ກອງປະຊຸມພົບປະ ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ກອງພົນນ້ອຍທີ 9 ກອງທັບ ຣາຊະອານາຈັກກຳປູເຈຍ
ເວລາອອກຂ່າວ: 2026-09-17 10:01:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ທີ່ ກອງພົນທີ 5 ໄດ້ມີກອງປະຊຸມພົບປະ ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ກອງພົນນ້ອຍທີ 9 ກອງທັບ ຣາຊະອານາຈັກກໍາປູເຈຍ, ເຊິ່ງຝ່າຍລາວ ນຳໂດຍສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍຄະນະ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພົນຈັດຕະວາ ອວງ ສຸວັນນາ ຜູ້ບັນຊາການ ກອງພົນນ້ອຍທີ 9 ກອງທັບ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ.
ໃນພິທີ, ສອງຝ່າຍ ໄດ້ແລກປ່ຽນຄຳຄິດ, ຄໍາເຫັນ ດ້ານຕ່າງໆ ແລະ ຜັດປ່ຽນກັນລາຍງານສະພາບຕາມຂອບເຂດຊາຍແດນ ໃນຄວາມຮັບຜິດຊອບຕົນ. ພ້ອມທັງ, ປຶກສາຫາລືກັນ ໃນການກະກຽມສະຖານທີ່ ແລະ ເວລາ ເພື່ອເປິດກອງປະຊຸມສາມັນ ຄັ້ງທີ 1 ປະຈໍາປີ 2027 ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ກອງພົນນ້ອຍທີ 9 ກອງທັບ ຣາຊະອານາຈັກກໍາປູເຈຍ. ນອກນັ້ນ, ຍັງໄດ້ປຶກສາຫາລື ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ຄະນະຜູ້ແທນ ໄດ້ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໃນໂອກາດວັນບຸນປະເພນີ, ວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ. ສຳລັບກຳລັງປະກອບອາວຸດ ທີ່ຕັ້ງທັບຢູ່ລຽບຕາມຊາຍແດນ ແມ່ນໃຫ້ມີການພົບປະ, ສ້າງສັນຄວາມສາມັກຄີຮັກແພງ ແລະ ແລກປ່ຽນສະພາບການບາງດ້ານ ທີ່ສົ່ງຜົນກະທົບຕໍ່ສາຍພົວພັນມິດຕະພາບ ຂອງສອງກອງທັບ ກໍຄືສອງປະເທດ ລາວ-ກຳປູເຈຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ໄດ້ຕ່າງໜ້າໃຫ້ຄະນະກ່າວສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ຄະນະກອງປະຊຸມ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື ຂອງສອງກອງທັບ ກໍ່ຄືສອງຊາດ ລາວ-ກຳປູເຈຍ ໃຫ້ໜັ້ນຄົງທະນົງແກ່ນຕະຫຼອດໄປ ແລະ ຜັດປ່ຽນກັນມອບຂອງຂວັນທີ່ລະນຶກ ຕື່ມອີກ.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















