ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ເຜີຍແຜ່​ເຊື່ອມ​ຊຶມ ກົດ​ລະບຽບ​ຂອງ​ກອງທັບ​ປະຊາຊົນ​ລາວ
ເວລາອອກຂ່າວ: 2026-09-16 15:37:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ວັນ​ທີ 8 ສິງຫາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ຈັດ​ກອງ​ປະຊຸມ ເຜີຍແຜ່ເຊື່ອມ​ຊຶມກົດ​ລະບຽບ​ຂອງ​ກອງທັບ​ປະຊາຊົນ​ລາວ ໃຫ້​ບັນດາ​ພະນັກງານ-ນັກຮົບ ໃນ​ອົງການ 6 ຫ້ອງ​ທີ່​ຂຶ້ນ​ກັບ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ໃນ​ອົງການ 6 ຫ້ອງ​ເຂົ້າ​ຮ່ວມ. ການ​ເຜີຍແຜ່​ກົດ​ລະບຽບ​ຂອງ​ກອງທັບ​ປະຊາຊົນ​ລາວ​ໃນ​ຄັ້ງ​ນີ້, ປະກອບ​ມີ XVI ພາກ, 299 ມາດຕາ. ຈຸດປະສົງ​ການ​ເຜີຍແຜ່​ກົດ​ລະບຽບ ໃນ​ຄັ້ງ​ນີ້ ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້​ນາຍ ແລະ ພົນ ທະຫານ ໃນ​ທົ່ວ​ອົງການ 6 ຫ້ອງ ໄດ້​ຮັບ​ຮູ້​ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດ​ລະບຽບ​ດັ່ງກ່າວ ເພື່ອ​ພ້ອມ​ກັນ​ຕັ້ງໜ້າ​ປັບປຸງ​ແກ້​ໄຂ ແລະ ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ລະ ບຽບ​ການ​ຂອງ​ກອງທັບ​ປະຊາ ຊົນ​ລາວ ຢ່າງ​ເຂັ້ມ​ງວດ, ໃນ​ການ ຈັດຕັ້ງ​ເຄື່ອນ​ໄຫວ​ປະຕິບັດໜ້າ ທີ່, ປັບປຸງ​ກໍ່ສ້າງ​ກຳລັງ​ຢ່າງ​ເປັນ​ເອກະ​ພາບ ແລະ ກາຍເປັນ​ກຳລັງ​ແຮງ​ສັງ​ລວມ​ໃຫ້​ແກ່​ກອງທັບ, ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື​ເປັນ​ກຳລັງ​ທີ່​ມີ​ລະບຽບ​ວິ​ໃນ​ເຂັ້ມແຂງ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ແລະ ສາມາດ​ເຮັດ​ສຳເລັດ​ໜ້າທີ່ ທີ່​ໄດ້​ຮັບ​ມອບ​ໝາຍ. ທັງ​ເປັນ​ເຂັມ​ຊີ້​ທິດ​ໃຫ້​ແກ່​ການ​ປັບປຸງ​ກໍ່ສ້າງ​ກອງທັບ​ລາວ ໃຫ້​ໜັກ​ແໜ້ນ, ເຂັ້ມແຂງ, ເປັນ​ກອງທັບ​ປະຕິວັດ ທີ່​ມີ​ແບບແຜນ​ອັນ​ແຫຼມ​ຄົມ ແລະ ທັນ​ສະໄໝ ເດັດດ່ຽວ​ຮັບປະກັນ​ເຮັດ​ໃຫ້​ປະ ເທດ​ຊາດ ກໍ​ຄື​ທ້ອງຖິ່ນ​ຂອບ​ເຂດ ທີ່​ກົມ​ກອງ​ຮັບຜິດຊອບ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນ. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ