ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກິລາ​ເທ​ຄວັນ​ໂດ​ລາວ
ເວລາອອກຂ່າວ: 2026-09-24 08:57:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ:



ກິລາ​ເທ​ຄວັນ​ໂດ (Taekwondo) ຖື​ເປັນ​ໜື່ງ​ໃນ​ປະເພດ​ກິລາ​ສິລະ​ປະການ​ຕໍ່ສູ້​ຈາກ​ປະເທດ​ເກົາຫຼີ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຢ່າງ​ກວ້າງຂວາງ​ໃນ ​ສປປ ລາວເຊິ່ງ​ວ່າ​ໄດ້​ເລີ່ມ​ເຂົ້າ​ມາສູ່​ປະເທດ​ລາວ​ໃນ​ຊ່ວງ​ປາຍ​ສັດຕະວັດ​ທີ 20 (ປະມານ​ຊຸມ​ປີ 1990 ເປັນຕົ້ນ​ມາ) ຜ່ານ​ການ​ແລກປ່ຽນ​ທາງ​ວັດທະນະທຳ, ບຸກ​ຄະລາ​ກອນ ແລະ ຄວາມ​ຮ່ວມ​ມື​ລະຫວ່າງ​ປະເທດ ເຊັ່ນ: ປະເທດ​ເກົາຫຼີ​ໃຕ້, ປະເທດ​ເພື່ອນ​ບ້ານ ພ້ອມ​ທັງອາສາ​ສະໝັກ ແລະ ຜູ້​ຊ່ຽວຊານ​ຊາວ​ຕ່າງປະເທດ​ທີ່​ເຂົ້າ​ມາ​ສອນ​ສິລະ​ປະການ​ຕໍ່ສູ້​ປະເພດ​ນີ້. ຕໍ່​ມາ​ເພື່ອ​ເຮັດ​ໃຫ້​ການເຄື່ອນໄຫວ​ມີ​ລະບຽບ​ແບບແຜນ ແລະ ສາມາດ​ສົ່ງເສີມ​ນັກ​ກິລາ​ລາວ​ໃຫ້​ກ້າວ​ສູ່​ເວທີ​ສາກົນ, ທາງຄະນະ​ກຳມະການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ລາວ ແລະ ກະຊວງ​ທີ່​ກ່ຽວຂ້ອງ ຈຶ່ງ​ໄດ້ໃຫ້ການ​ຮັບຮອງ ແລະ ສ້າງຕັ້ງ ສະຫະພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ຂຶ້ນ​ຢ່າງ​ເປັນ​ທາງ​ການ. ໃນ​ປັດຈຸບັນ, ເທ​ຄວັນ​ໂດ ບໍ່​ແມ່ນ​ພຽງ​ແຕ່​ກິລາ​ປ້ອງ​ກັນ​ຕົວ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ກາຍເປັນ​ກິລາ​ທີ່​ສ້າງ​ເສັ້ນທາງ​ອາຊີບ, ສົ່ງເສີມ​ສຸຂະພາບ ແລະ ລະບຽບ​ວິໄນ​ໃຫ້​ແກ່​ເຍົາວະ​ຊົນ​ລາວ. ມີ​ສະໂມສອນ ແລະ ໂຮງ​ເຝິກ​ເທ​ຄວັນ​ໂດ​ປະກົດ​ຂຶ້ນ​ຫຼາຍ​ແຫ່ງ​ທັງ​ໃນ​ນະຄອນຫຼວງ​ວຽງ​ຈັນ ແລະ ຕາມ​ແຂວງ​ໃຫຍ່​ຕ່າງໆ. ໃນ​ນີ້, ສະໂມສອນ ເທ​ຄວັນ​ໂດ ພີ​ເອັມ​ເອັດ ຫຼື PMS Taekwondo Club ເຈົ້າ​ຂອງ​ແຊັມ​ຂັນ​ຊະນະ​ເລີດ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາຫຼີ ປະຈຳ ​ ສປປ ລາວ 2 ສະໄໝ​ຕິດຕໍ່​ກັນ ກໍ່​ແມ່ນ​ສະໂມສອນ​ໜື່ງ ທີ່​ວາງ​ຄາດໝາຍ​ຈະ​ພັດທະນາ​ນັກ​ກິລາ​ເຍົາວະ​ຊົນ​ລາວ ກໍ​ຄື ລູກ​ຫຼານ​ຂອງ​ຊາວ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ມີ​ການ​ພັດທະນາ​ທີ່​ດີ​ມີ​ທ່າ​ກ້າວ​ທີ່​ພົ້ນ​ເດັ່ນ ສ້າງ​ຜົນງານ​ໃນ​ການ​ແຂ່ງຂັນ​ລາຍການ​ລະດັບ​ຊາດ ແນໃສ່​ສ້າງ​ອະນາຄົດ​ກ້າວ​ໄປ​ສູ່​ລະດັບ​ທີມ​ຊາດ ແລະ ຮັບປະກັນ​ໄດ້​ໃນ​ການ​ສ້າງ​ຜົນງານ​ໃນ​ເວທີ​ພາກ​ພື້ນ, ອະນຸ​ພາກ​ພື້ນ ແລະ ສາກົນ ໃນຕໍ່ໜ້າ. ທ່ານ ດວງ​ສີວິໄລ ພິມ​ມະ​ສອນ ຫຼື ເປ​ເລ້ ຫົວໜ້າ​ຄູ​ເຝິກສະໂມສອນ PMS Taekwondo Club ໃຫ້​ຮູ້​ວ່າ: ທີ່​ຜ່ານ​ມາ ຂ້າພະເຈົ້າ​ເຄີຍ​ຕິດ​ທີມ​ຊາດ​ຕັ້ງແຕ່​ອາຍຸ 15-16 ປີ ແລະ ເຄີຍ​ແຂ່ງຂັນ​ມາ​ຫຼາຍໆລາຍການ ໂດຍ​ສະເພາະ​ຕາງໜ້າ​ທີມ​ຊາດ​ລາວ ຮ່ວມ​ແຂ່ງຂັນ​ງານ​ກິລາ ຊີເກມ (SEA Games) ໃນ​ປີ 2011 ແລະ ປີ 2013 ສາມາດ​ຄວ້າ​ຫຼຽນ​ທອງ ທັງ​ສອງ​ຄັ້ງ. ນອກຈາກ​ນີ້, ເຄີຍ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ກິລາ​ມະ ຫາວິທະຍາໄລ​ອາ​ຊຽນ ແລະ ກໍ​ໄດ້​ຮັບ​ຫຼຽນ​ເງິນ ແລະ ຫຼຽນ​ທອງ ສ້າງ​ກຽດ​ຊື່​ສຽງ​ມາສູ່​ປະເທດ​ຊາດ. ເຊິ່ງ​ເປົ້າ​ໝາຍ​ເບື້ອງ​ຕົ້ນ ໃນ​ການ​ກໍ່​ຕັ້ງ​ສະໂມສອນ PMS Taekwondo Club ແມ່ນ​ຄວາມ​ຮັກ ແລະ ມີ​ຄວາມ​ຜູກ​ພັນ​ກັບ​ກິລາ​ມາ​ແຕ່​ໃດ. ສະນັ້ນ, ກໍ​ມີ​ເຈດ​ຈຳນົງ ຈະ​ມຸ້ງ​ໝັ້ນ​ພັດທະນາ​ນັກ​ກິລາ​ຍາ​ວະ​ຊົນ​ໃຫ້​ມີ​ທ່າ​ກ້າວ​ທີ່​ພົ້ນ​ເດັ່ນ​ຄື​ກັນ​ຕົນ​ເອງ ທີ່​ໄດ້​ຮັບ​ໃຊ້​ຊາດ ອີກ​ດ້ານ​ໜຶ່ງ​ກໍ​ສ້າງ​ໂອກາດ​ໃຫ້​ເຂົາເຈົ້າ​ໄດ້​ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ ແລະ ສິ່ງ​ມຶນເມົາ​ຕ່າງໆ ເຮັດ​ໃຫ້​ທຸກ​ຄົນ​ສາມາດ​ກ້າວ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ຊາດ ແລະ ລະດັບ​ສາກົນ ໃນຕໍ່ໜ້າ ເຮັດ​ໃຫ້​ຄວາມ​ຝັນ​ກາຍເປັນ​ຈິງ. ຄູ​ເຝິກ ເປ​ເລ້ ໃຫ້​ຮູ້​ອີ​ກວ່າ: ສຳລັບ​ເຄັດ​ລັບ​ທີ່​ເຮັດ​ໃຫ້​ສະໂມສອນ​ພວກ​ເຮົາ​ສາມາດ​ປະສົບ​ຜົນສຳເລັດ ກ້າວ​ຂຶ້ນ​ມາ​ເປັນ​ເບີ​ໜຶ່ງ​ແຫ່ງ​ວົງ​ການ​ກິລາ​ເທ​ຄວັນ​ໂດ​ລາວ ໄດ້​ນັ້ນ ກໍ​ບໍ່​ມີ​ຫຍັງ​ຫຼາຍ ພວກ​ເຮົາ​ມຸ້ງ​ໝັ້ນ​ເອົາໃຈໃສ່​ເຂົ້າ​ໃນ​ການ​ເຝິກ​ຊ້ອມ​ໃຫ້​ເປັນ​ປະຈຳ ແລະ ໝັ່ນ​ເຝິກ​ຊ້ອມ​ໄປ​ເລື້ອຍໆ ໃຫ້​ນັກ​ກິລາ​ມີ​ຄວາມ​ກະຫາຍ​ໃນ​ໄຊຊະນະ ຖ້າ​ເຮົາ​ບໍ່​ລົງ​ແຂ່ງຂັນ ກໍ​ຈະ​ບໍ່​ມີ​ການ​ພັດທະນາ ເພາະວ່າ​ເດັກນ້ອຍ​ຕ້ອງການ​ປະສົບ​ການ​ໃນ​ການ​ແຂ່ງຂັນ ຖ້າ​ຫາ​ກວ່າ​ເຝິກ​ຊ້ອມ​ແຕ່​ຢ່າງ​ດຽວ ກໍ​່ອາດ​ຈະ​ມີ​ການ​ບໍ່​ພັດທະນາ​ໄປ​ໄດ້​ໄວ. ແນວໃດ​ກໍ​ດີ, ຕະຫຼອດ​ໄລຍະ​ການ​ສ້າງຕັ້ງ​ສະໂມສອນ ມາ​ແຕ່​ປີ 2017 ຫາ ປີ 2026 ປັດຈຸບັນ​ນີ້ ສະໂມສອນ​ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ​ຫຼາຍໆ​ລາຍການ ແລະ ກໍ​ສາມາດ​ສ້າງ​ຜົນງານ​ໄດ້​ສຳເລັດ ຄວ້າ​ແຊັມ ແລະ ລາງວັນ​ຕ່າງໆ​ທັງ​ພາຍ​ໃນ ແລະ ພາຍ​ນອກ​ປະເທດ​ມາ​ຄອງ ເຊັ່ນ: ຄອງ​ຂັນ​ຊະນະ​ເລີດ​ທ່ານ​ປະທານ​ສະຫະພັນ​ເທ​ຄວັນ​ໂດ, ຄອງ​ຂັນ​ຊະນະ​ເລີດ​ສະ ຖານທູດ ສ ເກົາຫຼີ ເຖິງ 2 ສະໄໝ​ຕິດຕໍ່​ກັນ ໃນ​ປີ 2025-2026 ແລະ ຄອງ​ຂັນ​ຊະນະ​ເລີດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ. ສ່ວນ​ການ​ແຂ່ງຂັນ​ຢູ່ ນອກ​ປະເທດ ຄອງ​ຂັນ​ຊະນະ​ເລີດ 2 ລາຍການ ທີ່​ແຂວງ​ໜອງ​ຄາຍ ແລະ ແຂວງ​ອຸດອນ​ທານີ ທີ່​ປະເທດ​ໄທ, ຄວ້າ​ຂັນ​ອັນ​ດັບ​ທີ 2 ລະດັບ​ພາກ​ອີສານ​ລີກ (I-San League) ທີ່​ແຂວງ​ຂອນ​ແກ່ນ. ເຖິງ​ຢ່າງໃດ​ກໍ​ຕາມ, ໃນ​ອະນາຄົດ, ສະໂມສອນ PMS ຈະ​ສືບຕໍ່​ພັດທະນາ​ນັກ​ກິລາ​ໄປ​ເລື້ອຍໆ ເພື່ອ​ສ້າງ​ໃຫ້​ໄປ​ເຖິງ​ລະດັບ​ທີມ​ຊາດ ແລະ ເປັນ​ຕົວ​ແທນ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ສາກົນ ເຊັ່ນ: ຊີເກມ (SEA Games), ມະຫາວິທະຍາໄລ​ອາ​ຊຽນ ແລະ ເອ​ຊຽນ​ເກມ ຈົນ​ກ້າວ​ໄປ​ສູ່​ລະດັບ ໂອ​ລິມ​ປິກ ໃນ​ອະນາຄົດ​ໃຫ້​ໄດ້. ໃນ​ຕອນ​ທ້າຍ ຄູ​ເຝິກ ເປ​ເລ້ ຍັງ​ໄດ້​ຝາກ​ເຖິງ​ພໍ່​ແມ່​ຜູ້​ປົກຄອງ ທ່ານ​ໃດ​ສົນໃຈ ຢາກ​ຝາກ​ລູກ​ຫຼານ ຫຼື ຢາກ​ໃຫ້​ລູກ​ຫ່າງ​ໄກ​ຈາກ​ສິ່ງ​ມຶນເມົາ​ຕ່າງໆ ສາມາດ​ຕິດຕໍ່​ພວກ​ເຮົາ​ໄດ້​ຢູ່​ທີ່ ເພ​​ຈ​ເຟດ​ບຸກ ຂອງ​ສະໂມສອນ PMS Taekwondo Club ສະຖານທີ່​ຕັ້ງ​ຂອງ​ສະໂມສອນ​ແມ່ນ​ຕັ້ງ​ຢູ່​ພະ​ໄຊ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ. ປັດຈຸບັນ ສະໂມສອນ ດັ່ງກ່າວ ສາມາດ​ສ້າງ​ນັກ​ກິລາ ໄປ​ຮັບ​ໃຊ້​ບັນດາ​ພາກສ່ວນ​ຕ່າງໆ ໃນ​ການ​ເຂົ້າ​ຮ່ວມ​ງານ​ລະດັບ​ຊາດ ກໍ​ຄື ງານ​ກິລາ​ນັກຮຽນ​ທົ່ວ​ປະເທດ, ງານ​ມະຫາວິທະຍາໄລ​ລາວ ແລະ ງານ​ກິລາ​ແຫ່ງ​ຊາດ, ໃນ​ນັ້ນ ກໍ​ສາມາດ​ກ້າວ​ຂຶ້ນ​ໄປ​ຕິດ​ທີມ​ຊາດ ກໍ​ຄື ນາງ ສຸທິ​ດາ ຫຼວງ​ແກ້ວ​ກຸມ​ພົນ ໃນ​ຮຸ່ນ​ນ້ຳໜັກ 51 ກິ​ໂລ​ກຣາມ​ຍິງ ກຽມ​ເຂົ້າ​ຮ່ວມ​ງານ​ເອ​ຊຽນ ອິນ​ດໍ​ເກມ ທີ່​ປະເທດ​ຊາ​ອຸ​ດິ​ອາ​ຣະ​ເບຍ ໃນ​ທ້າຍ​ປີ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ