ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ອັດ​ຕະ​ປື​ ກວດ​ພົບ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ ສ້າງ​ຄວາມ​ເສຍ​ຫາຍຫຼາຍ​​ຕື້​ກີບ
ເວລາອອກຂ່າວ: 2026-09-29 09:19:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ແຂວງ​ອັດ​ຕະ​ປື ສະຫຼຸບຜົນ ງານ​ກວດກາ​ໃນ​ໄລຍະ 5 ປີ (2021-2025) ພົບ​ວ່າ​ໄດ້​ດຳ ເນີນ​ຄະດີ​ຕໍ່​ພະນັກງານ-ລັດຖະ ກອນ​ທີ່​ກ່ຽວ​ພັນ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ສໍ້​ໂກງ​ຊັບ​ສິນ, ການ​ປອມ​ແປງ​ເອກະສານ​ແລະ ການ​ລະເມີດ​ລະບຽບ​ການ​ທາງ​ການ​ເງິນ​ຫຼາຍ​ກໍລະນີ​ຊຶ່ງ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ລັດ​ເປັນ​ຈຳ ນວນ​ຫຼວງຫຼາຍ. ທ່ານ ສູ​ວັນ​ສີ ແກ້ວ​ວີ​ເສີດ​ປະທານ​ຄະນະ​ກວດກາ​ພັກ, ປະທານ​ອົງການ​ກວດກາ​ລັດ​ແລະ​ຫົວໜ້າ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ແຂວງ​ອັດ​ຕະ​ປື​ ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ກວດກາ 5 ປີ​ເມື່ອ​ວັນ​ທີ 22 ກັນ ຍາ​ຜ່ານ​ມາ​ວ່າ: ໃນ​ໄລຍະ 2021-2023 ອົງການກວດກາລັດ ​ແຂວງຮ່ວມກັບ​ຄະນະ​ສະເພາະ​ກິດ​ແຂວງ​ໄດ້​ດຳເນີນ​ຄະດີ​ຕໍ່​ພະ ນັກງານ-ລັດຖະກອນ​ທີ່​ລະເລີຍ​ຕໍ່ໜ້າ​ທີ່, ປິດ​ບັງ​ການ​ກະທຳ​ຜິດ, ປອມ​ແປງ​ເອກະສານ ​ຫຼື​ ນຳ​ໃຊ້​ເອກະສານ​ປອມ​ຈຳນວນ 2 ຄະດີ, ມີ​ຜູ້​ກະທຳ​ຜິດ​ລວມ 15 ຄົນ, ໃນ​ນັ້ນ ​ເປັນ​ຍິງ 6 ຄົນ​ແລະ​ເສຍ​ຊີວິດ 1 ຄົນ, ໃນ​ຈຳນວນ​ດັ່ງກ່າວ​ເປັນ​ຄະດີ​ສໍ້​ລາດ​ບັງ​ຫຼວງ 2 ຄົນ, ເປັນ​ຍິງ 2 ຄົນ, ຄະດີ​ມີ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ຫຼາຍ​ກວ່າ3 ຕື້​ກີບ ​ແລະ ​ສາມາດ​ເກັບກູ້​ຄືນ​ໄດ້​ແລ້ວ 444 ລ້ານກີບ. ສຳລັບ​ໄລຍະ​ປີ 2024-2025, ຜ່ານ​ການ​ກວດກາ​ພົບ​ເຫັນ​ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ຂະ​ບວນ​ການ, ການ​ລະເມີດ​ລະ ບຽບ​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງ ປະເທດ, ການ​ດຳເນີນ​ທຸລະ​ກິດ​ບໍ່​ ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ ການ​ຄິດໄລ່​ດອກ​ເບ້ຍ​ສູງ. ບັນຫາ​ດັ່ງ ກ່າວ​ມີ​ຫຼາຍ​ບຸກຄົນ​ ແລະ​ ຫຼາຍ​ພາກສ່ວນ​ກ່ຽວ​ພັນ​ລວມ 38 ຄົນ, ເປັນ​ຍິງ16 ຄົນ, ໃນນັ້ນມີພະນັກ ງານ​ລັດ 24 ຄົນ, ເປັນ​ຍິງ 9 ຄົນ. ຈາກ​ການ​ກວດກາ​ພົບເຫັນ ​ເງິນ ​ທີ່​ຖືກຖອນອອກຈາກຄັງ​ ເງິນ​ ໃນ​ເບື້ອງ​ຕົ້ນ​ຈຳນວນ 19.204.929.017 ກີບ, 2.523.800 ໂດ​ລາ ແລະ 1.500.000.000 ດົງ​ຫວຽດ ນາມ, ພາຍຫຼັງ​ການ​ສືບສວນ-ສອບ​ສວນ​ແລະ​ດຳເນີນ​ຄະດີ​ພົບ​ເຫັນ​ຜົນ​ເສຍ​ຫາຍ​ຕົວ​ຈິງ 13.125.990.287 ກີບ​ ແລະ 2.316.000 ໂດ​ລາ. ສ່ວນ​ເງິນ 1.500.000.000 ດົງ​ໄດ້​ປ່ຽນ​ເປັນ 478.492.313 ກີບ ແລະ 60.000 ບາດ, ໃນ​ການດຳເນີນ​ ຄະດີ​ສາມາດ​ເກັບ​ກູ້​ເງິນ​ຄືນໄດ້ 19.986.137.302 ກີບ, 59.400 ບາດ ແລະ 57.000 ໂດ​ລາ, ພ້ອມ​ທັງຢຶດ​ ສາຍຄໍຮູບປະພັນ​ຄ້າຍຄື​ຄຳ​ນ້ຳ ໜັກ 2.793,4 ກຣາມ, ສາຍ​ຄໍ 1 ເສັ້ນ, ແຫວນ 2 ວົງ, ອາ​ຍັດ​ດິນ 91 ຕອນ, ຢຶດ-ອາ​ຍັດ​ລົດ​ໃຫຍ່ 14 ຄັນ, ລົດຈັກ 5 ຄັນ ແລະ ໂທລະສັບ 19 ເຄື່ອງ. ນອກຈາກ​ນີ້​ຍັງ​ຢຶດ​ໄມ້​ຈຳນວນ 538 ຕັບຕໍ່ແຜ່ນ, ປະລິມານ 37.250 ແມັດ​ກ້ອນ, ມູນ​ຄ່າ183.379.151 ກີບ, ຄະດີ​ດັ່ງກ່າວ​ໄດ້​ສົ່ງ​ດຳເນີນ​ຕາມ​ຂັ້ນ​ຕອນ ​ແລະ​ ສານ​ໄດ້​ຕັດສິນ​ແລ້ວ. ພ້ອມ​ນີ້​ອີງ​ຕາມ​ຂໍ້​ຕົກລົງ​ເລກ​ທີ 560/​ຈຂອປ ລົງ​ວັນ​ທີ 15 ພຶດສະພາ 2025 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ສະເພາະ​ກິດ​ແຂວງ​ດຳເນີນ​ຄະດີ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ສືບຕໍ່​ກວດກາ​ບ້ວງ​ເງິນ​ທີ່​ນອນ​ໃນ​ເປົ້າ​ໝາຍ​ເກົ່າ ແລະ ພົບ​ເຫັນ​ຜົນ​ເສຍ​ຫາຍ ​ແລະ​ຄວາມ​ຜິດ​ດ່ຽງ​ຂອງ​ບັນຊີ​ຄັງ​ເງິນ​ປະຈຳ​ແຂວງ​ຫຼາຍ​ບ້ວງ​ລວມ​ທັງ​ບ້ວງ​ເງິນ 90.118.721.029 ກີບ ທີ່​ຖືກ​ຖອນ​ອອກ​ໂດຍ​ຜ່ານ​ການ​ແຈ້ງ​ຕອບ​ຂອງ​ຄັງ​ເງິນໂດຍ​ ບໍ່​ມີ​ເອກະສານ​ສະບັບຕົ້ນ, ຍັງ​ ພົບ​ບ້ວງ​ເງິນຄ້ຳປະກັນໂຄງການ 216.000 ໂດ​ລາ ແລະ 1.700.000.000 ກີບ, ບ້ວງ​ເງິນ ​ກອງ​ທຶນ​ພັດທະນາຊຸມຊົນ 120.000 ໂດ​ລາ ແລະ 1.301.435.696 ກີບ, ບ້ວງ​ເງິນ​ໄມ້​ຢືນ​ຕາຍ ແລະ ໄມ້​ປູກ 6.154.761.482 ກີບ, ບ້ວງ​ເງິນ​ໄພພິບັດເມືອງສະໜາມໄຊ 8.000 ໂດ​ລາ ແລະ 23.582.260 ກີບ, ບ້ວງ​ເງິນ​ຄ້ຳປະກັນ​ທຸລະ​ກິດ 4.165.106.409 ກີບ​ແລະ ​ບ້ວງ​ເງິນ​ກອງ​ທຶນ​ລັດ 2.028.869.642 ກີບ. ປັດຈຸບັນ​ຄະ ນະ​ສະເພາະ​ກິດ​ຕາມຂໍ້​ຕົກລົງ​ເລກ​ທີ 560/​ຈຂອປ​ໄດ້​ສະຫຼຸບ​ສົ່ງ​ສຳນວນ​ໃຫ້​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ​ ແລະ​ ສານ​ໄດ້​ຕັດສິນ​ຄະດີ​ແລ້ວ. ພ້ອມ​ນີ້​ໄດ້​ອາ​ຍັດ​ດິນ 5 ຕອນ, ຢຶດ ​ຫຼື​ ອາ​ຍັດ​ລົດ​ໃຫຍ່ 4 ຄັນ ແລະ ຢຶດ​ໂທລະສັບ 1 ເຄື່ອງ. ທ່ານ ສູ​ວັນ​ສີ ແກ້ວ​ວີ​ເສີດ​ໃຫ້​ຮູ້​ຕື່ມ​ວ່າ: ສຳລັບ​ແຜນການ​ໃນ​ໄລຍະ 5 ປີ​ຕໍ່ໜ້າ (2026-2030) ອົງການ​ກວດກາ​ລັດ​ແຂວງ​ຈະ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ, ສະກັດ​ກັ້ນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ເພີ່ມ​ທະວີ​ການ​ໂຄສະນາ-ເຜີຍແຜ່​ກົດໝາຍ​ແລະ ​ລະບຽບ​ການ, ສ້າງ​ຈິດ​ສຳ ນຶກ​ດ້ານ​ຄວາມ​ສັດຊື່​ ແລະ​ ສຸດຈະ ລິດ, ສືບຕໍ່​ກວດກາ​ ແລະ​ ສືບສວນ​ເປົ້າ​ໝາຍ​ທີ່​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ ຫຼວງ, ດຳເນີນ​ມາດ​ຕະການຕໍ່ຜູ້​ ກະທຳ​ຜິດ​ຕາມ​ກົດໝາຍ, ສືບຕໍ່​ການ​ຂຶ້ນ​ບັນຊີ​ຊັບ​ສິນ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ໃຫ້​ເປັນ​ລະບົບ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ອົງການ​ໄອ​ຍະ​ການ​ ແລະ ​ສານ​ປະຊາຊົນ​ໃນ​ການ​ແກ້​ໄຂ​ຄະດີ​ໃຫ້​ທັນ​ການ​ ແລະ​ ຖືກຕ້ອງ ​ຕາມ​ກົດໝາຍ. ໂດຍ: ມະນີ​ວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ