ເປີດການບໍລິການ ທາງດ້ານການແພດຮ່ວມ ສອງກອງທັບ ລາວ-ຈີນ
ເວລາອອກຂ່າວ: 2026-09-16 10:54:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ: ![]()
ພິທີ ເປີດການບໍລິການ ທາງດ້ານການແພດຮ່ວມ ສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດ ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2026 ນີ້, ທີ່ຕຶກປິ່ນປົວພະຍາດລວມ ລາວ-ຈີນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມຮ່ວມ ສອງກອງທັບ ລາວ-ຈີນ ແລະ ສະຫາຍ ພົນຕີ ຫຼູເຊີນຫົວ ຮອງຫົວໜ້າກົມພະລາທິການກອງທັບບົກ ສປ ຈີນ, ມີຄະນະນໍາກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຄະນະພັກ-ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ, ກົມກອງອ້ອມຂ້າງ, ຊ່ຽວຊານ ສປ ຈີນ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ລາຍງານຄວາມພ້ອມ ແລະ ແຜນການກະກຽມການບໍລິການ ທາງດ້ານການແພດຮ່ວມ ສອງກອງທັບ ລາວ-ຈີນ ວ່າ: ການເປີດບໍລິການທາງດ້ານການແພດ ແລະ ຈັດຕັ້ງກວດສຸຂະພາບ ໃຫ້ພະນັກງານການນຳ, ພະນັກງານ-ນັກຮົບ, ພະນັກງານບຳນານ, ພະນັກງານເສຍອົງຄະ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຄັ້ງນີ້ເປັນຄັ້ງທີ 6 ທີ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ປະກອບສ່ວນ ແລະ ຈັດຕັ້ງປະຕິບັດ. ເຊິ່ງຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ໃນການປະກອບສ່ວນສຳຄັນ ໃຫ້ການບໍລິການ ທາງດ້ານການແພດ ລົດໄຟສັນຕິພາບ ປີ 2026 ແລະ ໄດ້ມີການແຕ່ງຕັ້ງຄະນະຊີ້ນຳ, ຄະນະຮັບຜິດຊອບ ແລະ ອະນຸກຳມະການເນື້ອໃນຕ່າງໆ ຂອງແຕ່ລະໜ້າວຽກຕົວຈິງ ໃຫ້ສອດຄ່ອງເໝາະສົມ ໂດຍໄດ້ມີການປະສານສົມທົບປຶກສາຫາລື ທັງສອງຝາຍຢ່າງກົງໄປກົງມາ ເພື່ອເຮັດໃຫ້ການບໍລິການທາງດ້ານແພດ ຂະບວນລົດໄຟສັນຕິພາບ ປີ 2026 ໄດ້ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.
ສະຫາຍ ພັນເອກ ເສີນ ຊຸນ ໝິງ ຮອງຫົວໜ້າກົມເສນາຮັກ ຮັບປະກັນພະລາທິການ ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ລາຍງານວ່າ: ທີມແພດກອງທັບປົດປ່ອຍປະຊາຊົນຈີນ ໄດ້ທຸມເທທຸກກຳລັງ ໃຫ້ການບໍລິການກວດສຸຂະພາບ, ການແລກປ່ຽນຄວາມຮູ້ ດ້ານສຸຂະພາບ ແລະ ເຕັກນິກ ໃນການເບິ່ງແຍງສຸຂະພາບ ໃຫ້ດີທີ່ສຸດ, ການຮ່ວມມືເລິກເຊິ່ງ ຂອງກຳລັງເສນາຮັກ ຈີນ-ລາວ ສະແດງເຖິງຄວາມເປັນຫ່ວງເປັນໄຍ ທາງດ້ານການເມືອງ, ການຮ່ວມສຸກຮ່ວມທຸກ ແລະ ການມີສະຕາກຳຮ່ວມກັນ ຂອງສອງກອງທັບ ລາວ-ຈີນ ເພື່ອເຮັດໃຫ້ກິດຈະກຳໃນຄັ້ງນີ້ ກາຍເປັນການເດີນທາງແຫ່ງສັນຕິພາບ ທີ່ອົບອຸ່ນໃຈ ຂອງປະຊາຊົນ, ເປັນການເດີນທາງແຫ່ງມິດຕະພາບ ທີ່ສືບຕໍ່ຄວາມສາມັກຄີ ແລະ ການເດີນທາງແຫ່ງສຸຂະພາບ ທີ່ປົກປັກຮັກສາຄວາມສະຫງົບສຸກ.
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ມີຄໍາເຫັນວ່າ: ການຈັດກິດຈະກຳກວດສຸຂະພາບ ຂອງສອງກອງທັບ ລາວ-ຈີນ ຄັ້ງນີ້ ແມ່ນເພື່ອໃຫ້ທຸກທ່ານໄດ້ຮັບການເຝົ້າລະວັງ, ປະເມີນ ແລະ ເບິ່ງແຍງສຸຂະພາບຂອງຕົນເອງ ໃຫ້ທັນທ່ວງທີ, ການກວດພົບເຫັນຄວາມຜິດປົກກະຕິ ຫຼື ຄວາມສ່ຽງ ດ້ານສຸຂະພາບໃນໄລຍະເລີ່ມຕົ້ນ ຈະຊ່ວຍໃຫ້ພວກເຮົາສາມາດປ້ອງກັນ, ປັບປ່ຽນພຶດຕິກຳ ແລະ ປິ່ນປົວໄດ້ຢ່າງມີປະສິດທິພາບ.
ການບໍລິການ ກວດສຸຂະພາບ (ໂດຍບໍ່ເສຍຄ່າ) ຂອງສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ ຂະບວນລົດໄຟສັນຕິພາບ-2026 ຈະໄດ້ດຳເນີນໄປເປັນເວລາ 7 ວັນ ຈິ່ງຈະສຳເລັດ ເລີ່ມແຕ່ວັນທີ 15-21 ກັນຍາ 2026 ນີ້.
ຂໍ້ມູນຈາກ: ໂຄສະນາ-ອົບຮົມ ໂຮງໝໍ 103
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















