ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫ້ອງເຕັກນິກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປີດຊຸດອົບຮົມ-ຫັດແອບ ວຽກງານເຕັກນິກ ປະຈຳປີ 2026
ເວລາອອກຂ່າວ: 2026-09-16 15:48:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 535 | ຄວາມນິຍົມ:



ພິທີ ປີດອົບຮົມ-ຫັດແອບວຽກງານເຕັກນິກ ປະຈຳປີ 2026 ຂອງຫ້ອງເຕັກນິກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ສິມມະລິດ ບຸດດາລາເລືອງ ຮອງຫົວໜ້າຫ້ອງເຕັກນິກ ໄດ້ສະຫຼຸບຕີລາຄາຜົນໄດ້ຮັບການຈັດຕັ້ງອົບຮົມ-ຫັດແອບ ວຽກງານເຕັກນິກ ປະຈຳປີ 2026, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ແລະ ຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ລົງໃກ້ຊິດຕິດແທດ ແລະ ຊີ້ນຳແຕ່ລະພາກສ່ວນ ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ການອົບຮົມ-ຫັດແອບ ວຽກງານເຕັກນິກ ປະຈຳປີ 2026 ສໍາເລັດຕາມແຜນການທີ່ວາງໄວ້ ສາມາດຕີລາຄາຜົນໄດ້ຮັບ ຄື: ວຽກງານເສນາເຕັກນິກ ມີຈໍານວນພົນເຂົ້າຮ່ວມ 15 ສະຫາຍ ໄດ້ຂັ້ນເກັ່ງ 3 ສະຫາຍ, ກາງ 12 ສະຫາຍ; ວຽກງານຄຸ້ມຄອງລົດ-ເຮືອ ມີຈໍານວນພົນເຂົ້າຮ່ວມ 25 ສະຫາຍ ໄດ້ຂັ້ນເກັ່ງ 8 ສະຫາຍ, ກາງ 17 ສະຫາຍ ແລະ ວຽກງານຄຸ້ມຄອງອາວຸດ-ກະສູນ ມີຈໍານວນພົນເຂົ້າຮ່ວມ 22 ສະຫາຍ ໄດ້ຂັ້ນເກັ່ງ 9 ສະຫາຍ, ກາງ 13 ສະຫາຍ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ