ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ນ້ອງ​ແພຣ​ວາ ມິ​ສາ​ໂຕະ ພິລາ​ພັນ​ເດດ ນັກ​ກິລາ​ຍິມ​ນາ​ສະ​ຕິກ​ລີລາ
ເວລາອອກຂ່າວ: 2026-09-28 09:53:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ນ້ອງ​ແພຣ​ວາ ມິ​ສາ​ໂຕະ ພິລາ​ພັນ​ເດດ (Praewa Misato Philaphandeth) ເປັນ​ນັກ​ກິລາ​ຍິມ​ນາ​​ສ​ຕິກ (Rhythmic Gymnastics) ທີມ​ຊາດ​ລາວອາຍຸ 24 ປີ ຜູ້​ສ້າງ​ປະຫວັດສາດ​ໜ້າ​ໃໝ່​ໃຫ້​ກັບ​ວົງ​ການ​ກິລາ​ລາວ​ໃນ​ລະດັບ​ສາກົນ. ເຊິ່ງ​ນ້ອງ​ເກີດ​ໃນ​ວັນ​ທີ 6 ທັນວາ 2004, ມີ​ເຊື້ອສາຍ​ລາວ, ໄທ ແລະ ຍີ່ປຸ່ນ ໂດຍ​ມີ​ຄອບຄົວ​ສະໜັບສະໜູນ​ທາງ​ດ້ານ​ກິລາ ຢ່າງ​ເຕັມທີ່. ເຊິ່ງ​ຈຸດ​ເລີ່ມ​ຕົ້ນ​ຂອງນ້ອງ​ແພຣ​ວາ ແມ່ນ​ເລີ່ມ​ຕົ້ນ​ຫຼິ້ນ​ກິລາ​ຍິມ​ນາ​ສະ​ຕິກ​ຕັ້ງແຕ່​ຕອນ​ອາຍຸ​ໄດ້ 8 ປີ, ໂດຍ ​ໄດ້​ຮັບ​ການ​ສະໜັບສະໜູນ​ທັງ​ເລື່ອງ​ການ​ຮຽນ ທີ່​ຈົບ​ການ​ສຶກ​ສາ​ຈາກ​ໂຮງຮຽນ​ສິງກະໂປ​ສາກົນ​ໃນ​ບາງກອກ-SISB (ປະເທດ​ໄທ) ແລະ ໄດ້​ການ​ເຝິກ​ຊ້ອມ ​ເອົາໃຈໃສ່​ຢ່າງ​ໜັກ ຈົນ​ໄດ້​ກ້າວ​ເຂົ້າ​​ສູ່ການ​ເປັນ​ນັກ​ກິລາ​ອາຊີບ. ໃນ​ເສັ້ນທາງ​ກ້າວ​ສູ່​ວົງ​ການ​ກິລາ ແລະ ຜົນງານ​ປະຫວັດສາດ ຖື​ເປັນ​ນັກ​ກິລາ​ຍິມ​ນາ​ສະ​ຕິກ​ຄົນ​ທຳ​ອິດ​ຂອງ ​ສປປ ລາວ ທີ່​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ຫຼາຍ​ເວທີ​ລະດັບ​ໂລກ: ໃນ​ນີ້​ກິລາ​ຊີເກມ SEA Games 2021 ຈັດ​ຂື້ນ​ໃນ​ປີ 2022 ທີ່​ປະເທດ​ຫວຽດນາມ ເປັນ ນັກ​ກິລາ​ລາວ​ຄົນ​ທຳ​ອິດ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຊີເກມ, ເຊິ່ງ​ຖື​ເປັນ​ບາດກ້າວ​ທຳ​ອິດ​ໃນ​ເວ​ທີ​​​ສາກົນ​ຢ່າງ​ເປັນ​ທາງ​ການ, ຕໍ່​ມາ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ເອ​ເຊຍ​ເກມ Asian Games 2022 ທີ່​ນະຄອນ​ຫາງ​ໂຈວ ຈັດ​ຂຶ້ນ​ໃນ​ປີ 2023 ສາມາດ​ຈົບ​ໃນ​ອັນ​ດັບ​ທີ 20 ຂອງ​ຮອບ​ຊີງ​ຊະນະ​ເລີດປະເພດ​ບຸກຄົນ ແລະ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຊີງ​ແຊັມ​ໂລກ World Rhythmic Gymnastics Championships 2023 ທີ່​ປະເທດ​ແອັດ​ສະ​ປາຍ ສາມາດ​ເວົ້າ​ໄດ້​ວ່າ​ເປັນ​ການ​ສ້າງ​ປະຫວັດ ສາດ ກິລາ​ຍິມ​ນາ​ສະຕິ​ກລາວ​ຄົນ​ທຳ​ອິດ​ທີ່​ໄດ້​ລົງ​ແຂ່ງຂັນ​ໃນ​ງານ​ຊີງ​ແຊັມ​ໂລກ. ນ້ອງ​ແພຣ​ວາ ​ໄດ້​ຮັບ​ສິດທິ​ພິເສດ ໃຫ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ກິລາ​ໂອ​ລິມ​ປິກ ລະດູ​ຮ້ອນ 2024 ທີ່​ນະຄອນຫຼວງ​ປາ​ຣີ ປະເທດ​ຝຣັ່ງ. ຍັງ​ເຮັດ​ໃຫ້​ກາຍເປັນ ນັກ​ກິລາ​ຍິມ​ນາ​ສະຕິ​ກລາວ​ຄົນ​ທຳ​ອິດ​ໃນ​ປະຫວັດສາດ ທີ່​ໄດ້​ເຂົ້າ​ຮ່ວມ​ມະຫາ​ກຳ​ກິລາ​ໂອ​ລິມ​ປິກ. ເຊິ່ງ​ໃນ​ຮອບ​ຄັດ​ເລືອກ ປະເພດ​ບຸກຄົນ​ລວມ​ອຸປະກອນ ໃນ​ວັນ​ທີ 8 ສິງຫາ 2024 ສາມາດ​ເກັບ​ຄະແນນ​ລວມ​ໄດ້ 87.350 ຄະແນນ ຈົບ​ໃນ​ອັນ​ດັບ​ທີ 24 ຂອງ​ໂລກ. ກ້າວ​ມາ​ໃນ​ວົງ​ການ​ກິລາ ໃນ​ປັດຈຸບັນ​ຫຼັງ​ຈາກ​ສ້າງ​ຜົນງານ​ໃນ​ໂອ​ລິມ​ປິກ​ແລ້ວ, ນ້ອງ​ແພຣ​ວາ​ໄດ້​ຍ້າຍ​ໄປ​ສຶກ​ສາ​ຕໍ່ ແລະ ເປັນ​ສ່ວນ​ໜຶ່ງ​ຂອງ​ທີມ​ກິລາ​ຍິມ​ນາ​ສະ​ຕິກ ຢູ່​ມະຫາວິທະຍາໄລ​ໂຄ​ກຸ​ຊິ​ການ (Kokushikan University RG College) ທີ່​ປະເທດ​ຍີ່ປຸ່ນ ເຊິ່ງ​ເປັນ​ສະ​ຖາ​ບັນ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ການ​ປັ້ນ​ນັກ​ກິລາ​ຍິມ​ນາ​ສະ​ຕິກ​ລະດັບ​ໂລກ. ນ້ອງ​ແພຣ​ວາ​ຍັງ​ສືບ​ຕໍ່​ເຝິກ​ຊ້ອມ​ພັດທະນາ​ຕົນ​ເອງ ແລະ ລົງ​ແຂ່ງຂັນ​ໃນ​ລາຍການ​ລະດັບ​ສາກົນ​ຕ່າງໆ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ: ບັນດາ​ລາຍ ການ FIG World Cup ແລະ ການ​ແຂ່ງຂັນ​ຊີງ​ແຊັມ​ໂລກ​ໃນ​ປີ ເພື່ອ​ຮັກສາ​ສີມື ແລະ ຍົກ​ລະດັບ​ມາດຕະຖານ​ກິລາ​ຍິມ​ນາ​ສະ​ຕິກ​ຂອງ ​ສປປ ລາວ ໃຫ້​ເປັນ​ທີ່​ຮູ້ຈັກ​ໃນ​ເວທີ​ສາກົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ