ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ເຄື່ອນ​ໄຫວ​ຊຸກຍູ້ ແລະ ກວດກາ​ຜົນ​ກະທົບ​ຈາກ​ໄພພິບັດ​ ນ້ຳ​ຖວ້ມ​ຢູ່​ບັນດາ​ປ້ອມ​ເສັ້ນທາງ​ລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2026-09-17 10:18:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ໃນ​ວັນ​ທີ 11- 12 ກັນຍາ 2026 ຜ່ານ​ມາ​ນີ້, ສະຫາຍ ພັນ​ເອກ ສັກ​ສົມບັດ ແກ້ວ​ສິດທິ​ວົງສາ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ​ຊີ້​ນຳ​ເສັ້ນທາງ​ລົດໄຟ​ລາວ-ຈີນ, ໄດ້​ລົງ​ເຄື່ອນ​ໄຫວ​ຕິດຕາມ​ຊຸກຍູ້ ແລະ ກວດກາ​ຜົນ​ກະທົບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ​ຢູ່​ບັນດາ​ປ້ອມ​ຕາມ​ອຸ​ໂມງ​ເສັ້ນທາງ​ລົດໄຟ​ລາວ-ຈີນ ເຂດ ເມືອງ​ໄຊ ແລະ ເມືອງ​ນາ​ໝໍ້​ແຂວງ​ອຸດົມ​ໄຊ. ການ​ລົງ​ເຄື່ອນ​ໄຫວ​ຊຸກຍູ້​ຄັ້ງ​ນີ້, ສະຫາຍ ພັນ​ເອກ ສັກ​ສົມບັດ ແກ້ວ​ສິດທິ​ວົງສາ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ອ້າຍ​ນ້ອງ​ພະນັກງານ-ນັກຮົບ​ທຸກ​ສະຫາຍ ທີ່​ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຂອງ​ຕົນ​ຕາມ​ການ​ໝອບ ​ໝາຍ​ຂອງ​ຂັ້ນ​ເທິງ​ຈົນ​ມີ​ຜົນສຳເລັດ​ເປັນ​ກ້າວໆ, ທາງ​ຄະນະ​ທິມ​ງານ​ໄດ້​ລົງ​ກວດກາ​ໃນ​ຄັ້ງ​ນີ້​ເຫັນ​ວ່າ​ຂົວ​ຕໍ່​ເສັ້ນທາງ​ເຂົ້າ​ຫາ​ອຸ​ໂມງ ເສັ້ນທາງ​ລົດໄຟ​ລາວ-ຈີນ ແລະ ພື້ນ​ທີ່​ຕ່າງໆ​ທີ່​ກົມ​ກອງ​ຮັບຜິດຊອບ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ​ຈຸດ​ພໍ​ສົມຄວນ​ຢູ່​ເຂດ​ເມືອງ​ໄຊ ແລະ ເມືອງ​ນາ​ໝໍ້, ເຖິງ​ວ່າ​ຈະ​ມີ​ອຸປະສັກ​ຫຍຸ້ງຍາກ​ປານໃດ​ກໍ​ຕາມ ແຕ່​ທຸກ​ສະຫາຍ​ກໍ​ຍັງ​ມີ​ແນວ​ຄິດ​ອຸ່ນ​ອຽນ ທຸ່ນ​ທ່ຽງ​ຕໍ່ໜ້າ​ທີ່​ຂອງ​ຕົນ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ຊາດ ໂດຍ​ສະເພາະ​ແມ່ນ​ການ​ປ້ອງ​ກັນ​ເວນຍາມ​ເສັ້ນທາງ​ລົດໄຟ​ລາວ-ຈີນ, ດ້ວຍ​ຄວາມ​ຮັບຜິດຊອບ​ສູງແລະ ສະຫາຍ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ຮັບຜິດຊອບ​ແຕ່​ລະ​ປ້ອມ​ເອົາໃຈໃສ່​ປ້ອງ​ກັນ​ເວນຍາມ, ຈັດ​ຕັ້ງ​ກຳລັງ​ອອກ​ເຄື່ອນ​ໄຫວ​ກວດກາ​ສາລະ​ເວ່ ຕິດຕາມ​ສະພາບ​ການ ບໍ່​ໃຫ້​ພວກ​ກຸ່ມ​ຄົນ​ບໍ່​ດີ​ເຂົ້າ​ມາ​ກໍ່​ຄວາມ​ບໍ່​ສະຫງົບ​ໃນ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ ເພື່ອ​ເຮັດ​ໃຫ້ການ​ລຳລຽງ​ຂົນສົ່ງ​ສິນຄ້າ ແລະ ຜູ້ໂດຍສານ​ຂອງ​ຂະ​ບວນ​ລົດໄຟ​ແລ່ນ​ໃນ​ແຕ່​ລະ​ວັນ​ໃຫ້​ມີ​ຄວາມ​ປອດ​ໄພ100%, ໂອກາດ​ດຽວ​ກັນ​ນີ້​ຍັງ​ໄດ້​ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ​ໃຫ້​ອ້າຍ​ນ້ອງ​ແຕ່​ລະ​ປ້ອມ​ຕື່ມ​ອີກ. ໂດຍ: ນາງ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ