ໄຂການແຂ່ງຂັນ ໂອແລມປິກ ດາລາສາດ ແລະ ຟີຊິກດາລາສາດ ສາກົນ
ເວລາອອກຂ່າວ: 2026-09-30 09:36:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມ ລາຍງານ ວັນທີ 28 ກັນຍາ, ການແຂ່ງຂັນ ໂອແລມປິກ ໃນປີນີ້ ໄດ້ເຕົ້າໂຮມ 66 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ ລວມມີ 67 ທີມ (ໃນນັ້ນມີ 65 ທິມສາກົນ ແລະ 2 ທິມ ຫວຽດນາມ).
ການແຂ່ງຂັນ ໂອແລມປິກ (Olympic) ດາລາສາດ ແລະ ຟີຊິກດາລາສາດ ສາກົນ ຄັ້ງທີ 19 ປີ 2026 (IOAA 2026) ໄດ້ໄຂຂຶ້ນໃນວັນທີ 26 ກັນຍາ, ຢູ່ມະຫາວິທະຍາໄລ Phenikaa ຮ່າໂນ້ຍ ສສ ຫວຽດນາມ. ການແຂ່ງໃນປີນີ້ມີຜູ້ເຂົ້າຮ່ວມ 66 ປະເທດ ແລະ ເຂດແຄວ້ນ ລວມມີ 67 ທີມ (ໃນນັ້ນມີ 65 ທິມສາກົນ ແລະ 2 ທິມ ຈາກຫວຽດນາມ), ດ້ວຍຜູ້ເຂົ້າແຂ່ງຂັນຢ່າງເປັນທາງການ 320 ຄົນ, ເພີ່ມຂຶ້ນເກືອບ 100 ຄົນ ເມື່ອທຽບກັບປີ 2025.
ທ່ານ ເລຕຽນເຈົາ ຮອງນາ ຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ,“ໃນໂລກທີ່ມີການ ຜັນແປຫຼາຍຢ່າງ, ວິທະຍາສາດ ແມ່ນພາສາສາລວມ ມີກຳລັງແຮງເພື່ອນຳເອົາມະນຸດເຂົ້າໃກ້ ກັນຫຼາຍຫຼາຍກວ່າຜ່ານຄວາມ ຮູ້, ຄວາມຈິງ ແລະ ດ້ວຍຈິດໃຈ ການຮ່ວມມື. ສະນັ້ນ, ການແຂ່ງ ຂັນຂອງພວກເຮົາມີຄວາມໝາຍໄປເໜືອກວ່າ ການແຂ່ງຂັນ. ນັ້ນບໍ່ພຽງແຕ່ ເປັນການແຂ່ງຂັນໃຫ້ແກ່ຜູ້ເຂົ້າຮ່ວມທີ່ດີເດັ່ນເທົ່ານັ້ນ, ຫາກຍັງແມ່ນເວທີປາໄສໃຫ້ແກ່ນັກວິທະຍາສາດໜຸ່ມ, ແຫ່ງທີ່ ນັກຮຽນໄດ້ແບ່ງປັນພູມປັນຍາ, ສະແດງພອນສະຫວັນຂອງເຂົາ ເຈົ້າ, ແລະ ສ້າງບັນດາການປະພຶດໃໝ່ຕື່ມອີກ.”
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















