ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເຄື່ອນໄຫວຊຸກຍູ້ວຽກງານພັກ-ວຽກງານການເມືອງ ຢູ່ສາງນໍ້າມັນເຊື້ອໄຟ ເລກ 2 ກອງທັບ
ເວລາອອກຂ່າວ: 2026-09-17 10:15:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 337 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາວຽກງານການເມືອງ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານພັກ-ວຽກງານການເມືອງ ແລະ ວຽກງານຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ສາງນໍ້າມັນເຊື້ອໄຟ ເລກ 2 ກອງທັບ, ມີຄະນະພັກຮາກຖານ, ໜ່ວຍພັກ, ສະມາຊິກພັກ-ພະນັກງານ ແລະ ນັກຮົບເຂົ້າຮ່ວມ.
ການເຄື່ອນໄຫວຊຸກຍູ້ວຽກງານພັກ-ວຽກງານການເມືອງ ໃນຄັ້ງນີ້, ແມ່ນປະຕິບັດຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໃນການຈັດຕັ້ງປະຕິບັດຄົ້ນຄົ້ວາ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຫັນມະຕິ, ຄໍາສັ່ງຂອງຄະນະພັກຂັ້ນເທິງເປັນແຜນການ, ໂຄງການອັນລະອຽດ, ຄົ້ນຄວ້າວາງມະຕິ ແລະ ວິທີການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອເຮັດໃຫ້ວຽກງານພັກ-ວຽກງານການເມືອງ ແລະ ການປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງກົມໃຫຍ່ພະລາທິການກອງທັບ ພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເລິກເຊິ່ງ, ແທດເຖິງ ບັນດາກົມກອງ ເພຶ່ອເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຮັບຜົນສຳເລັດ ທັງປະລິມານ ແລະ ຄຸນນະພາບ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















