ໜ່ວຍພັກທີ I ຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ ປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2026-09-16 15:37:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ: ![]()
ກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງໜ່ວຍພັກທີ I ຫ້ອງການເມືອງກອງບັນຊາການທະຫານແຂວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວັນໄຊ ສີອຳພອນ ເລຂາໜ່ວຍພັກທີ I, ມີບັນດາເລຂາ, ຮອງເລຂາໜ່ວຍພັກ ທີ II, III, ແຂກຖືກເຊີນ ຕະຫຼອດພະນັກງານສະມາຊິກພັກ ທົ່ວຫ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ບຸນທ່ຽງ ໄຊວົງສາ ຮອງເລຂາໜ່ວຍພັກທີ I ໄດ້ສະຫຼຸບຕີລາຄາຄືນໃນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການ 2027. ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້. ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານ ຕາມແນວທາງນະ ໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຂອງແຕ່ລະຮາກຖານພັກ ກໍຄືໜ່ວຍພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ຕິດ ພັນກັບການປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳ ຂອງ ພັກວາງອອກ ເຮັດໃຫ້ພະນັກ ງານສະມາຊິກພັກ-ນັກຮົບແຕ່ລະ ສະຫາຍ ມີຄວາມຮັບຮູ້ເຂົ້າໃຈ ເປັນເອກະພາບ, ມີຫຼັກໝັ້ນການ ເມືອງໜັກແໜ້ນ, ຮູ້ຈຳແນກມິດ-ສັດຕູຈະແຈ້ງ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ຕອບຕ້ານໄດ້ທຸກປະກົດການຫຍໍ້ທໍ້ພາຍໃນກົມກອງໄດ້ດີ, ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ, ປຸກລະດົມພະນັກງານສະມາຊິກພັກ-ນັກຮົບ ພາຍໃນກົມກອງເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ. ໃນກອງປະຊຸມສະມາຊິກພັກແຕ່ລະສະ ຫາຍ ໄດ້ພັດປ່ຽນກັນຂຶ້ນຜ່ານໃບສຳຫຼວດໂຕເອງເປັນຕົ້ນແມ່ນຕີລາຄາດ້ານດີ, ດ້ານອ່ອນ ທາງດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບ ແຜນດຳລົງຊີວິດ, ລະບຽບວິໃນ, ແບບແຜນນຳພາ ແລະ ວິທິເຮັດວຽກ, ຄວາມຮູ້ຄວາມສາມາດ ແລະ ອື່ນໆ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















