ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ໂອ້ລົມພະນັກງານ-ນັກຮົບ ຢູ່ກອງບັນຊາການທະຫານເມືອງແບງ
ເວລາອອກຂ່າວ: 2026-09-17 10:17:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມພະນັກງານ-ນັກຮົບ ຢູ່ກອງບັນຊາການທະຫານເມືອງແບງ ເຊິ່ງໃຫ້ການຕ້ອນຮັບ ຂອງສະຫາຍ ພັນໂທ ໄມ່ແພງ ພູມປະເສີດ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງແບງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄມ່ແພງ ພູມປະເສີດ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ເປັນຕົ້ນ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ສຳເລັດການເກັບກຳຂໍ້ມູນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 3 ບ້ານ, ເຄື່ອນໄຫວປ້ອງກັນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ 8 ຄັ້ງ, ຊ່ວຍເຫຼືອປະຊາຊົນມອດໄຟລາມປ່າ 7 ຄັ້ງ, ກອບກູ້ໄພພິບັດນ້ຳຖ້ວມ 2 ຄັ້ງ, ເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ແນວທາງຂອງພັກ, ມູນເຊື້ອຕ່າງໆ ຂອງພັກ ລັດ ແລະ ຂອງກອງທັບ 15 ຄັ້ງ, ສ້າງຂະບວນການດ້ານຕ່າງໆ 36 ຄັ້ງ ແລະ ຍົກສູງວຽກງານການປູກ-ການລ້ຽງ ເພື່ອສ້າງແຫຼ່ງລາຍຮັບໃຫ້ແກ່ກົມກອງ ຕື່ມອີກ.
ໂອກາດນີ້, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນ ພ້ອມກັນຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງທັບ ໃຫ້ມີຄວາມເຂັ້ມແຂງ, ຍົກສູງຄວາມຮູ້ ຄວາມສາມາດ, ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນພະນັກງານຮຸ່ນສືບທອດ, ປັບປຸງແບບແຜນວິທີເຮັດວຽກ ບົນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ.
ໂດຍ: ທອງສະຫວັນ ອິນທະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















