ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມອບເຄື່ອງບໍລິໂພກ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ X
ເວລາອອກຂ່າວ: 2026-09-16 10:36:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ວັນທີ 14 ກັນຍາ 2026 ນີ້, ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ-ແມ່ຍິງ) ໄດ້ມອບເຄື່ອງບໍລິໂພກ ລວມມູນຄ່າ 7 ລ້ານກວ່າກີບ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ X ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ທີ່ກຳລັງເຝິກແອບຢູ່ພາກສະໜາມ ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກໍາລັງໃຈ ໃນການປະຕິບັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ. ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນ ມາຍັງຄະນະພັກ-ຄະນະອໍານວຍການ, ພະນັກງານ ຄູ-ອາຈານ ແລະ ນັກຮຽນກໍ່ສ້າງນາຍສິບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ໃຫ້ໄດ້ຮັບຜົນສູງ ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນຄວາມປອດໄພ 100% ພ້ອມທັງ, ກ່າວມອບເຄື່ອງບໍລິໂພກ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພັນໂທ ດາວຄໍາ ແກ້ວປັນຍາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ໄດ້ຕາງໜ້າກ່າວຮັບ ພ້ອມທັງ, ສະແດງຄວາມຂອບໃຈ ມາຍັງ ສະຫາຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງບໍລິໂພກ ມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງດັ່ງກ່າວ ໄປມອບຕໍ່ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ X ຢ່າງທົ່ວເຖິງ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ