ໄຊຊະນະ ກ໋ອງຕີນ ຈ໋ອຟຟອຍ ນັກຟັນດາບຊາຍໜຶ່ງດຽວຂອງລາວ ທີ່ເຂົ້າຮ່ວມ ໃນງານອາຊຽນເກມ ຄັ້ງທີ 20 ສາມາດສ້າງຄວາມປະຫຼາດໃຈໃຫ້ກັບວົງການຟັນດາບເອເຊຍ
ເວລາອອກຂ່າວ: 2026-09-25 08:59:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ: ![]()
ເມື່ອໃນຮອບທຳອິດ ເຂົາສາມາດສອຍຊະນະນັກກິລາຈາກສ.ເກົາຫຼີ ມືວວາງອັບສາມຂອງໂລກ ມາໄດ້ແບບສິວສຽດ ແລະ ໄດ້ຜ່ານເຂົ້າຮອບ 32 ຄົນສຸດທ້າຍ ແຕ່ກໍ່ໄປບໍ່ເຖິງດວງດາວ ເມື່ອໄປພາດທ່າໃຫ້ນັກຟັນດາບອິນເດຍ ຈຶ່ງຈອດຢູ່ພຽງຮອບນີ້ເທົ່ານັ້ນ!.
ການແຂ່ງຂັນຟັນດາບ ໃນປະເພດຊາຍດ່ຽວ ໄຊຊະນະ ກ໋ອງຕີນຈ໋ອຟຟອຍ ນັກກິລາໜຶ່ງດຽວຈາກ ສປປ ລາວ ລົງແຂ່ງຂັນໃນຮອບແບ່ງກຸ່ມ ເຊິ່ງມີທັງໝົດ 5 ຊາດ. ແຂ່ງແບບຄົບກັນໝົດ ເພື່ອເອົາທ່ີໜຶ່ງ ແລະ ສອງ ເຂົ້າຮອບຕໍ່ໄປ ປາ
ກົດວ່າ ໄຊຊະນະ ສາມາດເອົາຊະນະ ໄດ້ສອງນັດ ເສຍສາມນັດ ແຕ່ກໍຍັງມີຄະແນນດີເປັນອັບດັບສອງຂອງກຸ່ມ ຜ່ານເຂົ້າໄປຫຼິ້ນຮອບ 32 ຄົນສຸດທ້າຍ. ໂດຍສະເພາະໃນເກມທີ່ເອົາຊະນະນັກກິລາອາຊີບມືວາງອັນດັບສາມຂອງໂລກ ຈາກ ສ ເກົາຫຼີ ໂອ ຊຸງ ຄຸກ (OH Sanguk) ດ້ວຍຄະແນນ 5-4 ແບບວ່າສ້າງຄວາມຮືຮາໃນສັງວຽນຟັນດາບໃນເອຊຽນເກມ ຄັ້ງນີ້.
ແນວໃດກໍຕາມ, ໄຊຊະນະ ຈ໋ອບຟອຍ ກໍໄປບໍ່ເຖິງດວງດາວ ເມື່ອໃນຮອບ 32 ຄົນສຸດທ້າຍ ໄປເສຍໃຫ້ນັກກິລາຈາກອິນເດຍ ກຸມມາຣີຊານ ດ້ວຍຄະແນນ 8 ຕໍ່ 15 ເປັນອັນວ່າຈົບເສັ້ນທາງຂອງເຂົາພຽງຮອບນີ້.
ສຳລັບຜົນການແຂ່ງຂັນຂອງນັກກິລາລາວ ທີ່ຜ່ານມາ ກະຕໍ້ທີມຊາຍຊຸດ ເສຍໃຫ້ ທີມຊາດໄທ 0 ຕໍ່ 3 ເກມ; ນັກກິລາວູຊູສາວ ອາລິສາ ໄຊຍະສິດ ກໍຜິດຫວັງໃນຮອບຊີງຫຼຽນທອງ ໂດຍເສຍໃຫ້ນັກກິລາທີມຊາດຈີນ; ມວຍສາກົນ ລຸ້ນນ້ຳໜັກບໍ່ເກີນ 55 ກິໂລ ທ້າວ ວັນສີ ເຮືອງທິສວນ ເສຍໃຫ້ ນັກມວຍຈາກຈໍແດນແລ້ວ; ລອຍນ້ຳ ນີ້ສະຖິຕິໃໝ່ ໃນປະເພດ 100 ແມັດຍິງ ທ່າກົບ (Breaststroke) ນາງ ຕາມສິຣິ ຄຣິສຕຽນ ນິຍົມໄຊ ທຳເວລາໄດ້ 1.25,87 ນາທີ ທຳລາຍສະຖິຕິຕົນເອງ ທີ່ເຄີຍທຳໄດ້ 1.29,12 ນາທີ ແຕ່ບໍ່ສາມາດຜ່ານເຂົ້າຮອບໄດ້!.
ສ່ວນໃນປະເພດຟຣີສະຕາຍ 100 ແມັດ ກໍບໍ່ຜ່ານເຊັ່ນກັນ ເຮັດດີສຸດໄດ້ອັນດັບສາມຂອງກຸ່ມໃນຮອບທຳອິດ ແລະ ກາຣາເຕໂດ້ ຜ່ານການແຂ່ງຂັນ 4 ລຸ້ນ ແມ່ນ ເສຍໝົດ 4 ໄດ້ເຂົ້າຊີງຫຼຽນພຽງລຸ້ນດຽວ. ແຕ່ກໍບໍ່ຜ່ານເນປານ. ສະຫຼຸບຄືຕົກຮອບໝົດແລ້ວ ກາຣາເຕໂດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















