ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຍີ່ປຸ່ນ ເປີດ​ສາກ​ງານ​ມະ​ຫະ​ກຳ​ກິລາ​ເອ​ຊຽນ​ເກມ ຄັ້ງ​ທີ 20 ຢ່າງ​ຍິ່ງ​ໃຫຍ່
ເວລາອອກຂ່າວ: 2026-09-22 09:19:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 279 | ຄວາມນິຍົມ:



ພິທີ​ເປີດ​ງານ​ມະ​ຫະ​ກຳ​ກິລາ​ເອ​ຊຽນ​ເກມ ຄັ້ງ​ທີ 20 (20 th Asian Games) ໄດ້​ເປີດ​ສາກ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ ທີ່​ສະໜາມກິລາ ປາໂລມາ ມິ​ຊູ​ໂຮ (Paloma Mizuho Stadium) ທີ່​ເມືອງ​ໄອ​ຈິ-ນາ​ໂກ​ຢ້າ ປະເທດ​ຍີ່ປຸ່ນ. ພິທີ​ດັ່ງກ່າວ ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ ສົມເດັດ​ພະ​ເຈົ້າ​ຈັກກະພັດ ນາ​ຣຸ​ຮິ​ໂຕະ ແຫ່ງ​ຍີ່ປຸ່ນ, ທ່ານ ຊີກ ໂຈ​ອັນ ບິນ​ຮາ​ໝັດ ອາວ​ທານີ ປະທານ​ສະພາ​ໂອ​ແລມ​ປິກ​ອາຊີ (OCA) ແລະ ທ່ານ​ນາງ ຄຣີ​​ສ​ຕີ້ ໂຄ​ເວັນ​ທຣີ ປະທານ​ຄະນະ​ກຳມະການ​ໂອ​ແລມ​ປິກ​ສາກົນ (IOC), ພ້ອມ​ດ້ວຍ​ຄະນະ​ນຳ, ຄະນະ​ນັກ​ກິລາ ແລະ ມວນ ​ຊົນ​ເຂົ້າ​ຮ່ວມ​ໃນ​ສະໜາມ​ຫຼາຍ​ກວ່າ 30.000 ຄົນ. ການສະແດງ​ໃນ​ພິທີ​ເປີດ ທາງ​ເຈົ້າພາບ​ຍີ່ປຸ່ນ​ໄດ້​ນຳ​ສະເໜີ​ຮູບ​ແບບ​ທີ່​ລຽບ​ງ່າຍ ແຕ່​ເຕັມ​ໄປ​ດ້ວຍ​ມົນ​ສະ​ເໜ່​ທາງ​ວັດທະນະທຳ ໂດຍ​ມີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄໝ ເຊັ່ນ: ການສະແດງ​ໂດຣນ (Drone) ແປ​ອັກສອນ, ຫຸ່ນ​ຍົນ ແລະ ລະບົບ​ແສງ​ສີ​ສຽງ​ທີ່​ຍິ່ງ​ໃຫຍ່​ອະລັງການ. ຈຸດ​ໄຮ​ໄລ້​ສຳຄັນ​ຂອງ​ງານ​ຄື​ການ​ຈູດ​ກະຖາງ​ຄົບ​ເພີງ ເຊິ່ງ​ໄດ້​ຮັບ​ກຽດ​ຈາກ ທ່ານ ມຸ​ໂຣ​ຟຸ​ຊິ ໂຄ​ຈິ (Murofushi Koji) ອະດີດ​ເຈົ້າ​ຂອງ​ຫຼຽນ​ຄຳ​ໂອ​ແລມ​ປິກ 2004 ແລະ ທ່ານ ຊິ​ເກ​ໂນ​ບຸ (Shigenobu) ຜູ້​ເປັນ​ພໍ່ ເຊິ່ງ​ເປັນ​ອະດີດ​ເຈົ້າ​ຂອງ 5 ຫຼຽນ​ຄຳ​ເອ​ຊຽນ​ເກມ. ສ່ວນ​ອ່າງ​ໄຟ ຖືກ​ອອກ​ແບບ​ເປັນ​ຮູບ​ປາ​ຫົວ​ເສືອ​ຄຳ (Kinshachi) ອັນ​ເປັນ​ສັນຍາ​ລັກ​ປະຈຳເມືອງ​ນາ​ໂກ​ຢ້າ. ສຳລັບ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ມີ​ນັກ​ກິລາ​ຈາກ 45 ປະເທດ ແລະ ເຂດ​ແຄວ້ນ​ທົ່ວ​ອາຊີ ເຂົ້າ​ຮ່ວມ​ຫຼາຍ​ກວ່າ 15.000 ຄົນ ເພື່ອ​ຊີງ​ໄຊ 469 ຫຼຽນ​ຄຳ ຈາກ 43 ປະເພດ​ກິລາ. ໃນ​ວາລະ​ການ​ເດີນ​ຂະ​ບວນ​ພາ​ເຣດ, ຄະນະ​ນັກ​ກິລາ​ຈາກ ​ສປປ ລາວ ໄດ້​ຍ່າງ​ເຂົ້າ​ສູ່​ສະໜາມ​ເປັນ​ລຳດັບ​ທີ 20 (ຕໍ່​ຈາກ​ປະເທດ​ຄູ​ເວດ) ໂດຍ​ຜູ້​ທີ່​ໄດ້​ຮັບ​ກຽດ​ຖື​ທຸງຊາດ​ລາວ​ນຳ​ໜ້າ​ຂະ​ບວນ​ແມ່ນ ນາງ ກ້ອຍ ໄຊ​ຍະ​ວົງ ນັກ​ກິ ລາ​ກະຕໍ້​ຍິງ​ທີມ​ຊາດ ແລະ ທ້າວ ຜົນ ສາຍ​ບຸນ​ເພງ ນັກ​ກິລາ​ວູ​ຊູ​ທີມ​ຊາດ. ທັບ​ນັກ​ກິລາ ​ສປປ ລາວ ຊຸດ​ນີ້ ນຳ​ໂດຍ ທ່ານ ສີ​ຈັນ ຈິດ​ຕະ​ປັນຍາ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ. ​ສປປ ລາວ ໄດ້​ສົ່ງ​ຄະນະ​ນຳ, ເຈົ້າ​ໜ້າທີ່, ຄູ​ເຝິກ ແລະ ນັກ​ກິລາ ເຂົ້າ​ຮ່ວມ​ທັງ​ໝົດ 122 ຄົນ ໃນ​ນັ້ນ​, ມີ​ ນັກ​ກິລາ 72 ຄົນ ທີ່​ຈະ​ລົງ​ແຂ່ງຂັນ​ໃນ 15 ປະເພດ​ກິລາ ປະກອບ​ມີ: ວູ​ຊູ, ແລ່ນ-ລານ, ລອຍນ້ຳ, ຢູ​ໂດ້, ກາ​ຣາ​ເຕ​ໂດ້, ຈູ​ຈຸດ​ຊຸ, ມວຍ​ສາກົນ, ເທັກ​ບອນ, ກະຕໍ້, ຟັນດາບ, ຢິມ​ນາ​​ສ​ຕິກ, ອີ-ສະປອດ, ດອກ​ປີກ​ໄກ່, ປິ່ງ​ປ່ອງ ແລະ ​ຊັອຟ​ເທັນ​ນິດ. ທັງ​ນີ້, ງານ​ມະ​ຫະ​ກຳ​ກິລາ​ເອ​ຊຽນ​ເກມ 2026 ຖື​ເປັນ​ຄັ້ງ​ທີ 3 ທີ່​ປະເທດ​ຍີ່ປຸ່ນ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຕໍ່​ຈາກ​ປີ 1958 ແລະ 1994 ໂດຍ​ການ​ແຂ່ງຂັນ​ຈະ​ດຳເນີນ​ໄປ​ຈົນ​ເຖິງ​ວັນ​ທີ 4 ຕຸລາ 2026 ຈຶ່ງ​ຈະ​ປິດ​ສາກ​ລົງ​ຢ່າງ​ເປັນ​ທາງ​ການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ