ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ລົດ​ແກ້ວ ນັກ​ກິລາ​ແລ່ນ​ຜູ້​ບໍ່​ເຄີຍ​ຍອມ​ແພ້​ຕໍ່​ຂີດ​ຈຳກັດ
ເວລາອອກຂ່າວ: 2026-09-30 09:31:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ນາງ ລົດ​ແກ້ວ ອິນ​ທະ​ກຸມມານ ເປັນ​ໜື່ງ​ໃນ​ນັກ​ກິລາ​ແລ່ນ​ໄລຍະ​ໄກ ແລະ ໄລຍະ​ກາງ​ທີມ​ຊາດ​ລາວ​ທີ່​ມີ​ຊື່​ສຽງ​ໂດດ​ເດັ່ນ ເຊິ່ງ​ໄດ້​ສ້າງ​ຜົນງານ ແລະ ຊື່​ສຽງ​ໃຫ້​ກັບ​ປະເທດ​ຊາດ​ຢ່າງ​ຕໍ່​ເນື່ອງ. ອາຍຸ​ໄດ້ 31 ປີ, ຮຽນ​ຈົບ​ການ​ສຶກ​ສາ​ຈາກ ມະຫາວິທະຍາໄລ​ແຫ່ງ​ຊາດ (​ມຊ), ຄະນະ​ວະ​ນິ​ຍະ​ສາດ (Faculty of Forestry). ເຊິ່ງ​ກ່ອນ​ເຂົ້າ​ວົງ​ການ​ກິລາ ຈຸດ​ເລີ່ມ​ຕົ້ນ​ແມ່ນ ລົດ​ແກ້ວ ເປັນ​ຄົນ​ທີ່​ມັກ​ການ​ຫຼິ້ນ​ກິລາ ແລະ ມີ​ຄວາມ​ອົດທົນ​ສູງ ເຊິ່ງ​ເບື້ອງ​ຕົ້ນ​ໄດ້​ເລີ່ມ​ຈາກ ການ​ເປັນ​ນັກ​ກິລາ ຈາກ​ການ​ຄັດ​ເລືອກ​ໃນ​ງານ​ກິລາ​ຕ່າງໆ ພາຍ​ໃນ​ປະເທດ ຈົນ​ກ້າວ​ເຂົ້າ​ສູ? ການ​ເປັນ​ນັກ​ກິລາ ທີມ​ຊາດ​ລາວ ປະເພດ​ແລ່ນ​ລານ ດ້ວຍ​ຄວາມ​ສາມາດ ແລະ ຄວາມ​ມຸ່ງ​ໝັ້ນ​ທີ່​ໂດດ​ເດັ່ນ​ໃນ​ປະເພດ​ແລ່ນ​ໄລຍະ​ທາງໄກ. ໄລຍະ​ຜ່ານ​ມາ ນາງ​ໄດ້​ສ້າງ​ຜົນງານ​ອັນ​ເປັນ​ປະຫວັດສາດ ແລະ ຖື​ຄອງ​ສະຖິຕິ​ລະດັບ​ຊາດ​ຫຼາຍ​ລາຍການ​ໃນ​ກິລາ​ປະເພດ​ແລ່ນ​ຂອງ​ລາວ​ຄື: ງານ​ມະ​ຫະ​ກຳ​ກິລາ​ຊີເກມ ຊີເກມ 2013 ທີ່​ນະຄອນຫຼວງ​ເນ​ປີ​ດໍ ປະເທດ​ມຽນ​ມາ ສາມາດ​ຄວ້າ ຫຼຽນ​ທອງ ປະເພດ​ແລ່ນ 10.000 ແມັດ​ຍິງ, ຊີເກມ 2017 ທີ່​ກົວ​ລາ​ລຳ​ເປີ ປະເທດ​ມາ​ເລ​ເຊຍ: ຄວ້າຫຼຽນ​ທອງປະເພດ​ແລ່ນ 1.500 ແມັດ​ຍິງ; ຍັງ​ໄດ້​ແຂ່ງຂັນ​ລະດັບ​ສາກົນ ແລະ ງານ​ມາ​ຣາ​ທອນ ສາມາດ​ເປັນ​ເຈົ້າ​ຄອງ​ແຊັມ​ໃນ​ການ​ແລ່ນ​ໄລຍະ​ທາງ 10 ກິໂລແມັດ ແລະ ຮາບ​ມາ​ຣາ​ທອນ (Half Marathon) ຫຼາຍ​ເວທີ ທັງ​ໃນ​ປະເທດ ແລະ ຕ່າງປະເທດ ເຊັ່ນ: ການ​ແຂ່ງຂັນ ບູ​ຣີ​ຣຳ ມາ​ຣາ​ທອນ (Buriram Marathon) ປະເທດ​ໄທ ທີ່​ລາວ​ເຄີຍ​ຄວ້າ​ອັນ​ດັບ 1 ປະເພດ 10 ກິໂລແມັດ ຍິງ ຫຼາຍ​ສະໄໝ; ສາມາດ​ຄວ້າ 2 ຫຼຽນ​ຄຳ ຈາກ​ການ​ແຂ່ງຂັນ​ກິລາ​ແລ່ນ-ລານຊີງ​ຊະນະ​ເລີດ ທີ່​ປະເທດ​ສິງກະໂປ ໃນ​ປີ 2023. ສະຖິຕິ​ປະຈຳ​ຕົວ​ທີ່​ລົດ​ແກ້ວ​ສາມາດ​ເຮັດ​ໄດ້​ຜ່ານ​ມາ ແລ່ນ 800 ແມັດ: 2:13,16 ນາທີ (ສ້າງ​ສະຖິຕິ​ປີ 2019), ແລ່ນ 1.500 ແມັດ: 4:33,95 ນາທີ (ສ້າງ​ສະຖິຕິ​ປີ 2022 ເປັນ​ສະຖິຕິ​ລະດັບ​ຊາດ), ແລ່ນ​ຮາບ​ມາ​ຣາ​ທອນ (Half Marathon- 21,1 ກິໂລແມັດ): 1:19:22 ຊົ່ວໂມງ (ສ້າງ​ສະຖິຕິ​ໃນ​ເດືອນ​ມັງກອນ 2024). ເວົ້າ​ລວມ​ແລ້ວ ນາງ ລົດ​ແກ້ວ ອິນ​ທະ​ກຸມມານ ຖື​ເປັນ​ແບບຢ່າງ​ອັນ​ດີງາມ​ຂອງ​ນັກ​ກິລາ​ເພດ​ຍິງ​ລາວ ທີ່​ເຕັມ​ໄປ​ດ້ວຍ ຄວາມ​ອົດທົນ ພະຍາຍາມ​ເຝິກ​ຊ້ອມ ຈົນ​ສາມາດ​ສ້າງ​ຊື່​ສຽງ​ໃຫ້​ປະເທດ​ຊາດ​ໃນ​ເວທີ​ພາກ​ພື້ນ ແລະ ສາກົນ​ຢ່າງ​ໜ້າ​ພາກພູມ​ໃຈ. ໂດຍ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ