ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ນຳພາ​ພະນັກງານ-ນັກຮົບ ສ້ອມແປງ​ເສັນ​ທາງ​ເຂົ້າ​ບ້ານ ດົງ​ກະ​ສີນ ເມືອງ​ໜອງ​ບົກ
ເວລາອອກຂ່າວ: 2026-09-16 10:48:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ວັນ​ທີ 9 ກັນຍາ 2026 ນີ້, ສະຫາຍ ພັນ​ໂທ ໄພ​ວັນ ລື​ເດດ ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ​ໄດ້​ນຳພາ-ຊີ້​ນຳ ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ເມືອງ​ໜອງ​ບົກ ແລະ ກອງຮ້ອຍ​ທະຫານ​ຊາຍ​ແດນ 315 ສົມທົບກັບຄະ ນະ​ປົກຄອງ​ບ້ານ ແລະ ພໍ່​ແມ່ປະ ຊາຊົນ ບ້ານ​ດົງ​ກະ​ສີນ ພ້ອມ​ກັນ ​ສ້ອມແປງ​ເສັ້ນທາງ​ເຂົ້າ​ບ້ານ​ ເນື່ອງຈາກ​ໄດ້​ຮັບ​ຜົນກະທົບ ຈາກ ອຸ​ທົບ​ກະ​ໄພ​ນໍ້າຖ້ວມ​ ເຮັດ​ໃຫ້ ເສັ້ນທາງ​ຖືກ​ຕັດຂາດ​ເຮັດ​ໃຫ້ ການ​ສັນຈອນ​ໄປ​ມາ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ເບື້ອງ​ຕົ້ນ​ແມ່ນ​ໄດ້​ຕອກ​ຫຼັກ​ໄມ້ ແລະ ຕັກ​ດິນໃສ່ເປົາ ອັດ​ບ່ອນ​ທີ່​ຖືກ​ນໍ້າ​ເຊາະ​ເຈື່ອນ; ພ້ອມ​ດຽວ​ກັນ​ນັ້ນ ການ​ນຳ​ຂັ້ນ ​ເມືອງ ຍັງ​ໄດ້​ລົງ​ຕິດຕາມ​ກວດ ກາ​ສະພາບ​ຢ່າງ​ໃກ້ຊິດ ແລະ ເກັບ​ກຳ​ລາຍ​ງານ​ສະຖານະການ ໃຫ້​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ແຕ່​ລະ​ຂັ້ນ ​ເພື່ອ​ແກ້ໄຂ ແລະ ສ້ອມແປງ​ເສັ້ນທາງ​ໃນຕໍ່ ໜ້າ. ໂດຍ: ຈັນທະ​ວີ​ສຸກ ພົງ​ເຂັມ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ