ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຫຼວງນໍ້າທາ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ປີ 2026
ເວລາອອກຂ່າວ: 2026-09-17 11:11:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ: ![]()
ວັນທີ 15 ກັນຍາ 2026 ນີ້, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສຸລິວັນ ສີວິໄລ ຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນຕີ ວັນພອນ ໄຊຍະວົງ ຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງທະຫານຊາຍແດນ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2026 ໂດຍສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ມະຕິ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ ມະຕິ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງໃຫ້ປະກົດຜົນເປັນຈິງ. ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບໃນກົມກອງ, ສຸມໃສ່ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຢ່າງແຂງແຮງ ຕິດພັນກັບວຽກງານ 3 ສ້າງ ແລະ ການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຈັດຕັ້ງກໍາລັງເຄື່ອນໄຫວລາດຕະເວນຂອບເຂດຮັບຜິດຊອບ ຢູ່ບັນດາຈຸດລໍ່ແຫຼມ, ບ້ານລຽບຕາມຊາຍແດນ, ອະນາໄມຫຼັກໝາຍຊາຍແດນ 3 ຄັ້ງ 30 ສະຫາຍ, ຈັດຕັ້ງກໍາລັງໝູ່ສືບຂ່າວ 5 ກອງຮ້ອຍທະຫານຊາຍແດນ ເຄື່ອນໄຫວຕິດຕາມກໍາສະພາບການ ແລະ ປະສານສົມທົບຕາໜ່າງສືບຂ່າວປະຊາຊົນລຽບຕາມບໍລິເວນຊາຍແດນ ລາວ-ຈີນ, ລາວ-ມຽນມາ ກໍາເປົ້າໝາຍອາຊະຍາກໍາ, ຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍເຖື່ອນ, ຄ້າມະນຸດ, ບັນຫາສາສະໜາ ແລະ ສະແກມເມີ ເປັນປົກກະຕິ, ເຜີຍແຜ່ນິຕິກໍາ ຂອງຂັ້ນເທິງ ກ່ຽວກັບວຽກງານກຽມພ້ອມສູ້ຮົບຢູ່ບັນດາກົມກອງ, ຍົກສູງສະຕິລະວັງຕົວກຽມ ພ້ອມຮັບມືກັບໄພພິບັດ, ຈັດຕັ້ງກໍາລັງປະຈໍາການ, ພາຫະນະ-ອຸປະກອນຮັບໃຊ້ ເພື່ອເຂົ້າກອບກູ້ຜູ້ປະສົບໄພໃຫ້ທັນກັບສະພາບການ, ເຂົ້າຮ່ວມຮັບຟັງເຊື່ອມຊຶມບັນດາເອກະສານຂອງພັກ, ກົດໝາຍຂອງລັດ ແລະ ບັນດາຂໍ້ກໍານົດ, ກົດລະບຽບຂອງກອງທັບໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈ, ເຂົ້າຮ່ວມຂະບວນການອອກແຮງງານອະນາໄມຄ້າຍຄູ ຂອບເຂດຮັບຜິດຊອບ, ປັບເດີນກະລາລົດ, ປັບທາງເຂົ້າຫ້ອງການ 15 ຄັ້ງ ຈໍານວນ 90 ແຮງງານ, ຊີ້ນໍາ 5 ກອງຮ້ອຍທະຫານຊາຍແດນຊາຍແດນ ອົບຮົມຫັດແອບ ປະຈໍາປີ 2026 ໄລຍະທີ II ໃຫ້ສໍາເລັດຕາມແຜນການວາງອອກ. ນອກນັ້ນ ຍັງໄດ້ຍົກສູງຄວາມຮັບຜິດຊອບໃນການຂຸດຄົ້ນນໍາໃຊ້ທ່າແຮງດ້ານຕ່າງໆ ເຂົ້າໃນການກໍ່ສ້າງຄ້າຍຄູ ກໍ່ສ້າງກະລາລົດ, ສາງເຄື່ອງ, ຫ້ອງນອນປະຈໍາການ 1 ຫຼັງ ລວມມູນຄ່າ 22.800.000 ກີບ, ເຂົ້າຮ່ວມປະຕິບັດກົດໝາຍລາດຕະເວນຮ່ວມ 4 ຝ່າຍຢູ່ ນະຄອນຊຽງຮຸງ ສປ ຈີນ ຄັ້ງທີ 166, 167, 168, ແຕ່ງຕັ້ງພະນັກງານປະຈໍາສູນປະສານງານຊຽງກົກ ເມືອງລອງ 2 ສະຫາຍ, ປະຈຳສູນປະສານງານຊຽງຮຸ່ງ ສປ ຈີນ 1 ສະຫາຍ, ສູນປະສານງານ 4 ປະເທດ ນະຄອນຊຽງຮຸງ ສປ ຈີນ 1 ສະຫາຍ ແລະ ເຂົ້າຮ່ວມກອງປະຊຸມແລກປ່ຽນສະພາບບໍລິເວນຊາຍແດນ ລາວ-ຈີນ ປະຈໍາປີ 2026 ຢູ່ເມືອງລ້າ ສປ ຈີນ 1 ຄັ້ງ, ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະທີມງານຊ່ຽວຊານຫວຽດນາມ, ຫ້ອງວິຊາສະເພາະ ກອງບັນຊາການທະຫານຊາຍແດນ ທີ່ມາເຄື່ອນໄຫວເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງນ້ຳທາ ແລະ ຫ້ອງທະຫານຊາຍແດນ. ຫ້ອງທະຫານຊາຍແດນ ມີ 1 ຄະນະພັກຮາກຖານ, ມີ 3 ໜ່ວຍພັກຂຶ້ນກັບ, ໄດ້ຮັບໜ້າທີ່ໃໝ່ 12 ສະຫາຍ, ສະເໜີເລື່ອນຊັ້ນແຕ່ 4 ສະຫາຍ, ໄປຮຽນກໍ່ສ້າງ ແລະ ບໍາລຸງຢູ່ພາຍໃນ ແລະ ຕ່າງປະເທດ 12 ສະຫາຍ.
ພ້ອມນີ້, ຄະນະພັກ-ຄະນະບັນຊາ ໄດ້ຜັດປ່ຽນກັນຜ່ານບັນດາຂໍ້ຕົກລົງ ແລະ ເອກະສານຂົງເຂດວຽກງານວິຊາສະເພາະອື່ນໆ ຕື່ມອີກ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















