ນາງ ສົມມະນິນ ພານຸສິດ ຫຼຽນຄວ້າເພີ່ມ ເຮັດໃຫ້ໄດ້ຫຼຽນ ທັງໝົດ 3 ຫຼຽນຄຳ 3 ຫຼຽນເງິນ ໃນຊີງແຊັມອາຊີ
ເວລາອອກຂ່າວ: 2026-09-29 09:06:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ: ![]()
ນາງ ສົມມະນິນ ພານຸສິດ ເປັນໜຶ່ງໃນນັກກິລາເພາະກາຍ ແລະ ຍອດຍິງແຖວໜ້າຂອງທີມຊາດລາວ ຜູ້ທີ່ໄດ້ອຸທິດຕົນສ້າງຜົນງານ ແລະ ຊື່ສຽງໃຫ້ແກ່ປະເທດຊາດມາຢ່າງຕໍ່ເນື່ອງໃນເວທີລະດັບພາກພື້ນ ແລະ ສາກົນ. ລາວໄດ້ທຸ້ມເທທັງແຮງກາຍ ແລະ ແຮງໃຈໃນການເຝິກຊ້ອມກິລາເພາະກາຍ ເຊິ່ງເປັນກິລາທີ່ຕ້ອງໃຊ້ວິໄນສູງຫຼາຍ ທັງເລື່ອງການຄວບຄຸມອາຫານ, ການອອກກຳລັງກາຍຢ່າງໜັກໜ່ວງ ເພື່ອສ້າງຮູບຮ່າງ ແລະ ມັດກ້າມເນື້ອໃຫ້ໄດ້ມາດຕະຖານຕາມກະຕິກາສາກົນ. ລາວເປັນຄົນໜື່ງທີ່ໄດ້ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາເພາະກາຍ ແລະ ຮູບຮ່າງຊີງແຊັມອາຊີ (Asian Bodybuilding and Physique Sports Championships) ມາໂດຍຕະຫຼອດ.
ເຊິ່ງຜົນງານຫຼ້າສຸດ ນັກກິລາເພາະກາຍຍິງທີມຊາດລາວ ນາງ ສົມມະນິນ ພານຸສິດ ສ້າງຜົນງານໃນມື້ສຸດທ້າຍຂອງການແຂ່ງຂັນ ເພາະກາຍ ຊີງແຊັມອາຊີ ຄັ້ງທີ 58 ທີ່ບາງກອກ, ປະເທດໄທ. ສາມາດຍາດໄດ້ເພີ່ມ 1 ຫຼຽນຄຳ ແລະ 1 ຫຼຽນເງິນ ໃນວັນອາທິດທີ 27 ກັນຍາ 2026. ເຊິ່ງສົມມະນິນລົງແຂ່ງຂັນ 2 ປະເພດຄື: ຄວາມສູງບໍ່ເກີນ 165 ຊັງຕີແມັດ ແລະ ລຸ້ນອາຍຸເກີນ 35 ປີ. ສາມາດສະຫຼຸບຜົນງານລວມທັງ 3 ມື້ (3 ຫຼຽນຄຳ ແລະ 3 ຫຼຽນເງິນ): 3 ຫຼຽນຄຳ (ແຊັມເອເຊຍ)ມີ: ນາງ ເພັດສະລາ ວັນນະສານ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊັງຕີແມັດ, ນາງ ຈິນຕະນາ ຄຳບຸນເຮືອງ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ, ນາງ ສົມມະນິນ ພານຸສິດ ຍິງຫຸ່ນງາມ ອາຍຸ 35 ປີຂຶ້ນໄປ ແລະ ໄດ້ 3 ຫຼຽນເງິນ (ຮອງແຊັມເອເຊຍ)ມີ: ນາງ ເພັດສະລາ ວັນນະສານ Model Physique ຄວາມສູງບໍ່ເກີນ 165 ຊັງຕີແມັດ, ນາງ ຈິນຕະນາ ຄຳບຸນເຮືອງ ຍິງຫຸ່ນງາມ ອາຍຸ 35 ປີຂຶ້ນໄປ, ນາງ ສົມມະນິນ ພານຸສິດ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ.
ຈາກຜົນງານດັ່ງກ່າວ ສາມາດເວົ້າໄດ້ວ່າ: ນາງ ສົມມະນິນ ພານຸສິດ ຖືເປັນຕົວຢ່າງທີ່ດີເດັ່ນຂອງຍິງລາວຮຸ່ນໃໝ່ ທີ່ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມອົດທົນ ແລະ ຄວາມສາມາດທີ່ກ້າວຂ້າມຂີດຈຳກັດ ຈົນສາມາດຢືນຢູເທິງໂພດຽມລະດັບສາກົນໄດ້ຢ່າງສະຫງ່າຜ່າເຜີຍ. ເຊິ່ງໃນດ່ານຕໍ່ໄປຂອງທັບນັກກິ
ລາເພາະກາຍລາວແມ່ນ ເວທີລະດັບໂລກ ທີ່ລາວເຮົາຈະເປັນເຈົ້າພາບ ໃນເດືອນທັນວາ 2026 ນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















