ກອງພັນໃຫຍ່ 703 ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026
ເວລາອອກຂ່າວ: 2026-09-16 16:02:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ກອງພັນໃຫຍ່ 703 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ກໍາມະການຄະນະພັກ ກອງບັນຊາການທະຫານອາກາດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ຂະແໜງການ, ກອງພັນ, ກອງຮ້ອຍເອກະລາດ ແລະ ສະມາຊິກພັກເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ພົງລຳໄພ ພັນທະວົງ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 703 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳ ປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ ດ້ວຍການເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ເພື່ອເຮັດໃຫ້ພະນັກງານ ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຫ້າວຫັນຕໍ່ວຽກງານວິຊາສະເພາະເຕັກນິກການບິນຂອງຕົນ ນອກນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ຂະບວນການຕ່າງໆ ຕິດພັນກັບການກໍ່ສ້າງກົມກອງ 3 ປອດ ແລະ ການກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳຢ່າງເປັນຂະບວນກວ້າງຂວາງ, ດ້ານວຽກງານກໍ່ສ້າງພັກ ໄດ້ປະຕິບັດຕາມ 5 ຫຼັກການ, 3 ທິດນໍາຂອງພັກ. ຜ່ານການປະເມີນບັນດາໜ່ວຍພັກຂຶ້ນກັບອົງຄະນະພັກກອງພັນໃຫຍ່ 703 ປະຈຳປີ 2025 ສາມາດຮັບຮອງເປັນໜ່ວຍພັກປະເພດແຂງ 16 ໜ່ວຍພັກ ເທົ່າກັບ 100%, ສະມາຊິກພັກແຂງ 339 ສະຫາຍ, ຍິງ 57 ສະຫາຍ ເທົ່າກັບ 87,37%, ກາງ 20 ສະຫາຍ, ຍິງ 8 ສະຫາຍ ເທົ່າກັບ 5,15%, ບໍ່ໄດ້ແບ່ງປະເພດ 29 ສະຫາຍ, ຍິງ 1 ສະຫາຍ (ລໍຖ້າບຳນານ ແລະ ປິ່ນປົວຍາວນານ) ເທົ່າກັບ 7,47%.
ພ້ອມນີ້, ຍັງໄດ້ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ຈຳນວນ 16 ໜ່ວຍພັກ ໂດຍການມອບ ຂອງສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ.
ໂດຍ: ນາງ ບົວພັນ ເທີນຜາສຸກ;
ພາບ: ກອງສີ ຈັນເມືອງຊຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















