ​ໝາກຜົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ ເຊິ່ງ​ຈະ​ໄດ້​ຮັບ​ຄວາມ​ຊົມເຊີຍ​ຈາກ​ປະຊາຊົນ​ສອງ​ຊາດ ກໍ​ຄື​ປະຊາ​ຄົມ​ໂລກ. ທ່ານ ສີ​ ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ​ຈີນ-ອາ​ເມ​ຣິ​ກາ​ ມີ​ອະນາຄົດ​ທີ່​ສົດໃສ, ນີ້​ແມ່ນ​ທ່າ​ອ່ຽງ​ລວມ​ທາງ​ປະຫວັດສາດ. ພ້ອມ​ກັນ​ນັ້ນ, ເສັ້ນທາງ​ທີ່​ກ້າວ​ໄປ​ສູ່​ຄວາມ​ສົດໃສ​ມັກ​ຈະ​ເປັນ​ເສັ້ນທາງ​ທີ່​ຄົດ​ລ້ຽວ, ມັກ​ຈະ​ປະສົບ​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ, ເຊິ່ງ​ສອດຄ່ອງ​ກັບ​ກົດເກນ​ແຫ່ງ​ການ​ພັດທະນາ. ຂ້າພະເຈົ້າ ຍິນ​ດີ​ຮ່ວມ​ກັບ ທ່ານ ປະທານາທິບໍດີ ໂດ​ນັນ ທຣຳ, ໃຊ້​ຄວາມ​ກ້າຫານ ແລະ ຄວາມ​ຮັບຜິດຊອບ​ຕໍ່​ປະຫວັດສາດ ເພື່ອ​ຮ່ວມ​ກັນ​ຂຽນ​ໜ້າ​ໜຶ່ງ​ທີ່​ໂດດ​ເດັ່ນ​ໃນ​ປະຫວັດ​ການ​ພັດທະນາ​ສາຍ​ພົວພັນ​ ຈີນ-ອາ​ເມ​ຣິ​ກາ. ທ່ານ ໂດ​ນັນ ທຣຳ ກ່າວ​ວ່າ: ການ​ຢ້ຽມຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ ປະທານ ສີ​ ຈິ້ນ​ຜິງ ໃນ​ຄັ້ງ​ນີ້ ແມ່ນ​ການ​ຢ້ຽມ ຢາມ​ຄັ້ງ​ໜຶ່ງ​ທີ່​ສ້າງສັນ ແລະ ໄດ້​ຮັບ​ຜົນສຳເລັດ​ຢ່າງ​ຈົບງາມ. ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກປ່ຽນ​ກ່ຽວ​ກັບ​ສາຍ​ພົວພັນ​ອາ​ເມ​ຣິ​ກາ-ຈີນ ກໍ​ຄື ບັນຫາ​ສຳຄັນ​ໃນ​ພາກ​ພື້ນ ແລະ ສາກົນ, ໄດ້​ຮັບ​ໝາກ ຜົນ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ ແລະ ມີ​ຜົນ​ດີ​ຕໍ່​ສອງ​ປະເທດ. ຂ້າພະເຈົ້າ​ຄອງ​ຄອຍ​ທີ່​ຈະ​ສືບຕໍ່​ຮັກສາ​ການ​ແລກປ່ຽນ​ຢ່າງ​ໃກ້ຊິດ​ກັບ ທ່ານ ປະທານ ສີ​ ຈິ້ນ​ຜິງ ເພື່ອ​ຮ່ວມ​ກັນ​ນຳພາ​ການ​ພັດທະນາ​ສາຍ​ພົວ ພັນ​ ອາ​ເມ​ຣິ​ກາ-ຈີນ. ຖັດ​ຈາກ​ນັ້ນ ປະມຸກ​ລັດ​ຂອງ​ຈີນ ແລະ ອາ​ເມ​ຣິ​ກາ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ໄປ​ທັດສະນະ​ສຶກ​ສາ​ຢູ່​ສູນ​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ. ໂອກາດ​ນີ້ ທ່ານ ສີ​ ຈິ້ນ​ຜິງ ກ່າວ​ວ່າ: ການ​ສຳ​ເນົາ​ເອກະສານ​ໄດ້​ບັນຈຸ​ສະຕິ​ປັນຍາ​ຂອງ​ບັນພະບຸລຸດ, ທັງ​ເປັນ​ບັນ ດານ​ໃຈ​ຕໍ່​ອະນາຄົດ. ຕະຫຼອດ​ໄລຍະ 250 ປີຜ່ານມາ, ປະຊາຊົນ​ອາ​ເມ​ຣິ​ກາ ສະແຫວງຫາ​ຄວາມ​ໃຝ່ຝັນ​ຂອງ​ອາ​ເມ​ຣິ​ກາ, ໂດຍ​ໄດ້​ສ້າງ​ປະເທດ​ທີ່​ຮັ່ງມີ​ເຂັ້ມແຂງ ແລະ ສວຍ​ງາມ​ຢູ່​ທະວີບ​ອາ​ເມ​ຣິ​ກາ​ເໜືອ. ປະຊາຊົນ​ຈີນ​ໄດ້​ສືບ​ທອດ​ອະລິຍະ​ທຳ 5.000 ປີ​ຂອງ​ປະຊາ​ຊາດ​ຈີນ, ຍາດ​ໄດ້ຜົນ​ງານ​ ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ບົນ​ຂະ​ບວນ​ການ​ໃໝ່ ເພື່ອ​ບັນລຸ​ຄວາມ​ໃຝ່ຝັນ​ຂອງ​ຈີນ​ທີ່​ຈະ​ຟື້ນ​ຟູ​ຄວາມ​ຈະເລີນ​ຮຸ່ງເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ ຊາ​ຊາດ​ຈີນ. ຈີນ ແລະ ອາ​ເມ​ຣິ​ ກາແມ່ນ​ປະເທດ​ທີ່​ມີ​ເອກະລັກ​ຂອງ​ຕົນ, ເຖິງ​ວ່າ​ສອງ​ປະເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ປະ ຫວັດສາດ, ວັດທະນະທຳ, ລະ ບອບ​ສັງຄົມ ແລະ ເສັ້ນທາງ​ການ​ພັດທະນາ ກໍ​ຕາມ, ແຕ່​ປະຊາຊົນ​ສອງ​ຊາດ​ມີ​ຄວາມ​ປາຖະໜາ​ຕໍ່​ຊີວິດ​ການ​ເປັນ​ຢູ່​ອັນ​ດີງາມ​ທີ່​ຄ້າຍຄື​ກັນ. ການ​ຍອມຮັບ ແລະ ເຄົາລົບ​ຄວາມ​ແຕກ​ຕ່າງ​ຂອງ ​ກັນ ແລະ ກັນ, ເຂົ້າໃຈ​ກັນ ແລະ ຖອດ​ຖອນ​ບົດຮຽນ​ນຳ​ກັນ, ຄົ້ນ​ຫາ​ຜົນ​ປະໂຫຍດ​ຮ່ວມ​ຫຼາຍ​ທີ່​ ສຸດ, ເປີດ​ກວ້າງ​ບັນຊີ​ລາຍ​ຊື່​ແຫ່ງ​ການ​ຮ່ວມ​ມື ແລະ ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມຈະ​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ປະເທດ​ສາມາດ​ກ້າວ​ເດີນ​ໄປ​ໄກ​ຢ່າງ​ໝັ້ນ​ທ່ຽງ. ການ​ຢ້ຽມຢາມ​ຄັ້ງ​ນີ້, ປະມຸກ​ລັດ​ສອງ​ປະເທດ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ ເຊິ່ງ​ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ​ທີ່​ສ້າງສັນ ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ ແລະ ບັນຫາ​ສຳຄັນ​ສາກົນ ແລະ ພາກ​ພື້ນ, ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ 8 ຂໍ້, ເຊິ່ງ​ມີ​ເນື້ອ​ໃນ​ດັ່ງນີ້: ໜຶ່ງ, ສອງ​ຝ່າຍ​ເຫັນ​ດີ​ສ້າງ​ສາຍ​ພົວພັນ​ທີ່​ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ​ທີ່​ສ້າງສັນ ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ ບົນ​ພື້ນຖານ​ການ​ເຄົາລົບ​ເຊິ່ງ​ກັນ ແລະ ກັນ ຍຸຕິ​ທຳ ແລະ ສະເໝີພາບ​ກັນ. ສອງ, ສອງ​ຝ່າຍ​ເຫັນ​ດີ​ສະ ໜັບສະໜູນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຈັດ​ກອງ​ປະຊຸມ ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາ​ຊີ​ຟິກ ຫຼື ເອ​ເປັກ ແລະ ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະເທດ ຫຼື G20 ໃຫ້​ດີ. ປະມຸກ​ລັດ​ສອງ​ປະເທດ​ສະແດງ​ເຈດ​ຈຳນົງ​ຈະ​ເຂົ້າ​ຮ່ວມ​ກອງ ​ປະຊຸມ​ທີ່​ອີກ​ຝ່າຍ​ໜຶ່ງ​ເປັນ​ເຈົ້າ ພາບ. ສາມ, ປະມຸກ​ລັດ​ສອງ​ປະເທດ​ເຫັນ​ດີ​ນຳ​ກັນ​ວ່າ ອີ​ຣານ ຄວນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ບໍ່​ພັດທະນາ​ອາວຸດ​ນິວ​ເຄລຍ, ປະເທດ ຫຼື ອົງ​ການຈັດຕັ້ງ​ໃດໆ ລ້ວນ​ແຕ່​ບໍ່​ຄວນ​ເກັບ​ຄ່າ​ທຳນຽມ​ຕໍ່​ເສັ້ນທາງ​ນ້ຳ​ສາກົນ. ສີ່, ປະມຸກ​ລັດ​ສອງ​ປະເທດ​ທົບທວນ​ຄືນ​ເຖິງ ຈີນ ແລະ ອາ​ເມ​ຣິ​ກາ ເປັນ​ພັນທະ​ມິດ​ກັນ​ໃນ​ສົງຄາມ​ໂລກ ຄັ້ງ​ທີ 2, ໄດ້​ຕໍ່ສູ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ ແລະ ຍາດ​ໄດ້​ໄຊຊະນະ​ໃນ​ສົງຄາມ. ຫ້າ, ປະມຸກ​ລັດ​ສອງ​ປະເທດ​ຍອມຮັບ​ບົດບາດ​ທີ່​ຕັ້ງໜ້າ​ຂອງ​ກົນ​ໄກ​ການ​ເຈລະຈາ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ ແລະ ຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ທີມ​ງານ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ, ເຊິ່ງ​ລວມ​ທັງ ການ​ສ້າງຕັ້ງ ແລະ ການ​ພັດທະນາ​ກົນ​ໄກ​ຕ່າງໆ ເຊັ່ນ: ສະພາ​ການ​ຄ້າ ແລະ ​ອື່ນໆ, ການ​ບັນລຸ​ມາດ​ຕະການ​ຫຼຸດ​ພາສີ​ແບບ​ເທົ່າ​ທຽມ​ກັນ​ສຳລັບ​ສິນຄ້າ​ທີ່​ມີ​ມູນ​ຄ່າ “30 ຕື້​ໂດ​ລາ​ສະຫະລັດ”, ແກ່ຍາວ​ເວລາ​ປະຕິບັດ​ຜົນ​ການ​ເຈລະຈາ​ເສດຖະກິດ​ການ​ຄ້າ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ ແລະ ອື່ນໆ, ທັງ​ຊີ້​ນຳ​ໃຫ້​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ຕາມ​ທີ່​ໄດ້​ຕົກລົງ​ກັນ. ຫົກ, ການ​ຮ່ວມ​ມື​ລະຫວ່າງ​ພາກສ່ວນ​ປາບ​ປາມ​ຢາ​ເສບ​ຕິດ ແລະ ບັງຄັບ​ໃຊ້​ກົດໝາຍ​ລະ ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ ໄດ້​ຮັບ​ໝາກຜົນ​ທີ່​ສາມາດ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ. ເຈັດ, ສອງ​ຝ່າຍ​ເຫັນ​ດີ​ສ້າງຕັ້ງ​ການ​ສົນທະນາ​ກ່ຽວ​ກັບ​ປັນຍາ​ປະດິດລະຫວ່າງ​ຈີນ-ອາ​ເມ​ຣິ​ກາ, ແລກປ່ຽນ​ຄວາມ​ສ່ຽງ ແລະ ຜົນ​ປະໂຫຍດ​ກ່ຽວ​ກັບ​ປັນຍາ​ປະດິດ. ການ​ສົນທະນາ​ຄັ້ງ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ ປີ 2026 ນີ້. ສອງ​ຝ່າຍ​ເຫັນ​ດີ​ສ້າງ ຕັ້ງ​ຊ່ອງ​ທາງ​ແລກປ່ຽນ​ສຳລັບ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ປັນຍາ​ປະດິດ. ແປດ, ອາ​ເມ​ຣິ​ກາ ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ໝີ​ແພນ​ດ້າ​ຄູ່​ໜຶ່ງ ທີ່​ຈີນ​ໃຫ້​ຢືມ​ມາ​ຍັງ​ສວນສັດ​ແອັດ​ແລນ​ຕາ​ຂອງ​ອາ​ເມ​ຣິ​ກາ. ນອກ​ນີ້, ກອງທັບ​ຈີນ ແລະ ອາ​ເມ​ຣິ​ກາ ຕົກລົງ​ເຫັນ​ດີ​ທີ່​ຈະ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ແລະ ປ້ອງ​ກັນ​ວິ​ກິດ​ການ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ ສືບຕໍ່​ຮ່ວມ​ມື​ໃນ​ການ​ຄົ້ນ​ຫາ​ຊາກ​ສົບ​ຂອງ​ທະຫານ​ອາ​ເມ​ຣິ​ກາ ທີ່​ຫາຍ​ສາບ​ສູນ​ຢູ່​ຈີນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ