ກອງພັນໃຫຍ່ 501 ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-17 10:15:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ກອງພັນໃຫຍ່ 501 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ໂດຍການເປັນ ປະທານຂອງສະຫາຍ ພັນເອກ ສົມເພັດ ສີງຫາວົງ ກຳມະການຄະນະພັກກອງພົນ, ຫົວໜ້າການເມືອງ ກອງພັນໃຫຍ່ 501, ມີຄະນະພັກ - ຄະນະບັນຊາ,
5 ພະແນກການ, ຕະຫຼອດຮອດພະນັກງານ, ສະມາຊິກພັກ ທົ່ວກົມກອງທີ່ຂື້ນກັບກອງພັນໃຫຍ່ 501 ເຂົ້າຮ່ວມ.
ສະຫາຍ ພັນໂທ ຂຽວສົມພອນ ເຮືອງພະຈັນ ຄະນະປະຈຳພັກ ຫົວ
ໜ້າພະແນກການເມືອງ ກອງພັນໃຫຍ່ 501 ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ຜ່ານທິດທາງ ແຜນການປະຈຳປີ 2026. ໃນໄລຍະ 1 ປີຜ່ານມາ, ໄດ້ປະຕິບັດຕາມທິດຊີ້ນຳຂອງຄະນະພັກກອງພົນ, ໂດຍຖືເອົາການປັບປຸງ ແລະ ກໍ່ສ້າງພັກດ້ານການເມືອງ-ແນວຄິດເປັນກົກ. ຄະນະພັກຮາກຖານໄດ້ເອົາໃຈໃສ່ສຶກສາອົບຮົມບັນດາສະຫາຍສະມາຊິກພັກໃຫ້ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ
ພົມວິຫານ, ກໍຄືແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ໃນຖັນແຖວກອງທັບ, ພະນັກງານ, ສະມາຊິກພັກໃຫ້ມີຄວາມສາມັກຄີ ໃນການກໍ່
ສ້າງພັກ ເຊິ່ງແມ່ນການກໍ່ສ້າງພັກຮາກຖານ ໃຫ້ເຂັ້ມແຂງ, ໜັກແໜ້ນ ເປັນຂະບວນການຟົດຟື້ນກວ້າງຂວາງ ເຊິ່ງໄດ້ຕິດພັນກັບການກໍ່ສ້າງກົມກອງວັດທະ
ນະທຳ, ນັກຮົບວັດທະນະທຳ, ພ້ອມກັນນັ້ນກໍ່ນຳພາກົມກອງເຮັດໜ້າທີ່ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢູ່ໃນຂອບເຂດກົມກອງ ຮັບຜິດຊອບ ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບປອດໄພໂດຍບົນພື້ນຖານ.ຈາກນັ້ນຕ່າງໜ້າຈາກແຕ່ລະໜ່ວຍພັກ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ, ໂດຍໄດ້ສະເໜີບັນດາຂໍ້ຄົງຄ້າງ, ບົດຮຽນ ແລະ ມາດຕະການແກ້ໄຂ ເພື່ອໃຫ້ວຽກງານໃນຕໍ່ໜ້າສາມາດຈັດຕັ້ງປະຕິບັດໄດ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດທິຜົນຍິ່ງຂຶ້ນຕໍ່ໜ້າທີ່ຄວາມຮັບຜິດຊອນໃນກົມກອງຂອງຕົນ.
ສະຫາຍ ພັນໂທ ວັນນົງ ແກ້ວຈັນທາ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 501 ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງບັນດາກົມກອງທີ່ຂຶ້ນກັບຄະນະພັກກອງພັນໃຫຍ່ທະຫານຮາບ 501 ປະຈຳປີ 2025. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ຮັບຮອງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜນ, ບັນດາຫນ່ວຍພັກທີ່ຂື້ນກັບຄະນະພັກກອງພັນໃຫຍ່ 501 ມີຈຳນວນ 22 ໜວ່ຍພັກ ແລະ ຜ່ານມະຕິຕົກລົງວ່າດ້ວຍ ການຮັບຮອງອອກບັດ ສະມາຊິກພັກສົມບູນ ແລະ ຜ່ານເນື້ອໃນແຂ່ງຂັນການນຳພາການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັກແໜ້ນໃນທົ່ວກອງພັນໃຫຍ່ທະຫານຮາບທີ 501.
ໂດຍ: ລິດພະສອນ ໄຊຍະຫອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















