ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫ້ອງ​ເສນາ​ທິ​ການ ປະກາດ​ການ​ແຕ່ງຕັ້ງຮັກສາ​ການ​ຂັ້ນ​ພະແນກການ, ຂະແໜງການ ແລະ ພະນັກງານ​ຊ່ວຍ​ວຽກ
ເວລາອອກຂ່າວ: 2026-09-16 15:36:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ວັນ​ທີ 9 ກັນຍາ 2026 ນີ້, ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງຫຼວງນ້ຳທາ ໄດ້​ຈັດ​ພິທີປະກາດ​ການແຕ່ງຕັ້ງ ຮັກສາ​ການ​ຫົວໜ້າ​ພະແນກ, ຮອງ​ຫົວໜ້າ​ພະ​ແນກ, ຂະແໜງ ການ ແລະ ພະນັກງານ​ຊ່ວຍວຽກ ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພັນ​ໂທ ຕຸ້ຍ ຄິ​ທະ​ໄຊ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ມີ​ຄະນະ​ພັກ-ຄະນະ ​ບັນຊາ, ຕະຫຼອດ​ຮອດພະນັກງານ​ ຫຼັກ​ແຫຼ່ງພາຍ​ໃນ​ຫ້ອງເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໂຊກ​ສະຫວັນ ພົນ​ຕະ​ມອງ ຫ້ອງ​ເສນາ​ທິ​ການ ໄດ້​ຜ່ານ​ຂໍ່​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຮັກສາ​ການ​ພະແນກການ, ຂັ້ນ​ຂະແໜງການ ແລະ ການ​ສັບ​ຊ້ອນ​ພະນັກງານ​ຊ່ວຍ​ວຽກ​ຂັ້ນ​ພະແນກການ ທີ່​ຂຶ້ນ​ກັບ​ຫ້ອງ​ເສນາ​ທິ​ການ ໃນ​ນີ້ ໄດ້​ແຕ່ງຕັ້ງ ສະຫາຍ ພັນ​ຕີ ບຸນຈັນສອນ​ຕະ​ອາດ ເປັນ​ຮັກສາ​ການ ​ຫົວໜ້າ​ພະ​ແນກ​ບໍລິຫານ, ສະ ຫາຍ ພັນ​ຕີ ບຸນ​ມີ ສິດທິ​ພົງ ເປັນ​ຮັກສາ​ການ ຮອງ​ຫົວໜ້າ​ພະ​ແນກ ​ບໍລິຫານ, ສະຫາຍ ພັນໂທ ນາງ ບົວ​ເງິນ ຈັນທະ​ວັນ​ໄຊ ເປັນ ​ຫົວໜ້າ​ຂະແໜງ​ສັງ​ລວມ, ສະ ຫາຍ ພັນ​ຕີ ບຸນ​ເສີມ ຈັນທະ​ວົງ ເປັນ​ຫົວໜ້າ​ຂະແໜງ​ບໍລິຫານ ແລະ ສັບ​ຊ້ອນ ພະນັກງານຊ່ວຍ​ວຽກ​ຂັ້ນ​ພະແນກການ ເຊິ່ງ​ໄດ້​ສັບ​ຊ້ອນ ສະຫາຍ ພັນ​ໂທ ທອງ​ໄລ ໝັ້ນ​ສັນ​ຫຼົງ ຊ່ວຍ​ວຽກ​ພະ​ແນກ​ສູ້​ຮົບ, ສະຫາຍ ພັນ​ຕີ ອ່ອນ​ແຫຼ້ ທູນ​ທະ​ວົງ ຊ່ວຍ​ວຽກ​ພະ​ແນກ​ອົບຮົມ ແລະ ສະຫາຍ ຮ້ອຍ​ເອກ ສຸພັນ​ທາ ໄຊ​ຍະ​ພອນ ຊ່ວຍ​ວຽກ​ພະ​ແນກ​ແຜນທີ່. ຂຶ້ນ​ກັບ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ. ໂດຍ: ບຸນ​ປັນ ປັນຍາ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ