ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ເຄື່ອນໄຫວຊຸກຍູ້ວຽກງານ ແລະ ໂອ້ລົມພະນັກງານ-ນັກຮົບ ຢູ່ກອງຮ້ອຍ 1 ກອງພັນ 414
ເວລາອອກຂ່າວ: 2026-09-16 10:28:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ແລະ ໂອ້ລົມ ພະນັກງານ-ນັກຮົບ ຢູ່ກອງຮ້ອຍ 1 ກອງພັນ 414 ກອງບັນຊາການທະຫານແຂວງອຸດົມໄຊ ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ໄພວັນ ປັນຍາສິດ ຫົວໜ້າການເມືອງ ກອງພັນ 414, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໂອກາດນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບທີ່ຕັ້ງ, ພາລະບົດບົດ, ສິດໜ້າທີ່ ແລະ ສະພາບລວມ ຂອງກົມກອງ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ຈົ່ງເພີ່ມທະວີ ເອົາໃຈໃສ່ຕໍ່ວຽກງານການສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນປົກກະຕິຕໍ່ເນື່ອງ, ພ້ອມກັນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນ ແລະ ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ເຊື່ອມຊຶມກໍາແໜ້ນຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ປະຕິບັດກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງກອງທັບວາງອອກຢ່າງເຂັ້ມງວດ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກສາມູນເຊື້ອການປະຕິວັດຢ່າງແທ້ຈິງ, ປັບປຸງກໍ່ສ້າງ ວຽກງານພະລາທິການ 4 ປູກ 4 ລ້ຽງ ຂອງກົມກອງ ໃຫ້ເປັນຂະບວນກວ້າງຂວາງ, ເຂັ້ມແຂງໜັກແໜ້ນ, ຕິດຕາມສະພາບການ ຂອງພວກກຸ່ມຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງອຸດົມໄຊ ໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ. ໂອກາດດຽວກັນນີ້, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ມອບເຄື່ອງອຸປະໂພກ-ບໍໍລິໂພກ ລວມມູນຄ່າ 4.350.000 ກີບ ໃຫ້ກອງຮ້ອຍ 1 ກອງພັນ 414. ຫຼັງຈາກນັ້ນ ຍັງໄດ້ພ້ອມກັນເຄື່ອນໄຫວກວດກາພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ບ້ານຫົວນ້ຳບາກ ຕື່ມອີກ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ