ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໂຮງຮຽນທິດສະດີການເມືອງກອງທັບ ປະກາດການຍົກຂັ້ນເງິນເດືອນ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ
ເວລາອອກຂ່າວ: 2026-09-16 10:01:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ປະກາດການຍົກຂັ້ນເງິນເດືອນ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ຄະນະໜ່ວຍພັກ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ທີມສາວ ດວງຈຳປາ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຫຼ້າ ວິລະພົນ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ໃນນີ້, ອະນຸມັດຍົກຂັ້ນເງິນເດືອນ ຈາກ ພັນໂທ ຂຶ້ນຮັບເງິນ ພັນເອກ 4 ສະຫາຍ ແລະ ຜ່ານຂໍ້ຕົກລົງ ຂອງໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າພະແນກ, ຮອງຫົວໜ້າພະແນກ 5 ສະຫາຍ, ແຕ່ງຕັ້ງ ຊ່ວຍວຽກພະແນກການເງິນ ແລະ ຄັງເງິນສົດ ຫ້ອງພະລາທິການ-ເຕັກນິກ 3 ສະຫາຍ ແລະ ແຕ່ງຕັ້ງ ພະນັກງານຊ່ວຍວຽກ, ຄູສອນ ຢູ່ບັນດາພະແນກການ 10 ສະຫາຍ. ພ້ອມນັ້ນ, ຍັງຜ່ານມະຕິຕົກລົງ ຂອງຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກໂຮງຮຽນທິດສະດີການເມືອງກອງທັບ ຈຳນວນໜຶ່ງ ຕື່ມອີກ. ໂດຍ: ນາງ ລີຈອຍ ອິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ