ຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ ເປີດຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2026-09-17 10:20:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ: ![]()
ເພື່ອເປັນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງພັກ ຂອງກອງທັບ ເວົ້າສະເພາະ ວັນທີ 7 ຕຸລາ ກໍຄືວັນຄູແຫ່ງຊາດ ຄົບຮອບ 32 ປີ ທີ່ໃກ້ຈະມາເຖິງນີ້ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ, ໃນວັນທີ 9 ກັນຍາ 2026 ນີ້ ຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ ເປີດຂະບວນການແຂ່ງຂັນກິລາ
ສະໝັກຫຼິ້ນ ໂດຍການເປັນປະທານຂອງສະຫາຍ ພັນໂທ ປອ ຄຳ ຫຼວງທຸມມາລາ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງອົບຮົມ, ມີຄູ-ອາຈານ ແລະ ພະນັກງານ-ນັກຮົບ ທົ່ວຫ້ອງອົບຮົມເຂົ້າຮ່ວມ.
ສະຫາຍ ພັນຕີ ສີພູທອນ ສິນທະພົນ ຄູສອນລະບຽບ ຜູ້ຮັບຜິດຊອບວຽກງານກິລາ ໄດ້ຜ່ານແຜນການ ຈັດຕັ້ງແຂ່ງຂັນກິລາສະໝັກຫຼິ້ນ ເຊິ່ງເຂົ້າຮ່ວມແຂ່ງຂັນທັງໝົດເປັນ 8 ທີມ, ມີ 2 ປະເພດກິລາຄື: ກິລາເປຕັງ ແລະ ບານສົ່ງ.ການເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການສ້າງບັນຍາກາດ ຂ່ຳນັບຮັບຕ້ອນວັນຄູແຫ່ງຊາດທີ 7 ຕຸລາ ຄົບຮອບ 32 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍຢ່າງໜັກແໜ້ນ, ທັງເປັນການສົ່ງເສີມໃຫ້ ຄູ-ອາຈານ ພະນັກງານ-ນັກຮົບ ຝຶກຝົນຫຼໍ່ຫຼອມກຳລັງແຮງກາຍ, ຮັກສາສຸຂະພາບ, ຜູກແໜ້ນຄວາມສາມັກຄີພາຍໃນ ພ້ອມທັງເປັນການຄັດເລືອກ ເອົານັກກິລາປະເພດຕ່າງໆ ທີ່ເປັນຕົວແທນໃຫ້ຫ້ອງອົບຮົມ ກຽມພ້ອມເຂົ້າຮ່ວມແຂ່ງຂັນຢູ່ວິທະຍາຄານໃຫ້ໄດ້ຮັບຜົນດີ, ເຊິ່ງການແຂ່ງຂັນເລີ່ມຕັ້ງແຕ່ວັນທີ 9 ກັນຍາ 2026 ເຖິງວັນທີ 5 ຕຸລາ 2026.
ໂດຍ: ພຸດສາຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















