ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານບໍລິຫານ-ເຕັກນິກຫ້ອງວ່າການກະຊວງ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ I
ເວລາອອກຂ່າວ: 2019-11-11 09:16:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ກອງປະຊຸມໃຫຍ່ຄັ້ງທີ I ຂອງ ຄະນະພັກຮາກຖານບໍລິຫານ- ເຕັກນິກ ຫ້ອງວ່າການກະຊວງ ປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນ ທີ 8 ພະຈິກນີ້, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຈັດຕະວາ ອາລຸນໄຊ ວົງຄໍາວິຈິດ ຮອງເລ ຂາຄະນະພັກອົງການ, ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ, ມີຄະນະພັກຮາກ ຖານບໍລິຫານ-ເຕັກນິກ, ຜູ້ແທນ ສົມບູນກອງປະຊຸມ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ອິນປອງ ໄຊ ຍະວົງ ຄະນະພັກຮາກຖານບໍລິ ຫານ-ເຕັກນິກ ຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ຜ່ານບົດ ລາຍງານການເມືອງຂອງຄະ ນະພັກໃນໄລຍະ 5 ປີຜ່ານມາ, ໂດຍໄດ້ຍົກໃຫ້ເຫັນບົດບາດການ ຊີ້ນໍາ-ນໍາພາຂອງຄະນະພັກຕໍ່ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ກໍຄືໜ້າທີ່ການເມືອງຂອງກົມ ກອງ ເຊິ່ງເຫັນວ່າຄະນະພັກຮາກ ຖານບໍລິຫານ-ເຕັກນິກ ສາມາດ ເຮັດສໍາເລັດໜ້າທີ່ໃນການເປັນ ເສນາທິການໃຫ້ແກ່ຫ້ອງວ່າການ ກະຊວງປ້ອງກັນປະເທດດ້ານ ວຽກງານບໍລິຫານຮັບໃຊ້ວຽກງານໃຫ້ແກ່ຂັ້ນເທິງ ແລະ ແກ້ໄຂຊີວິດການເປັນຢູ່ຂອງກົມກອງໄດ້ເປັນຢ່າງດີ, ຮັບປະກັນການເບີກ-ຈ່າຍເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟຕາມລະບອບອັດຕາທີ່ຂັ້ນເທິງກໍານົດໃຫ້, ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຮັບປະກັນ ບໍ່ໃຫ້ຕົກເຮ່ຍເສຍຫາຍໂດຍບໍ່ມີ ເຫດຜົນ, ຄຸ້ມຄອງພາຫະນະເຕັກ ນິກ, ບົວລະບັດຮັກສາ, ສ້ອມແປງ ໃຫ້ນໍາໃຊ້ໄດ້ເປັນປົກກະຕິ, ເອົາ ໃຈໃສ່ຊີ້ນໍາຕິດຕາມກວດກາການ ກໍ່ສ້າງຕ່າງໆ ແລະ ສ້ອມແປງສໍາ ນັກງານອົງການພາຍໃນກົມກອງ ສໍາເລັດຕາມແຜນການ, ພ້ອມນີ້ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນໃນທຸກດ້ານ ຖືເອົາຄຸນ ນະພາບເປັນກົກ ເຊິ່ງສາມາດຕີລາຄາຄຸນນະພາບການນໍາພາ ຂອງພັກຄື: ຄະນະພັກຮາກຖານ ໄດ້ຮັບການຢັ້ງຢືນເປັນກອງ ຮາກຖານເຂັ້ມແຂງໜ່ວຍພັກຮູ້ ນໍາພາຮອບດ້ານ 3 ສະໄໝຕິດ ຕໍ່ກັນ, ຈໍານວນສະມາຊິກພັກແຂງ ມີ 124 ສະຫາຍ, ກາງ 17 ສະ ຫາຍ. ນອກຈາກນີ້, ຄະນະພັກ ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຂົງ ເຂດວຽກງານປິ່ນອ້ອມໜ້າທີ່ ການເມືອງຂອງກົມກອງແຕ່ລະ ດ້ານແມ່ນໄດ້ຮັບຜົນສໍາເລັດໃນຂັ້ນພື້ນຖານ. ໃນກອງປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະພັກຮາກ ຖານບໍລິຫານ-ເຕັກນິກຊຸດໃໝ່ ລວມມີ 7 ສະຫາຍຄື: ສະຫາຍ ພັນເອກ ສົມສັກ ສີນຸວົງ ເປັນເລ ຂາຄະນະພັກຮາກຖານ, ສະຫາຍ ພັນເອກ ສິງທອງ ມິດສຸພົນ ເປັນ ຮອງເລຂາຄະນະພັກ, ສະຫາຍ ພັນໂທ ໂພໄຊ ບຸນລິພັນ ເປັນປະ ທານກວດກາ, ສະຫາຍ ພັນໂທ ແພງຕາ ແປງຄໍາພຽນ, ສະຫາຍ ພັນໂທ ສຸລິນທອງ ໄຊຍະວົງ, ສະ ຫາຍ ພັນໂທ ວິງວອນ ສອນອິນ ດີ ແລະ ສະຫາຍ ພັນໂທ ບຸນມັງ ໂຄດຂຸນຕາ ເປັນຄະນະພັກຮາກ ຖານ. ສະຫາຍ ພົນຈັດຕະວາ ອາລຸນ ໄຊ ວົງຄໍາວິຈິດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ ຄະນະພັກຮາກຖານຊຸດໃໝ່ເພື່ອ ເປັນແນວທາງ ແລະ ບ່ອນອີງໃຫ້ ແກ່ການຊີ້ນໍາ-ນໍາພາເຄື່ອນໄຫວ ວຽກງານຕາມພາລະບົດບາດ ຂອງຕົນໃນສະເພາະໜ້າ ແລະ ຍາວນານໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ. ໂດຍ: ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ